ໂຣມ່າ ບໍ່ຂາຍ ອຸນເດິ
ອາເຊນອລ ຕ້ອງລຸ້ນຕໍ່ກັບການລ່າ ເຈັງກິຊ ອຸນເດິ ປີກຈອມໄວ ອາແອສ ໂຣມ່າ ຫລັງຂໍ້ສະເໜີ 32 ລ້ານຢູໂຣ ທີ່ຍື່ນໄປຖືກປະຕິເສດ, ຕົ້ນສັງກັດຂໍ 50 ລ້ານເອີໂຣ.
ອາແອສ ໂຣມ່າ ສະໂມສອນດັງແຫ່ງ ກັລໂຊ ເຊເຣຍ ອາ ອີຕາລີ ໄດ້ປະຕິເສດຂໍ້ສະເໜີເງິນຈຳນວນ 32 ລ້ານເອີໂຣ ທີ່ ອາເຊນອລ ສະໂມສອນຍັກໃຫຍ່ ພຣີເມຍລີກ ອັງກິດ ຍື່ນເຂົ້າມາຂໍຊື້ ເຈັງກິຊ ອຸນເດິ ປີກດາວຮຸ່ງຄົນເກັ່ງ ເປັນທີ່ຮຽບຮ້ອຍ.
ໄລຍະ 2-3 ອາທິດຜ່ານມາ, ຫລາຍສື່ລາຍງານກົງກັນວ່າ: ອາເຊນອລ ກຳລັງໃຫ້ຄວາມສົນໃຈ ອຸນເດິ ແລະ ໄດ້ສົ່ງທີມງານໄປເບິ່ງຟອມຂອງນັກເຕະຫລາຍນັດແລ້ວ ເຊິ່ງລວມທັງ ຢູຟາ ແຊມປ້ຽນລີກ ນັດທີ່ ໂຣມ່າ ອອກໄປເສຍໃຫ້ ວິກຕໍເຣຍ ພິລເຊັນ 1-2 ໃນຄືນວັນທີ 12 ທັນວາ ໂດຍ ອຸນເດິ ເປັນຄົນຍິງປະຕູຕີສະເໝີໃຫ້ທີມ.
ຫລ້າສຸດ ຕຸ໊ດໂຕ້ແມຄາໂຕ້ເວັບ ລະບຸວ່າ: ອາເຊນອລ ໄດ້ຍື່ນຂໍ້ສະເໜີສະບັບທຳອິດຈຳນວນ 32 ລ້ານເອີໂຣ ໄປທາບທາມແລ້ວ, ແຕ່ຖືກ ໂຣມ່າ ປະຕິເສດຮຽບຮ້ອຍ, ພ້ອມຕັ້ງຄ່າຕົວດາວເຕະທີມຊາດຕຸຣກີໄວ 21 ປີ ໄວ້ທີ່ 50 ລ້ານເອີໂຣ.
ສຳລັບລະດູການນີ້ ອຸນເດິ ລົງຫລິ້ນໃຫ້ ໂຣມ່າ ໄປແລ້ວລວມທຸກລາຍການ 19 ນັດ ຍິງໄດ້ 5 ປະຕູ.