ຫລາຍ​ພາກສ່ວນ​ມອ​ບ​​ເຄື່ອງ​ຊ່ວຍ​​ເຫລືອ​​ໃຫ້​ຜູ້​ປະສົບ​ໄພ​ພິບັດ​ທາງ​ທຳ​ມະ​ຊາດ​

- Help - ຫລາຍ​ພາກສ່ວນ​ມອ​ບ​​ເຄື່ອງ​ຊ່ວຍ​​ເຫລືອ​​ໃຫ້​ຜູ້​ປະສົບ​ໄພ​ພິບັດ​ທາງ​ທຳ​ມະ​ຊາດ​
- kitchen vibe - ຫລາຍ​ພາກສ່ວນ​ມອ​ບ​​ເຄື່ອງ​ຊ່ວຍ​​ເຫລືອ​​ໃຫ້​ຜູ້​ປະສົບ​ໄພ​ພິບັດ​ທາງ​ທຳ​ມະ​ຊາດ​

​ເມື່ອ​ບໍ່​ດົນ​ມາ​ນີ້, ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ, ​ໄດ້​ຮັບ​ເຄື່ອງ​ຊ່ວຍ​ເຫລືອ​​ ​ແລະ ​ເງິນສົດ​ຈຳນວນ​ໜຶ່ງ ຈາ​ກຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ ​ຈຳນວນ 15 ລ້ານ​ກີບ ​ແລະ ​ເຄື່ອງນຸ່ງຫົ່ມ, ອຸປະກອນ​ກິລາ ໃນມູນ​ຄ່າ 64 ລ້ານ​ກວ່າ​ກີບ, ລວມມູນ​ຄ່າທັງ​ໝົດ 79 ລ້ານ​ກວ່າ​ກີບ; ຫ້ອງ​ວ່າການປະທານ​ປະ​ເທດ ​ມີ​ຜ້າ​ຫົ່ມ​ຈຳນວນ 151 ຜືນ, ລວມມູນ​ຄ່າ 5 ລ້ານ​ກີບ; ກອງ​ວາລະສານ​ປ້ອງ​ກັນຊາດ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້ມອບ​ເງິນສົດ​ຈຳນວນ 1 ລ້າ​ນກີບ ​ເພື່ອ​​ເປັນ​ການ​ປະກອບສ່ວນຊ່ວຍ​ເຫລືອ​ແກ່ຜູ້​ປະສົບ​ໄພພິບັດ​ທາງ​ທຳ​ມະ​ຊາດຢູ່​ຕາມ​ແຂວງ​ຕ່າງໆ​ໃນ​ທົ່ວ​ປ​ະ​ເທດໃຫ້​ທົ່ວ​ເຖິງ, ​ເພື່ອ​ຊ່ວຍໃຫ້​ການ​ດຳລົງຊີວິດ​ຂອງ​ເຂົາ​ເຈົ້າ​ກັບ​ຄືນ​ສູ່​ປົກກະຕິ​ໂດຍ​ໄວ.

ພິທີ​ມອບ-ຮັບ​ເຄື່ອງ​ຊ່ວຍ​​ເຫລືອ​ດັ່ງກ່າວ, ມີ​ຂຶ້ນ​ທີ່​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ, ​ລະຫວ່າງ​ທ່ານ ລີ​ປາວ ຢາງ ຫົວໜ້າ​ຫ້ອງການ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ແລະ ​ຜູ້ຕາງໜ້າ​ຈາກ​ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ, ຫ້ອງ​ວ່າການ​ປະ​ທານ​ປະ​ເທດ, ກອງ​ວາລະສານ​ປ້ອງ​ກັນຊາ​ດ.

- Visit Laos Visit SALANA BOUTIQUE HOTEL - ຫລາຍ​ພາກສ່ວນ​ມອ​ບ​​ເຄື່ອງ​ຊ່ວຍ​​ເຫລືອ​​ໃຫ້​ຜູ້​ປະສົບ​ໄພ​ພິບັດ​ທາງ​ທຳ​ມະ​ຊາດ​
- 4 - ຫລາຍ​ພາກສ່ວນ​ມອ​ບ​​ເຄື່ອງ​ຊ່ວຍ​​ເຫລືອ​​ໃຫ້​ຜູ້​ປະສົບ​ໄພ​ພິບັດ​ທາງ​ທຳ​ມະ​ຊາດ​
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!