ລັດຖະມົນຕີການຄ້າອາຊຽນ ລົງນາມຂໍ້ຕົກລົງອີ-ຄອມເມີດ


ຄະນະລັດຖະມົນຕີການຄ້າປະເທດສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ອາຊຽນ) ໄດ້ລົງນາມໃນຂໍ້ຕົກລົງອີ-ຄອມເມີດ ໃນວັນທີ 12 ພະຈິກນີ້ ເພື່ອສົ່ງເສີມການຄ້າເອເລັກໂຕຣນິກຂອງຂະແໜງທຸລະກິດ ແລະ ລັດຖະບານໃນກຸ່ມປະເທດສະມາຊິກ ເພື່ອຊຸກຍູ້ການຕິດຕໍ່ທາງທຸລະກິດໃຫ້ກ້າວໜ້າຢ່າງວ່ອງໄວ ແລະ ມີປະສິດທິພາບ.
ຂໍ້ຕົກລົງອາຊຽນ ວ່າດ້ວຍອີ-ຄອມເມີດ ເຊິ່ງເປັນຂໍ້ຕົກລົງສະບັບທຳອິດ ເພື່ອເອື້ອອຳນວຍຜົນປະໂຫຍດໃນການຕິດຕໍ່ທາງການຄ້າເອເລັກໂຕຣນິກຂ້າມແດນ ໄດ້ຮັບຄວາມເຫັນພ້ອມພາຍຫລັງການເຈລະຈາ 9 ຮອບໃນກຸ່ມສະມາຊິກອາຊຽນ 10 ປະເທດ ແລະ ມີການລົງນາມລະຫວ່າງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ. ທ່ານ ຊານ ຊຸນ ຊິງ ລັດຖະມົນຕີການຄ້າ ແລະ ອຸດສາຫະກຳສິງກະໂປ ປະເທດເຈົ້າພາບ ກ່າວວ່າ: ຂໍ້ຕົກລົງດັ່ງກ່າວມີຈຸດປະສົງເພື່ອເອື້ອອຳນວຍຜົນປະໂຫຍດການຄ້າເອເລັກໂຕຣນິກຂ້າມແດນ, ສ້າງບັນຍາກາດແຫ່ງຄວາມໄວ້ວາງໃຈກັນ ແລະ ສົ່ງເສີມການຮ່ວມມືໃນປະເທດອາຊຽນ ເພື່ອຊຸກຍູ້ເສດຖະກິດໃນພາກພື້ນໃຫ້ເຕີບໃຫຍ່. ລັດຖະມົນຕີການຄ້າສິງກະໂປ ກ່າວອີກວ່າ: ອາຊຽນເປັນຕະຫລາດທີ່ມີການເຕີບໃຫຍ່ໄວທີ່ສຸດໃນໂລກ ໂດຍມີຜູ້ໃຊ້ອິນເຕີເນັດ 330 ລ້ານຄົນ.