ໂລກາພິວັດ ເລື່ອງສັນທັດຂອງຫວຽດນາມ

ໂລກາພິວັດ ເລື່ອງສັນທັດຂອງຫວຽດນາມ - 46073984 739695826392435 6797224425289678848 n - ໂລກາພິວັດ ເລື່ອງສັນທັດຂອງຫວຽດນາມ
ໂລກາພິວັດ ເລື່ອງສັນທັດຂອງຫວຽດນາມ - kitchen vibe - ໂລກາພິວັດ ເລື່ອງສັນທັດຂອງຫວຽດນາມ

ໂດຍ : ມຶກບໍ່ແຫ້ງ

ໃນເລື່ອງຂອງການພັດທະນາ, ຫວຽດນາມ ສາມາດໃຫ້ບົດຮຽນກັບຫຼາຍປະເທດໃນໂລກ ໂດຍສະເພາະບັນດາປະເທດທີ່ກຳລັງພັດທະນາທັງຫຼາຍ ວ່າຈະເຮັດແນວໃດ ໃຫ້ໂລກາພິວັດ ເປັນເລື່ອງທີ່ດີ ມີປະໂຫຍດແກ່ ປະເທດຕົນ ແລະຄົນພາຍໃນຊາດ.

ໂລກາພິວັດ ເລື່ອງສັນທັດຂອງຫວຽດນາມ - Visit Laos Visit SALANA BOUTIQUE HOTEL - ໂລກາພິວັດ ເລື່ອງສັນທັດຂອງຫວຽດນາມ

ໃນທ່າອ່ຽງປັດຈຸບັນເຫັນວ່າ ເລື່ອງ ໂລກາພິວັດ ກຳລັງເຂົ້າສູ່ວິກິດ ເລີ່ມຈາກການຖອນໂຕອອກຈາກສະຫະພາບເອີລົບ ຂອງອັງກິດ, ຄວາມຄັດແຍ່ງເລື່ອງການຄ້າຂອງບັນດາປະເທດມະຫາອຳນາດ ໄດ້ສົ່ງຜົນໃຫ້ ເສດຖະກິດໂລກຖົດຖອຍລົງ ມູນຄ່າລວມຂອງການຄ້າໂລກຫຼຸດລົງຈາກ 60% ໃນປີ 2011 ມາເປັນ 56% 2016 ເຊິ່ງເປັນສັນຍານບໍ່ຄ່ອຍດີຂອງສຸຂະພາບການຄ້າໂລກ.

ກົງກັນຂ້າມ ຫວຽດນາມ ພັດເປັນປະເທດທີ່ມີທ່ວງທ່າຂະຫຍາຍຕົວດີ ທາງດ້ານການຄ້າ, ໃນປີ 2017 ມູນຄ່າລວມຂອງການຄ້າເພີ່ມຂຶ້ນກວ່າ 200% ເຊິ່ງເປັນລຳດັບສູງທີ່ສຸດໃນປະຫວັດສາດຂອງ ປະເທດທີ່ມີ ປະຊາກອນເກືອບ 100 ລ້ານກີບ ຕາມຂໍ້ມູນຂອງທະນາຄານໂລກ ເຊິ່ງປົກກະຕິແລ້ວປະເທດ ທີ່ສາມາດເຮັດໄດ້ ແບບນີ້ ສ່ວນໃຫຍ່ແມ່ນປະເທດນ້ອຍ ທີ່ຮັ່ງມີ ເຊັ່ນ ສິງກະໂປ, ຮົງກົງ ເປັນຕົ້ນ.

ຜົນສຳເລັດຂອງການຄ້າຫວຽດນາມ ແມ່ນມາຈາກ ການສຸມໃສ່ສົ່ງອອກສິນຄ້າ ເພື່ອຊຸກຍູ້ການເຕີບໃຫຍ່ ຂອງເສດຖະກິດ ຄືກັນກັບ ສປ ຈີນ ໃນເມື່ອກ່ອນ, ນອກນັ້ນ ຫວຽດນາມຍັງເປີດຕະຫຼາດແຮງງານທີ່ມີລາຄາຕໍ່າ ແຕ່ມີສີມືດີ ກາຍເປັນສິ່ງດຶງດູດຂອງນັກລົງທຶນທັງຫຼາຍ.

ມາຮອດປັດຈຸບັນຫວຽດນາມກາຍເປັນປະເທດທີ່ມີສິນຄ້າສົ່ງອອກ ຕົ້ນຕໍ ຄືອີເລັກໂທຣນິກ ແລະເຄື່ອງນຸ່ງ ເຊິ່ງຕະຫຼາດຈຳໜ່າຍສິນຄ້າເຫຼົ່ານັ້ນແມ່ນ ສປ ຈີນ ແລະ ສະຫະລັດອາເມລິກາ.

ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ຫວຽດນາມ ສາມາດປັບໂຕເຂົ້າກັບ ໂລກາພິວັດ ໄດ້ດີ, ລາຍໄດ້ລວມຕໍ່ຄົນເພີ່ມຂຶ້ນ ຢ່າງຫຼວງຫຼາຍ, ຄວາມມັ່ງຄັ່ງ ທີ່ເພີ່ມທະວີຂຶ້ນນັ້ນ ໄດ້ແບ່ງປັນຜົນປະໂຫຍດແກ່ປວງຊົນຢ່າງເປັນວົງກວ້າງ, ເປັນສິ່ງປະຈັກຕາຢູ່ບ່ອນວ່າ ລະດັບຄວາມທຸກຍາກທີ່ຮ້າຍແຮງຫຼຸດລົງຈາກ 70% ໃນຕົ້ນຊຸມປີ 1990 ມາເປັນ ປະມານ 10% ໃນປີ 2016, ສາມາດສ້າງວຽກເຮັດງານທຳໄດ້ຢ່າງຫຼວງຫຼາຍ.

ປະຊາຊົນຫວຽດນາມເອງກໍຫຼິງເຫັນຄວາມສຳຄັນ ຂອງໂລກາພິວັດ ນີ້ໄດ້ເປັນຢ່າງດີ, ອີງຕາມ ຂໍ້ມູນຂອງ ເວທີເສດຖະກິດໂລກ ໃຫ້ຮູ້ວ່າ ຄົນຫວຽດນາມປະມານ 95% ເວົ້າວ່າ “ການຄ້ານັ້ນເປັນສິ່ງທີ່ດີ” ແຕ່ຄວາມຄັດແຍ່ງ, ການຂ້ວາມບາດກັນທາງດ້ານການຄ້າຂອງບັນດາປະເທດ ມະຫາອຳນາດນັ້ນ ກໍໄດ້ສ້າງຄວາມ ປັ່ນປ່ວນຕໍ່ ຄວາມປາຖະໜາ ໃນການເຊື່ອມສານເຂົ້າໃນ ໂລກາພິວັດ ເພື່ອຜົນປະໂຫຍດຂອງເສດຖະກິດ ຫວຽດນາມ.

ແຕ່ໂດຍລວມແລ້ວ ຫວຽດນາມໃຫ້ບົດຮຽນໃນແງ່ຂອງການປັບຕົວ ແລະຍາດແຍ່ງໂອກາດໃນການຫັນປ່ຽນ ຂອງໂລກ ໂດຍການສົ່ງອອກສິນຄ້າ ຈາກຕະຫຼາດແຮງງານຕໍ່າ ແຕ່ມີສີມືຂອງພວກເຂົາ, ແລະແນ່ນອນ ສິນຄ້າເຫຼົ່ານັ້ນ ມັນບໍ່ແມ່ນ ການຂາຍ ຊັບພະຍາກອນທຳມະຊາດ ດິບໆ ແຕ່ ຊັບພະຍາກອນທຳມະຊາດ ຖືກແປຮູບໃຫ້ກາຍເປັນສິນຄ້າທີ່ມີລາຄາສູງ ແລະມີຕະຫຼາດທີ່ຂ້ອນຂ້າງໝັ້ນຄົງ.

ໃນຍາມທີ່ພວກເຮົາກຳລັງຊອກຫາທາງເລືອກ ທີ່ຈະບໍ່ກາງຕໍ່ໃສ່ແຕ່ຊັບພະຍາກອນທຳມະຊາດນັ້ນ, ບົດຮຽນຈາກ ຫວຽດນາມກໍຫາກແມ່ນເປັນແວ່ນແຍງທີ່ດີອີກດ້ານໜຶ່ງ.

ໂລກາພິວັດ ເລື່ອງສັນທັດຂອງຫວຽດນາມ - 3 - ໂລກາພິວັດ ເລື່ອງສັນທັດຂອງຫວຽດນາມ
ໂລກາພິວັດ ເລື່ອງສັນທັດຂອງຫວຽດນາມ - 5 - ໂລກາພິວັດ ເລື່ອງສັນທັດຂອງຫວຽດນາມ
ໂລກາພິວັດ ເລື່ອງສັນທັດຂອງຫວຽດນາມ - 4 - ໂລກາພິວັດ ເລື່ອງສັນທັດຂອງຫວຽດນາມ