ທຳລາຍ​ສວນ​ຝິ່ນ​ຫລາຍ​ເຮັກຕາ​ຢູ່​ເມືອງ​ຄູນ

ທຳລາຍ​ສວນ​ຝິ່ນ​ຫລາຍ​ເຮັກຕາ​ຢູ່​ເມືອງ​ຄູນ - Untitled 2 copy - ທຳລາຍ​ສວນ​ຝິ່ນ​ຫລາຍ​ເຮັກຕາ​ຢູ່​ເມືອງ​ຄູນ
ທຳລາຍ​ສວນ​ຝິ່ນ​ຫລາຍ​ເຮັກຕາ​ຢູ່​ເມືອງ​ຄູນ - kitchen vibe - ທຳລາຍ​ສວນ​ຝິ່ນ​ຫລາຍ​ເຮັກຕາ​ຢູ່​ເມືອງ​ຄູນ

      ພາຍຫລັງ​ມີ​ພົນລະ​ເມືອງ​ດີ​ລາຍ​ງານ​ໃຫ້​ຮູ້​ວ່າ: ມີ​ປະຊາຊົນ​ຈຳນວນ​ໜຶ່ງ​ລັກລອບ​ປູກ​ຝິ່ນ​ຢູ່​ເຂດ​ພູຜາ​ແດງ ​ເມືອງ​ຄູນ ​ແຂວງ​ຊຽງ​ຂວາງ ​ເປັນ​ບໍລິ​ເວນ​ກວ້າງ, ຈາກ​ນັ້ນ​ເຈົ້າໜ້າ​ທີ່ ປກສ-ປກຊ ​ໄດ້​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ເມືອງ ນຳ​ກຳລັງ​ລົງ​ທຳລາຍ​ສວນ​ຝິ່ນ​ທັງ​ໝົດ​ທີ່​ກຳລັງ​ອອກດອກມີ 17 ຈຸດ ລວມມີ​ເນື້ອທີ່ຫລາຍ​ກວ່າ 8 ​ເຮັກຕາ, ພ້ອມ​ທັງ​ໄດ້​ເອົາ​ຕົວ​ຜູ້​ກະທຳ​ຜິດ​ມາ​ສຶກສາ​ອົບຮົມ​ກ່າວ​ເຕືອນ ​ເພື່ອ​ບໍ່​ໃຫ້​ກັບ​ມາ​ປູກ​ພືດ​ທີ່​ຜິດ​ກົດໝາຍ​ນີ້​ອີກ.

      ຮອງ​ຫົວໜ້າ​ຕຳຫລວດ​ກວດກາ ​ແລະ ຄວບ​ຄຸມ​ຢາ​ເສ​ບຕິດ​ແຂວງ​ຊຽງ​ຂວາງ ​ໃຫ້​ຮູ້​ວ່າ: ຈຸດ​ທີ່​ມີ​ການ​ລັກລອບ​ປູກ​ຝິ່ນ​ນີ້​ເປັນ​ເຂດ​ຮ່ອມ​ພູ​ທຸລະກັນດານ ​ເຊິ່ງ​ເຮັດ​ໃຫ້​ມີ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຕິດຕາມ​ກວດກາ​ຂອງ​ເຈົ້າໜ້າ​ທີ່ ​ແລະ ນັບ​ແຕ່​ຕົ້ນປີ 2019 ມາ​ນີ້, ​ເຈົ້າໜ້າ​ທີ່​ໄດ້​ລົງ​ທຳລາຍ​ສວນ​ຝິ່ນ​ຫລາຍ​ກວ່າ 21 ​ເຮັກຕາ ຢູ່​ບ້ານ​ບົງ ​ເມືອງ​ພູ​ກູດ, ບ້ານ​ຍອດ​ສ້າງ ​ເມືອງ​ຄຳ ​ແລະ ຢູ່​ເຂດ​ພູຜາ​ແດງ ​ເມືອງ​ຄູນ.

ທຳລາຍ​ສວນ​ຝິ່ນ​ຫລາຍ​ເຮັກຕາ​ຢູ່​ເມືອງ​ຄູນ - Visit Laos Visit SALANA BOUTIQUE HOTEL - ທຳລາຍ​ສວນ​ຝິ່ນ​ຫລາຍ​ເຮັກຕາ​ຢູ່​ເມືອງ​ຄູນ

       ສປປ ລາວ ​ໄດ້​ປະກາດ​ຢຸດຕິ​ການ​ປູກ​ຝິ່ນ​ມາ​ຫລາຍ​ປີ​ແລ້ວ ​ໂດຍ​ໄດ້​ຊຸກ​ຍູ້​ສົ່ງ​ເສີມ​ປະຊາຊົນ​ທີ່​ເຄີຍ​ປູກ​ຝິ່ນ​ຫັນ​ໄປ​ປູກ​ພືດ​ຊະນິດ​ອື່ນ​ທົດ​ແທນ ​ເພື່ອ​ເປັນ​ສິນຄ້າ ​ແລະ ສ້າງ​ອາຊີບ​ໝັ້ນຄົງ. ນອກ​ນີ້ ລັດຖະບານ​ໄດ້​ມີ​ນະ​ໂຍບາຍ​ໃຫ້​ນັກ​ລົງທຶນ​ຕ່າງປະ​ເທດ​ເຂົ້າມາ​ມີ​ສ່ວນ​ຮ່ວມ​ໃນ​ການ​ແກ້​ໄຂ​ບັນຫາ​ການ​ປູກ​ຝິ່ນ​ຢູ່​ເຂດ​ພາກ​ເໜືອ ​ໂດຍ​ການ​ລົງທຶນ​ປູກ​ຢາງພາລາ ​ເພື່ອ​ໃຫ້​ປະຊາຊົນ​ທີ່​ເຄີຍ​ປູກ​ຝິ່ນ​ຫັນ​ມາ​ປູກ​ຢາງພາລາ​ແທນ ​ເພື່ອ​ສ້າງ​ລາຍ​ຮັບ ​ແລະ ມີ​ວຽກ​ເຮັດ​ງານ​ທຳ​ດີ​ຂຶ້ນ.

ທຳລາຍ​ສວນ​ຝິ່ນ​ຫລາຍ​ເຮັກຕາ​ຢູ່​ເມືອງ​ຄູນ - 3 - ທຳລາຍ​ສວນ​ຝິ່ນ​ຫລາຍ​ເຮັກຕາ​ຢູ່​ເມືອງ​ຄູນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!