ສາມປັດໄຈ ທີ່ພາໃຫ້ຄົນຕາຍຍ້ອນອຸປະຕິເຫດ
ໂດຍ: ທິດກ່ຳ
ຂ່າວຄາວທີ່ພົບເຫັນໃນ ສື່ແຕ່ລະວັນຄົນເຈັບ, ຄົນຕາຍຍ້ອນອຸປະຕິເຫດແມ່ນມີບໍ່ຂາດໄລຍະ ແລະ ກໍເຫັນວ່າ ນັບມື້ເພີ່ມທະວີຄູນຂຶ້ນເລື້ອຍໆ, ຖ້າຈະຄິດໄລ່ບວກລົບຄູນຫານໃນແຕ່ລະວັນໄປເປັນເດືອນ ຫລື ເປັນປີແມ່ນໝົດໄປຫລາຍສິບ, ຫລາຍຮ້ອຍ ແລະ ຫລາຍພັນຄົນໃນປີໜຶ່ງໆ.
ເມື່ອທຽບໃສ່ການເກີດ ກັບການຕາຍໃນທຸກກໍລະນີກໍອາດຈະບໍ່ຫລຸດລື່ນກັນ ພໍເທົ່າໃດ ເພາະຄົນລາວເຮົາ ສະໄໝນີ້ຕ່າງພາກັນຄຸມ ເລື່ອງການກຳເນີດມັນບໍ່ຄືສະໄໝພໍ່ແມ່ປູ່ຍ່າຕານາຍເຮົາ, ຕົວຢ່າງສະໄໝນີ້ສູງ ສຸດຄອບຄົວໜຶ່ງມີລູກກໍພຽງ 3-4 ຄົນ ແຕ່ເມື່ອທຽບໃສ່ລຸ້ນປູ່ຍ່າຕານາຍເຮົາບາງຄອບຄົວມີລູກເປັນໂຫລກໍຍັງສາມາດລ້ຽງມາພາໃຫຍ່.
ການຕາຍຍ້ອນບັນຫາອຸປະຕິເຫດແມ່ນປັດໄຈໜຶ່ງທີ່ພວກເຮົາຕ້ອງໄດ້ພ້ອມກັນຄິດ ແລະ ພາກັນແກ້ໃນສະພາບປັດຈຸບັນກໍຄືອະນາຄົດຕໍ່ໜ້າ ແລະ ຍາວນານ, ເມື່ອຕັ້ງໂຈດກັນວ່າປັດໄຈທີ່ພາໃຫ້ຄົນຕາຍຍ້ອນອຸປະຕິເຫດນັ້ນມີຫຍັງແດ່? ຕາມທິດກ່ຳ ຄິດມັນເກີດມາຈາກ 3 ປັດໄຈໃຫຍ່ໆ ດ້ວຍກັນຄື:
ອັນທີໜຶ່ງ ແມ່ນຍ້ອນລະເມີດກົດຈາລະຈອນເຊັ່ນຂັບຂີ່ໄວເກີນລະດັບເສັ້ນທາງ, ບໍ່ໄປຕາມກົດບັນຍັດຊ້າຍຂວາ ຫລື ຟ້າວຟັ່ງຕາມອຳເພີໃຈ ໂດຍບໍ່ສົນກັບກົດໝາຍຈາລະຈອນຂອງລາວເຮົາ.
ອັນທີສອງແມ່ນເມົາແລ້ວຂັບ, ເທົ່າທີ່ຜ່ານມາເຫັນ ວ່າສັງຄົມບ້ານເຮົາການດື່ມສິ່ງມືນເມົາແມ່ນສາເຫດໜຶ່ງທີ່ພາໃຫ້ຄົນຕາຍຍ້ອນອຸປະຕິເຫດ.
ກົດໝາຍຄຸ້ມຄອງທາດມືນເມົາກໍມີແລ້ວ ແລະ ບັນດານິຕິກຳຕ່າງໆ ກໍເຫັນວ່າອອກມາຫລາຍສະບັບແຕ່ກໍບໍ່ຄ່ອຍເຫັນພາກັນໃສ່ໃຈເຄັ່ງຄັດປະຕິບັດ, ເວົ້າກັນວ່າຫ້າມບໍ່ໃຫ້ຂາຍເຫລົ້າຂາຍເບຍໃກ້ສະຖາບັນການສຶກສາແຕ່ບາງບ່ອນເຂົາພັດໄປຕັ້ງຈຶກຕໍ່ໜ້າໂຮງຮຽນຢ່າງສະງ່າຜ່າເຜີຍ, ນັກຮຽນນັກສຶກສາເສັງຈົບຂັ້ນ, ຈົບຊັ້ນໄດ້ໃບປະກາດແດງປະກາດຂາວກໍພາກັນໄປລ້າງລ້ຽງຄູອາຈານຢູ່ຮ້ານເຫລົ້າ, ຮ້ານເບຍຢ່າງ ເພີດເພີນມ່ວນຊື່ນ.
