ສ.ເກົາຫລີ ຂຶ້ນດອກເບ້ຍຄັ້ງທຳອິດຂອງປີນີ້

ສ.ເກົາຫລີ ຂຶ້ນດອກເບ້ຍຄັ້ງທຳອິດຂອງປີນີ້ - 1543549095301 960x0 - ສ.ເກົາຫລີ ຂຶ້ນດອກເບ້ຍຄັ້ງທຳອິດຂອງປີນີ້
ສ.ເກົາຫລີ ຂຶ້ນດອກເບ້ຍຄັ້ງທຳອິດຂອງປີນີ້ - kitchen vibe - ສ.ເກົາຫລີ ຂຶ້ນດອກເບ້ຍຄັ້ງທຳອິດຂອງປີນີ້

ທະນາຄານ​ກາງ ສ.​ເກົາຫລີ ຂຶ້ນອັດຕາ​ດອກ​ເບ້ຍ​ນະ​ໂຍບາຍ​ເປັນ​ເທື່ອ​ທຳ​ອິດ​ຂອງ​ປີ​ນີ້ ຫວັງ​ຢຸດ​ໜີ້​ຄົວ​ເຮືອນ​ສະ​ສົມ ​ແລະ ລາຄາ​ທີ່ຢູ່​ອາ​ໄສ​ແພງ​ຂຶ້ນ.

ທະນາຄານ​ກາງ ສ.​ເກົາຫລີ ຂຶ້ນອັດຕາ​ດອ​ກ​ເບ້ຍ​ນະ​ໂຍບາຍ 0,25% ​ເປັນ 1,75% ຫລັງ​ຈາກ​ຂຶ້ນ​ເທື່ອ​ຫລັງ​ສຸດ​ໃນ​ເດືອນ​ພະຈິກ​ປີ​ກ່ອນ ​ເປັນ​ໄປ​ຕາມ​ຕະຫລາດ​ຄາດ​ຄະ​ເນ​ຢ່າງ​ກວ້າງຂວາງ​ວ່າ: ຈະ​ມີ​ການ​ຂຶ້ນດອກ​ເບ້ຍ​ໃນ​ເດືອນ​ນີ້ ​ເພື່ອ​ສະກັດ​ເງິນ​ທຶນ​ໄຫລ​ອອກ​ຈາກ​ຕະຫລາດ​ການ​ເງິນ ສ.​ເກົາຫລີ ​ເພາະ​ທະນາຄານ​ກາງ​ອາ​ເມ​ລິ​ກາ (​ເຟດ) ຂຶ້ນດອກ​ເບ້ຍ​ນະ​ໂຍບາຍ​ຫລາຍ​ເທື່ອ. ຂະນະ​ດຽວ​ກັນ ສ.​ເກົາຫລີ ກຳລັງ​ຜະ​ເຊີນ​ບັນຫາ​ເລື່ອງ​ໜີ້​ຄົວ​ເຮືອນ​ເພີ່ມ​ຂຶ້ນ​ ​ໃນ​ຂະນະ​ທີ່​ເສດຖະກິດ​ຂະຫຍາຍຕົວ​ຊ້າ, ສົງຄາມ​ການ​ຄ້າ​ໂລກ​ກະທົບ​ຕໍ່​ຄວາມ​ຕ້ອງການ​ລົດຍົນ ​ແລະ ອຸປະກອນ​ເອ​ເລັກ​ໂຕຣນິກ​ໄຮ​ເທັກ​ຜະລິດ​ໃນ ສ.​ເກົາຫລີ ​ເຊິ່ງ​ເປັນ​ປະ​ເທດ​ທີ່​ອາ​ໄສ​ການ​ສົ່ງ​ອອກ​ເປັນ​ຫລັກ, ສິນຄ້າ​ສົ່ງ​ອອກ​ກວມ​ອັດຕາ​ສ່ວນ​ເຄິ່ງໜຶ່ງ​ຂອງ​ເສດຖະກິດ ສ.​ເກົາຫລີ.

ສ.ເກົາຫລີ ຂຶ້ນດອກເບ້ຍຄັ້ງທຳອິດຂອງປີນີ້ - Visit Laos Visit SALANA BOUTIQUE HOTEL - ສ.ເກົາຫລີ ຂຶ້ນດອກເບ້ຍຄັ້ງທຳອິດຂອງປີນີ້

ໜີ້​ຄົວ​ເຮືອນ​ໃນ​ປະ​ເທດ​ທີ່​ມີ​ຂະໜາດ​ເສດຖະກິດ​ໃຫຍ່​ອັນ​ດັບ​ທີ 11 ຂອງ​ໂລກ ​ແລະ ອັນ​ດັບ​ທີ 4 ຂອງ​ອາຊີ​ແຫ່ງ​ນີ້ ສ້າງ​ສະຖິຕິ​ສູງ​ສຸດ​ເປັນ​ປະຫວັດສາດ 1.514 ຕື້ວອນ ​ໃນ​ທ້າຍ​ເດືອນ​ກັນຍາ. ຂະນະ​ທີ່​ລາຄາ​ທີ່ຢູ່​ອາ​ໄສ​ເພີ່ມ​ຂຶ້ນຕໍ່​ເນື່ອງ ສະ​ເພາະ​ນະຄອນຫລວງ​ເຊ​ອຸນ ​ແລະ ​ເຂດ​ໃກ້​ຄຽງທີ່​ມີ​ຄົນ​ອາ​ໄສ​ໜາ​ແໜ້ນ​ເຖິງ​ເຄິ່ງໜຶ່ງ​ຂອງ​ຄົນ​ທົ່ວ​ປະ​ເທດ 50 ລ້ານ​ຄົນ ລາຄາ​ທີ່ຢູ່​ອາ​ໄສ​ເພີ່ມ​ຂຶ້ນ 3% ​ໃນ​ໄລຍະ 10 ​ເດືອນ​ທຳ​ອິດ​ຂອງ​ປີ​ນີ້ ຖື​ວ່າ​ເພີ່ມ​ຂຶ້ນຫລາຍ​ທີ່​ສຸດ​ໃນ​ຮອບ 3 ປີ.

ສ.ເກົາຫລີ ຂຶ້ນດອກເບ້ຍຄັ້ງທຳອິດຂອງປີນີ້ - 4 - ສ.ເກົາຫລີ ຂຶ້ນດອກເບ້ຍຄັ້ງທຳອິດຂອງປີນີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!