ນາງ ເທເຣຊາ ເມ ລອດມະຕິບໍ່ໄວ້ວາງໃຈ
ທ່ານ ນາງ ເທເຣຊາ ເມ ນາຍົກລັດຖະມົນຕີອັງກິດ ສາມາດຜ່ານພົ້ນການລົງມະຕິບໍ່ໄວ້ວາງໃຈຈາກສະມາຊິກພັກອະນຸລັກນິຍົມ ໃນວັນທີ 12 ທັນວານີ້ ເຊິ່ງສົ່ງຜົນໃຫ້ທ່ານຍັງດຳລົງຕຳແໜ່ງນາຍົກລັດຖະມົນຕີອັງກິດ ແລະ ຫົວໜ້າພັກອະນຸລັກນິຍົມຕໍ່ໄປ.
ທ່ານ ເກຣແຮມ ແບຣດີ ສະມາຊິກພັກອະນຸລັກນິຍົມ ເຊິ່ງຮັບຜິດຊອບໃນການລົງມະຕິຄັ້ງນີ້ ເປີດເຜີຍວ່າ: ທ່ານ ນາງ ເມ ໄດ້ຮັບສຽງສະໜັບສະໜູນຈາກສະມາຊິກພັກອະນຸລັກນິຍົມໃນສະພາສາມັນຊົນ ດ້ວຍຄະແນນສຽງ 200 ຕໍ່ 117 ສຽງ ໃຫ້ດຳລົງຕຳແໜ່ງຕໍ່ໄປ.
ການລົງມະຕິດັ່ງກ່າວມີຂຶ້ນໃນໄລຍະເວລາທີ່ທ່ານ ນາງ ເມ ກຳລັງຜະເຊີນວິກິດການທາງການເມືອງ ຈາກການທີ່ສະມາຊິກພັກອະນຸລັກນິຍົມຈຳນວນຫລາຍພາກັນຄັດຄ້ານຮ່າງຂໍ້ຕົກລົງການແຍກຕົວຂອງອັງກິດອອກຈາກສະຫະພາບເອີຣົບ (ເບຣັກຊິທ) ທີ່ທ່ານ ນາງ ເມ ຮ່າງໄວ້ກັບສະຫະພາບເອີຣົບ (EU) ຈົນເຮັດໃຫ້ລັດຖະບານຕັດສິນໃຈເລື່ອນການລົງມະຕິໃນລັດຖະສະພາຕໍ່ຮ່າງຂໍ້ຕົກລົງດັ່ງກ່າວແບບບໍ່ມີກຳນົດ ຈາກທີ່ມີກຳນົດລົງມະຕິໃນວັນທີ 11 ທັນວາ ເນື່ອງຈາກກັງວົນວ່າຈະບໍ່ໄດ້ຮັບການອະນຸມັດຈາກສະພາ. ນອກຈາກນີ້ ຜູ້ນຳຂອງ EU ສົ່ງສັນຍານຈະແຈ້ງວ່າ: ຈະບໍ່ມີການເຈລະຈາຄັ້ງໃໝ່ຕໍ່ຂໍ້ຕົກລົງເບຣັກຊິທ.
ກ່ອນໜ້າການລົງມະຕິ, ທ່ານ ນາງ ເມ ປະກາດວ່າຈະບໍ່ເປັນຜູ້ນຳພັກໃນການເລືອກຕັ້ງທົ່ວໄປຄັ້ງຕໍ່ໄປໃນປີ 2022, ແຕ່ຢາກຈະຢູ່ຕໍ່ໃນຕອນນີ້ ເພື່ອເຮັດໃຫ້ຂໍ້ຕົກລົງການຖອນຕົວອອກຈາກການເປັນສະມາຊິກສະຫະພາບເອີຣົບ ດຳເນີນໄປຢ່າງສຳເລັດສົມບູນ. ທັງນີ້ ທ່ານ ນາງ ເມ ຂຶ້ນດຳລົງຕຳແໜ່ງນາຍົກລັດຖະມົນຕີໄດ້ບໍ່ດົນ ຫລັງຈາກສະຫະຣາຊະອານາຈັກ ລົງປະຊາມະຕິຖອນຕົວອອກຈາກການເປັນສະມາຊິກສະຫະພາບເອີຣົບ ໃນປີ 2016.