ເມືອງອຸທຸມພອນຮັບຮອງເອົາ 10 ບ້ານເປັນບ້ານພັດທະນາ


ໂດຍປະຕິບັດຄຳສັ່ງແນະ ນຳເລກທີ 03/ກມສພ ວ່າ ດ້ວຍການສ້າງບ້ານເປັນຫົວ ໜ່ວຍພັດທະນາ, ສ້າງບ້ານ ໃຫຍ່ໃຫ້ກາຍເປັນຕົວເມືອງ ນ້ອຍຕິດພັນກັບວຽກງານ 3 ສ້າງ ເຊິ່ງເມືອງອຸທຸມພອນ ແຂວງສະຫວັນນະເຂດສາ ມາດປະກາດຮັບຮອງເອົາ 10 ບ້ານຄື: ບ້ານພີນໃຕ້, ສີບຸນ ເຮືອງ, ໂນນສະຫວ່າງ, ນາກະເຊາະ, ບ້ານນາ, ໂນນ ປ່າໄລ່, ຫ້ວຍສ້າງທອງ, ຫ້ວຍ ເໜົ່າ, ໂພນໝາກຫຍ້າ ແລະ ບ້ານແມດ ເປັນບ້ານ ພັດທະນາ.
+ ເມືອງດາກຈຶງຮັບຮອງເອົາ 8 ກຸ່ມບ້ານເປັນບ້ານພັດທະນາ2017/
+ ເຜີຍແຜ່, ເຊືອມຊຶມວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ2018/
ຜູ້ຕາງໜ້ານາຍບ້ານໃຫ້ ຮູ້ວ່າ: ການສ້າງບ້ານພັດທະ ນາໃນຈຳນວນ 10 ບ້ານນີ້ ແມ່ນໄດ້ຈັດຕັ້ງປະຕິບັດຕາມ 4 ວຽກໃຫຍ່ຄື: ວຽກງານ ການ ເມືອງ, ວຽກງານ ປ້ອງ ກັນ ຊາດ-ປ້ອງກັນຄວາມສະ ຫງົບ, ວຽກງານເສດຖະກິດ ແລະ ວຽກງານວັດທະນະ ທຳ- ສັງຄົມຕາມ 10 ມາດ ຖານຂອງການສ້າງຄອບຄົວ ພັດທະນາ ແລະ 19 ມາດ ຖານຂອງບ້ານພັດທະນາ ເຊິ່ງ ເຫັນວ່າ 10 ບ້ານດັ່ງກ່າວ ສາມາດປະຕິບັດໄດ້ຄົບຕາມ ມາດຖານເງື່ອນໄຂສິ່ງນີ້ ຊີ້ ໃຫ້ເຫັນວ່າ: ປະຊາຊົນບັນດາ ເຜົ່າໄດ້ຮັບຮູ້ແນວທາງການ ເມືອງຂອງພັກຢ່າງສະເໝີ ຕົ້ນສະເໝີປາຍປະກອບສ່ວນ ພັດທະນາເສດຖະກິດ-ສັງຄົມ ຢ່າງເປັນປົກກະຕິເຮັດວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບມີຄວາມເຂັ້ມ ແຂງໜັກແໜ້ນ ແລະ ສາມາດ ລຶບລ້າງຄອບຄົວທຸກຍາກໄດ້ ໂດຍພື້ນຖານມີອັດຕາເຂົ້າ ຮຽນປະຖົມສຸດທິກວມ 100%, ຊັ້ນມັດທະຍົມ 95% ລຶບລ້າງບ້ານກືກໜັງສື 100% ແລະ ເປັນບ້ານແບບ ຢ່າງສາທາລະນະສຸກ, ປະ ຊາຊົນໄດ້ຊົມໃຊ້ນ້ຳສະອາດ 100%, ໄດ້ຊົມໃຊ້ວິດຖ່າຍ ກວມ 95%.
ເຊິ່ງພິທີປະກາດ ແລະ ມອບໃບຢັ້ງຢືນເປັນບ້ານພັດ ທະນາໄດ້ຈັດຂຶ້ນໃນວັນທີ 27 ພະຈິກນີ້, ທີ່ເດີນໂຮງຮຽນ ມສ ເມືອງດັ່ງກ່າວ./.

