ສະພາແຫ່ງຊາດສາມາດປະຕິບັດສິດແລະ ໜ້າທີ່ຂອງຕົນມີຜົນສໍາເລັດໃນຫຼາຍດ້ານ


ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII, ຄັ້ງວັນທີ 19 ທັນວານີ້, ໂດຍການເປັນປະທານຂອງທ່ານ ນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ.
ທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ສະພາແຫ່ງຊາດຊຸດທີ VIII ໄດ້ເຄື່ອນໄຫວປະຕິບັດພາລະບົດບາດຂອງຕົນ ເປັນເວລາເກືອບ 3 ປີ ຊຶ່ງມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ແຕ່ຍ້ອນໄດ້ຮັບຄວາມເອົາໃຈໃສ່ຊີ້ນໍາ-ນໍາພາຂອງກົມການເມືອງສູນກາງ, ຄວາມຮັບຜິດຊອບຂອງຄະນະປະຈໍາສະພາແຫ່ງຊາດ, ຄວາມເປັນເຈົ້າການຂອງສະມາຊິກສະພາແຫ່ງຊາດ, ກໍາມາທິການ, ຄະນະເລຂາທິການສະພາແຫ່ງຊາດ, ກົງຈັກຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ກໍຄືກົງຈັກເສນາທິການ, ໄດ້ຮັບການຮ່ວມມືສະໜັບສະໜູນຈາກບັນດາອົງການຈັກຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ອົງການປົກຄອງທ້ອງຖິ່ນ, ອົງການຈັດຕັ້ງທາງສັງຄົມ, ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ເຮັດໃຫ້ສະພາແຫ່ງຊາດສາມາດປະຕິບັດສິດ ແລະ ໜ້າທີ່ຂອງຕົນມີຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນ ການປະຕິບັດສິດ ແລະ ໜ້າທີ່ດ້ານນິຕິບັນຍັດ, ການປະຕິບັດສິດ ແລະ ໜ້າທີ່ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ, ດ້ານການຕິດຕາມກວດກາ, ການສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາແຫ່ງຊາດ, ການເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອດຕັ້ງ, ການພົວພັນກັບອົງການອື່ນຂອງລັດ ແລະ ການເຄື່ອນໄຫວວຽກງານການຕ່າງປະເທດ.
ນອກນີ້, ໃນການປະຊຸມຍັງໄດ້ຮັບຟັງການລາຍງານ ກ່ຽວກັບແຜນການສ້າງ ແລະ ປັບປຸງກົດໝາຍ ຂອງສະພາແຫ່ງຊາດ ປະຈໍາປີ 2019, ລາຍງານກ່ຽວກັບແຜນການຕິດຕາມກວດກາ ຂອງສະພາແຫ່ງຊາດ ປະຈໍາປີ 2019 ແລະ ຮັບຟັງການປະກອບຄໍາຄິດເຫັນຂອງສູນການແນວລາວສ້າງຊາດ ຕໍ່ບົດລາຍງານການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ຊຸດທີ VIII ກາງສະໄໝ (2016-2018) ປີ 2018, ທິດທາງຮອດກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ແລະ ແຜນວຽກງານຈຸດສຸມ ປະຈໍາປີ 2019 ຂອງສະພາແຫ່ງຊາດ ແລະ ຮັບຟັງການຄໍາຄິດເຫັນຂອງບັນດາສະມາຊິກສະພາແຫ່ງຊາດຕື່ມອີກ.