ກະຊວງປ້ອງກັນຄວາມສະຫງົບເອົາໃຈໃສ່ຄຸ້ມຄອງ-ແກ້ໄຂແຮງງານຕ່າງປະເທດ


ໃນວັນທີ 28 ພະຈິກນີ້, ທ່ານ ພົນຕີ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຊີ້ແຈງ ແລະ ຕອບຂໍ້ຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດຕໍ່ກັບບັນຫາການຄຸ້ມຄອງແຮງງງານຕ່າງປະເທດຢູ່ລາວທີ່ບໍ່ຖືກຕ້ອງຕາມກົດໝາຍ ເຊິ່ງທ່ານພົນຕີໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ກະຊວງປ້ອງກັນຄວາມສະຫງົບ ກໍໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຕ່າງໆ ໂດຍສະເພາະກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ກະຊວງການຕ່າງປະເທດ ໄດ້ມີການຕິດຕາມກວດກາ ແລະ ປັບສະຖານະພາບແຮງງານຕ່າງປະເທດເປັນແຕ່ລະໄລຍະ ເຊິ່ງເຫັນວ່າມີອັນດີຂຶ້ນແຕ່ຍັງບໍ່ສາມາດແກ້ໄຂໃຫ້ໝົດໄດ້ ຈຶ່ງຂໍການຮ່ວມໄມ້ຮ່ວມມືກັບສະພາແຫ່ງຊາດ ກໍຄືທຸກພາກສ່ວນກ່ຽວຂ້ອງໃນການແກ້ໄຂບັນຫາດັ່ງກ່າວໃຫ້ໝົດໄປ ເຊິ່ງແຮງງານສ່ວນຫລາຍກໍແມ່ນມາຈາກປະເທດເພື່ອນມິດທີ່ມາປະກອບອາຊີບທີ່ບໍ່ສອດຄ່ອງຕໍ່ລະບຽບກົດໝາຍ ແລະ ພວກເຮົາກໍຕ້ອງຄ່ອຍໆແກ້ໄຂເພື່ອໃຫ້ມີຄວາມສະຫງົບ, ໃນໄລຍະຜ່ານມາ ກໍມີເຈົ້າໜ້າທີ່ບາງສ່ວນໄດ້ອຳນວຍຄວາມສະດວກ ແລະ ສົມຮູ້ຮ່ວມຄິດກັບແຮງງານດັ່ງກ່າວ ເຊິ່ງພວກເຮົາກໍໄດ້ມີການແກ້ໄຂ ແລະ ມີມາດຕະການຕໍ່ຜູ້ລະເມີດລະບຽບວິໄນຂອງກຳລັງປ້ອງກັນຄວາມສະຫງົບ.
ສຳລັບແຮງງານຕ່າງປະເທດທີ່ເຂົ້າມາແບບບໍ່ຖືກຕ້ອງນັ້ນ ສ່ວນຫລາຍແມ່ນມາເຮັດວຽກຢູ່ຮ້ານເສີມສວຍ, ຕັດຜົມ, ຕັດເລັບ, ເລາະຂາຍເຄື່ອງຍ່ອຍຕ່າງໆ ແລະ ປະກອບອາຊີບອື່ນໆຈຳນວນໜຶ່ງ.