ລັດຖະບານອອກແຈ້ງການສ້າງຂະບວນການປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກສາກົນໃຫ້ມີບັນຍາກາດຟົດຟື້ນ

- kitchen vibe - ລັດຖະບານອອກແຈ້ງການສ້າງຂະບວນການປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກສາກົນໃຫ້ມີບັນຍາກາດຟົດຟື້ນ

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຍຸດທະສາດພັດທະນາປ່າໄມ້ແຕ່ນີ້ຮອດປີ 2020 ແລະ ຄາດໝາຍດ້ານສິ່ງແວດລ້ອມທີ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກວາງອອກປາກົດຜົນເປັນຈິງ, ພ້ອມທັງເປັນການສ້າງຂະບວນການໃນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ 1 ມິຖຸນາທີ່ຈະເຖິງນີ້ໃຫ້ມີບັນຍາກາດຟົດຟື້ນ. ຫ້ອງວ່າການລັດຖະບານໄດ້ອອກແຈ້ງການດັ່ງນີ້: (1) ມອບໃຫ້ບັນດາກະຊວງ-ອົງການທຽບເທົ່າກະຊວງ, ບັນດາແຂວງ ແລະ ນະຄອນຫລວງວຽງຈັນ ໂຄສະນາເຜີຍແຜ່ໃຫ້ພະນັກງານ, ທະຫານ-ຕຳຫລວດ ຕະຫລອດຮອດພໍ່ແມ່ປະຊາຊົນທຸກຊັ້ນຄົນໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຄວາມໝາຍສຳຄັນຂອງປ່າໄມ້ ແລະ ມີສ່ວນຮ່ວມໃນການປູກ ແລະ ປົກປັກຮັກສາຕົ້ນໄມ້. (2) ມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້ ຊີ້ນຳພະແນກກະສິກຳ ແລະ ປ່າໄມ້ຢູ່ບັນດາແຂວງ ແລະ ນະຄອນຫລວງ ກະກຽມເບ້ຍໄມ້ ແລະ ສະຖານທີ່ປູກໄມ້ໃຫ້ໄດ້ຕາມຕົວເລກແຜນການກຳນົດໄວ້ໃນແຕ່ລະປີ. ພ້ອມນັ້ນຫລັງຈາກປູກແລ້ວກໍໃຫ້ເອົາໃຈໃສ່ບົວລະບັດຮັກສາຕິດພັນກັບການປ້ອງກັນ ແລະ ສະກັດກັ້ນໄຟໄໝ້ລາມປ່າ ເພື່ອຮັບປະກັນການຜະລິດເບ້ຍໄມ້, ໄມ້ປູກ ແລະ ການຟື້ນຟູປ່າໄມ້ປະຈຳປີ 2017. (3) ມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບກະຊວງສຶກສາທິການ ແລະ ກິລາ, ບັນດາແຂວງ ແລະ ນະຄອນຫລວງ ເພື່ອຈັດຕັ້ງງານວາງສະແດງ ແລະ ຈັດກິດຈະກຳຕ່າງໆກ່ຽວກັບວຽກງານປ່າໄມ້ຕິດພັນກັບການສ້າງຂະບວນການຄຳນັບຮັບຕ້ອນວັນເດັກນ້ອຍສາກົນ 1 ມິຖຸນາ, ໂດຍໃຫ້ເນັ້ນໃສ່ເປັນການປຸກລະດົມ ແລະ ປູກຈິດສຳນຶກໃຫ້ຊາວໜຸ່ມ, ເຍົາວະຊົນ ແລະ ອານຸຊົນໄດ້ຮັບຮູ້ເຂົ້າໃຈ ແລະ ມີສ່ວນຮ່ວມໃນການປູກໄມ້ ແລະ ປົກປັກຮັກສາປ່າໄມ້, ໂດຍໃຫ້ຈັດແບບກະທັດຮັດ, ແຕ່ມີເນື້ອໃນ ແລະ ຄວາມໝາຍບົນພື້ນຖານການປະຢັດມັດທະຍັດ ແລະ ຕ້ານການຟຸມເຟືອຍ.

- 5 - ລັດຖະບານອອກແຈ້ງການສ້າງຂະບວນການປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກສາກົນໃຫ້ມີບັນຍາກາດຟົດຟື້ນ
- Visit Laos Visit SALANA BOUTIQUE HOTEL - ລັດຖະບານອອກແຈ້ງການສ້າງຂະບວນການປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກສາກົນໃຫ້ມີບັນຍາກາດຟົດຟື້ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!