ຖັນແຖວກົມກອງພະນັກງານ, ທະຫານ, ຕຳຫລວດ ຫລື ອົງການຈັດຕັ້ງສັງຄົມ ຕ່າງໆ ສະຫລຸບວຽກງານ, ເຮັດບຸນສິນກິນທານພົບປະສັງສັນກັນບາງບ່ອນ, ບາງບ້ານຂ້າງົວຂ້າຄວາຍເປັນສິບເປັນຊາວ ແລະ ສິ່ງທີ່ຂາດບໍ່ໄດ້ກໍຄືເຫລົ້າຢາປາແປ້ງມັນ ຈຶ່ງມີບັນຍາກາດມື່ນຊື່ນຄຶກຄື້ນຈົນກາຍເປັນປະເພນີຈົນ ແກະບໍ່ອອກ.ນີ້ລະຄືທີ່ມາຂອງ ຄສ ວ່າເມົາແລ້ວຂັບລົດ.
ສ່ວນວ່າເຫດຜົນອັນສຸດທ້າຍທີ່ພາໃຫ້ຄົນມັກຕາຍຍ້ອນອຸປະຕິເຫດນັ້ນກໍແມ່ນເລື່ອງເສັ້ນທາງຢູ່ບ້ານເຮົາມັນຍັງບໍ່ທັນໄດ້ມາດຕະຖານ, ເປັນທາງແຄບ, ເປັນເສັ້ນທາງລຸບໂນນ, ຂຶ້ນພູລົງຫ້ວຍຊ້ຳບໍ່ໝຳມີຄື້ນ, ມີບວກຂຸມ, ມີຂີ້ຝຸ່ນໄງ້ກຸ້ມຢູ່ຫລາຍເສັ້ນ, ຫລາຍບ່ອນໃນທົ່ວປະເທດ.
ຂ່າວຄາວຄົນຕາຍຍ້ອນລົດຕົກເຫວທີ່ມັກໄດ້ຍິນເລື້ອຍໆ ກໍແມ່ນແຖວພູເກົ້າເມືອງກາສີເມືອງນານຕໍ່ໃສ່ຫລວງພະບາງໄດ້ສັງເວີຍເອົາຊີວິດ ແລະ ຊັບສິນມາຫລາຍຕໍ່ຫລາຍແລ້ວ. ຂ່າວຄາວທີ່ໄດ້ຍິນມາຍັງສົດໆຮ້ອນໆ ກໍຄືມີນັກທ່ອງທ່ຽວ ຈາກໄທພາກັນຕາຍໝົດຄອບຄົວ ແລະ ຍັງມີກໍລະນີອື່ນໆອີກຢ່າງນັບບໍ່ຖ້ວນ.
ຕໍ່ສະພາບດັ່ງກ່າວພວກເຮົາຈະພາກັນແກ້ແນວໃດ? ຕາມທິດກ່ຳວ່າມັນກໍຂຶ້ນກັບຕົວເຮົາເອງໃຫ້ພາກັນຄ່ອຍໄປຄ່ອຍມາ, ບ່ອນໃດຫຍຸ້ງຍາກມີຄວາມສ່ຽງສູງກໍບໍ່ຕ້ອງໄປ, ໃນເວລາຂັບຂີ່ລົດກໍໃຫ້ປະຕິບັດກົດຈາລະຈອນຢ່າງເຄັ່ງຄັດ, ເມົາແລ້ວກໍບໍ່ຕ້ອງຂັບລົດ, ການໄປມານຳໃຊ້ລົດ, ນຳໃຊ້ຖະໜົນຜູ້ມັກຂັບຊ້າຂັບໄວກໍບໍ່ຕ້ອງດ່າກັນຜິດກັນ, ຈົກປືນໃສ່ກັນ, ຕ້ອງໃຫ້ກຽດກັນ, ບໍ່ຕ້ອງເອົາຖານະຕຳແໜ່ງມາວັດກັນ, ໃຜຜິດໃຜຖືກໃຫ້ເວົ້າກັນຢ່າງສັນຕິ, ຍາມແລ້ງມີຂີ່ຝຸ່ນກໍບໍ່ຕ້ອງເລັ່ງໄວຈົນຫູດັບຕັບໄໝ້, ຍາມຟ້າຍາມຝົນມີຂີ້ຕົມເລະລະກໍບໍ່ຕ້ອງເລັ່ງຢຽບຈົນຂີ້ຕົມຟົ້ງໃສ່ຜູ້ອື່ນ. ຂະແໜງການກ່ຽວຂ້ອງຂອງພວກເຮົາກໍມີຮອດໂຍທາເມືອງ, ມີໂຍທາແຂວງ, ມີຮອດກະຊວງເພີ່ນ ກໍວ່າມີງົບຈຳກັດ.
ບັນຫາການສ້າງເສັ້ນ ທາງຜ່ານມາຍັງບໍ່ໄດ້ມາດຖານແຕ່ມູນຄ່າສ້ອມແປງ ແລະ ກໍ່ສ້າງເພີ່ມທະວີຂຶ້ນ 3 ທົບສີ່ທົບ. ນີ້ລະຄືບັນຫາທີ່ຂະແໜງການກ່ຽວຂ້ອງຕ້ອງບຸກທະລຸແກ້, ຖ້າບໍ່ດັ່ງນັ້ນແຕ່ລະວັນ, ແຕ່ລະເດືອນ ແລະ ແຕ່ລະປີກໍຈະມີຄົນຕາຍຍ້ອນມັດຈຸລາດທີ່ເບິ່ງບໍ່ເຫັນໂຕຄືດັ່ງທຸກວັນນີ້./.