ທະນາຄານກາງອິນເດຍຫລຸດ ດອກເບ້ຍກ່ອນເລືອກຕັ້ງທົ່ວໄປ

ທະນາຄານກາງອິນເດຍຫລຸດອັດຕາດອກເບ້ຍນະໂຍບາຍໃນວັນທີ 7 ກຸມພານີ້ ສວນທາງກັບຕະຫລາດຄາດວ່າຈະຮັກສາໄວ້ໃນລະດັບເກົ່າ ແລະ ມີຂຶ້ນກ່ອນອິນເດຍຈະມີການເລືອກຕັ້ງທົ່ວໄປລະຫວ່າງເດືອນເມສາ-ພຶດສະພານີ້.
ທະນາຄານກາງອິນເດຍຖະແຫລງວ່າ: ຈະຂຶ້ນອັດຕາດອກເບ້ຍຊື້ຄືນພັນທະບັດ (repo rate) ອີກ 0,25% ເປັນ 6,25% ເນື່ອງຈາກອັດຕາເງິນເຟີ້ປັດຈຸບັນຕໍ່າທີ່ສຸດໃນຮອບ 18 ເດືອນ ເພາະອັດຕາເງິນເຟີ້ຂາຍຍ່ອຍຫລຸດລົງຈາກ 3,4% ໃນເດືອນຕຸລາ ເຫລືອ 2,2% ໃນເດືອນທັນວາ ຕໍ່າກວ່າເປົ້າໝາຍທີ່ທະນາຄານກາງຕັ້ງໄວ້ 4% ຖືເປັນການຂຶ້ນດອກເບ້ຍຄັ້ງທຳອິດໃນຮອບ 18 ເດືອນ ແລະ ຄັ້ງທຳອິດນັບແຕ່ທະນາຄານກາງໄດ້ຜູ້ວ່າການຄົນໃໝ່ທີ່ເປັນພັນທະມິດກັບນາຍົກລັດຖະມົນຕີ ນາເຣນທຣາ ໂມດີ ແທນຜູ້ວ່າຄົນເກົ່າທີ່ລາອອກໃນເດືອນທັນວາ ເພາະບໍ່ພໍໃຈທີ່ລັດຖະບານແຊກແຊງນະໂຍບາຍ, ຄາດກັນວ່າລັດຖະບານບໍ່ພໍໃຈທີ່ຜູ້ວ່າຄົນເກົ່າບໍ່ຍອມຫລຸດອັດຕາດອກເບ້ຍ ເພື່ອຊ່ວຍກະຕຸ້ນເສດຖະກິດ. ມີຂ່າວວ່າ: ລັດຖະມົນຕີການເງິນກົດດັນທະນາຄານກາງໃຫ້ດຳເນີນນະໂຍບາຍທີ່ຈະຊ່ວຍໃຫ້ເສດຖະກິດເຕີບໃຫຍ່ ກ່ອນຈະມີການເລືອກຕັ້ງທົ່ວໄປທີ່ທ່ານ ໂມດີ ລົງສະໝັກເປັນສະໄໝທີສອງ. ຫລ້າສຸດວັນທີ 7 ກຸມພານີ້ ທີ່ປຶກສາເສດຖະກິດຄົນສຳຄັນຂອງທ່ານ ໂມດີ ຮຽກຮ້ອງໃຫ້ທະນາຄານກາງຫລຸດດອກເບ້ຍ ເພື່ອກະຕຸ້ນການບໍລິໂພກ ແລະ ການລົງທຶນ.
ທ່ານ ໂມດີ ອາຍຸ 68 ປີ ຊະນະເລືອກຕັ້ງປີ 2013 ຢ່າງຫລວງຫລາຍຈາກນະໂຍບາຍເປັນມິດຕໍ່ທຸລະກິດທີ່ອ້າງວ່າຈະຊ່ວຍກະຕຸ້ນເສດຖະກິດ ແລະ ການຈ້າງວຽກ, ແຕ່ໄຕມາດເດືອນກໍລະກົດ-ກັນຍາປີກ່ອນ ເສດຖະກິດອິນເດຍເຕີບໃຫຍ່ພຽງ 7,1% ຫລຸດລົງຈາກ 8,2% ໃນໄຕມາດກ່ອນໜ້າ. ນັກວິເຄາະຊີ້ວ່າ: ເສດຖະກິດອິນເດຍຕ້ອງເຕີບໃຫຍ່ຢ່າງສະໝໍ່າສະເໝີບໍ່ຕໍ່າກວ່າ 8% ຈຶ່ງຈະສາມາດສ້າງວຽກຮອງຮັບແຮງງານໃໝ່ປີລະຫລາຍລ້ານຄົນ, ອາທິດຜ່ານມາມີຂໍ້ມູນລັດຖະບານຮົ່ວວ່າ: ອັດຕາຫວ່າງງານປີ 2017-2018 ສູງສຸດໃນຮອບ 45 ປີ 6,1%.