ລັດຖະບານຈະເພີ່ມທະວີການຄຸ້ມຄອງເສດຖະ ກິດໃຫ້ຂະຫຍາຍຕົວໜັກແໜ້ນ

ໃນໂອກາດໂອ້ລົມກອງປະຊຸມວຽກງານແຜນການ-ການເງິນທົ່ວປະເທດ ເມື່ອບໍ່ດົນມານີ້, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ໃຫ້ເຫັນວ່າ: ປີ 2019 ປະເທດເຮົາຍັງຈະຜະເຊີນກັບສິ່ງທ້າທາຍຫລາຍຢ່າງທາງດ້ານເສດຖະກິດ-ການເມືອງຂອງພາກພື້ນ ແລະ ສາກົນ ເຊິ່ງຈະສົ່ງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ແລະ ເປັນປີທີ່ມີການປ່ຽນແປງນະໂຍບາຍແຜນການ-ການເງິນທີ່ສຳຄັນຂອງພວກເຮົາທີ່ອີງໃສ່ລາຍຮັບພາຍໃນເປັນຕົວກຳນົດລາຍຈ່າຍ ແລະ ການລົງທຶນ. ຕໍ່ບັນຫາດັ່ງກ່າວ, ລັດຖະບານຈະສຸມໃສ່ການຄຸ້ມຄອງເສດຖະກິດມະຫາພາກໃຫ້ຂະຫຍາຍຕົວໜັກແໜ້ນຕາມເປົ້າໝາຍວາງໄວ້ 6,7% ຂຶ້ນໄປ ໂດຍເລັ່ງປະຕິຮູບວຽກງານການເງິນຮອບດ້ານຕາມຍຸດທະສາດທີ່ລັດຖະບານໄດ້ຮັບຮອງໃຫ້ມີຄວາມຄືບໜ້າໄວ, ເລີ່ມຈາກການເກັບກຳຖານຂໍ້ມູນທຸລະກິດ ແລະ ຖານລາຍຮັບໃຫ້ຖືກຕ້ອງຄົບຖ້ວນ, ຫັນການຄຸ້ມຄອງລາຍຮັບເຂົ້າສູ່ລະບົບທັນສະໄໝໃຫ້ສຳເລັດ ເພື່ອສະກັດກັ້ນການຮົ່ວໄຫລ ແລະ ແກ້ໄຂປາກົດການຫຍໍ້ທໍ້ໃນຂົງເຂດລາຍຮັບໃຫ້ຂາດໂຕ, ປະຕິຮູບລະບົບການລົງທຶນຂອງລັດໃຫ້ມີການຫັນປ່ຽນ, ເຄັ່ງຂັດຕາມລະບຽບກົດໝາຍ, ມີປະສິດທິຜົນ ແລະ ສອດຄ່ອງຕາມງົບປະມານ ເພື່ອບໍ່ໃຫ້ມີໜີ້ສິນສະສົມເພີ່ມຂຶ້ນ, ເດັດຂາດບໍ່ໃຫ້ມີໂຄງການນອກແຜນ ແລະ ໂຄງການລົງທຶນກ່ອນ, ທຸກໂຄງການຕ້ອງມີການປະມູນດ້ານລາຄາ ເພື່ອໃຫ້ສອດຄ່ອງກັບຕົວຈິງ ທັງຮັບປະກັນປະສິດທິພາບ ແລະ ປະສິດທິຜົນ ແລະ ສິ່ງສຳຄັນແມ່ນຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດຂອງພະນັກງານໃນຂົງເຂດແຜນການ-ການເງິນ-ການລົງທຶນໃຫ້ມີຄວາມຈົງຮັກພັກດີ, ຍົກສູງສະຕິຄວາມຮັບຜິດຊອບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ປະຕິບັດວິໄນແຜນການ-ການເງິນເຄັ່ງຂັດ ແລະ ຖືເອົາຜົນປະໂຫຍດຂອງຊາດເປັນຫລັກ, ຖ້າຍັງມີປາກົດການຫຍໍ້ທໍ້ເກີດຂຶ້ນແມ່ນໃຫ້ປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ.