ຍີ່ປຸ່ນເຜີຍ GDP ໄຕມາດ 3 ຫລຸດລົງ 1,2%


ລັດຖະບານຍີ່ປຸ່ນເປີດເຜີຍ ໃນວັນທີ 14 ພະຈິກວ່າ: ລວມຍອດຜະລິດຕະພັນພາຍໃນ (GDP) ໄຕມາດ 3 ຫລຸດລົງ 1,2% ທຽບໃສ່ເປັນລາຍປີ ໂດຍໄດ້ຮັບຜົນກະທົບຈາກໄພທຳມະຊາດ ໂດຍ GDP ໄຕມາດ 3 ຂອງຍີ່ປຸ່ນຫລຸດລົງຫລາຍກວ່ານັກວິເຄາະໃນສຳນັກຂ່າວກຽວໂດຄາດຄະເນວ່າຈະຫລຸດລົງ 1,1%.
ລາຍງານລະບຸວ່າ: ການບໍລິໂພກພາກເອກະຊົນ ເຊິ່ງຄິດເປັນອັດຕາສ່ວນກວ່າເຄິ່ງຂອງເສດຖະກິດຍີ່ປຸ່ນ ປັບລົງ 0,1% ເນື່ອງຈາກການໃຊ້ຈ່າຍໃນຂະແໜງໂຮງແຮມ, ການຮັບປະທານອາຫານນອກເຮືອນ ແລະ ການຄົມມະນາຄົມທາງອາກາດຫລຸດລົງ. ນອກຈາກນີ້ ລາຄາພືດຜັກທີ່ປັບສູງຂຶ້ນຍັງເຮັດໃຫ້ປະຊາຊົນຕ້ອງຮັດສາຍແອວຫລາຍຂຶ້ນນຳອີກ.
ສ່ວນຍອດສົ່ງອອກຫລຸດລົງ 1,8% ເຊິ່ງເປັນການຫລຸດລົງຄັ້ງທຳອິດໃນຮອບ 5 ໄຕມາດ ເນື່ອງຈາກອຸປະສົງລົດຍົນ ແລະ ຜະລິດຕະພັນກຸ່ມເຕັກໂນໂລຊີຈາກຕ່າງປະເທດຫລຸດລົງ, ສ່ວນຍອດການໃຊ້ຈ່າຍຂອງນັກທ່ອງທ່ຽວຂາເຂົ້າກໍຫລຸດລົງໄປນຳ ເນື່ອງຈາກຍີ່ປຸ່ນຜະເຊີນໄພທຳມະຊາດຫລາຍຄັ້ງໃນໄລຍະເວລາດັ່ງກ່າວ.
ສ່ວນການໃຊ້ຈ່າຍດ້ານທຶນ ເຊິ່ງເຄີຍໄດ້ຮັບແຮງໜູນຈາກຜົນກຳໄລຂອງບໍລິສັດ ແລະ ຂະແໜງການກໍ່ສ້າງທີ່ຄຶກຄື້ນກ່ອນໄລຍະເປີດການແຂ່ງຂັນໂຕກຽວ ໂອແລມປິກ 2020 ປັບລົງ 0,2% ເຊິ່ງເປັນການຫລຸດລົງຄັ້ງທຳອິດໃນຮອບ 2 ປີ.