ທະນາຄານແຫ່ງ ສປປ ລາວ ເອົາໃຈໃສ່ຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ມີປະສິດທິພາບ ແລະ ເຂັ້ມແຂງຂຶ້ນກວ່າເກົ່າ

ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມວຽກງານຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດຂຶ້ນໃນວັນທີ 28 ກຸມພາ 2023, ໂດຍການເປັນປະທານຂອງທ່ານ ນາງ ຂັນແກ້ວ ຫລ້ມະນີເງົາ ຮອງຜູ້ວ່າການ ທຫລ, ມີບັນດາຄະນະກົມ, ຫົວໜ້າສາຂາ ທຫລ ປະຈຳພາກ, ຄະນະພະແນກ ແລະ ວິຊາການຈາກກົມກ່ຽວຂ້ອງຂອງ ທຫລ ເຂົ້າຮ່ວມ.
ເພື່ອສ້າງຄວາມເຂົ້າໃຈໂດຍພື້ນຖານກ່ຽວກັບສະພາບບັນຫາການນໍາໃຊ້ເງິນຕາຕ່າງປະເທດໃນໄລຍະຜ່ານມາ, ພາບລວມກ່ຽວກັບການເຄື່ອນໄຫວທຸລະກຳ ແລະ ການໃຫ້ບໍລິການເງິນຕາຕ່າງປະເທດ ໂດຍເນັ້ນໃສ່ຄວາມເປັນເຈົ້າການ, ຄວາມຮັບຜິດຊອບຕາມພາລະບົດບາດ ແລະ ການມີສ່ວນຮ່ວມຂອງບັນດາກົມ ແລະ ທຽບເທົ່າກົມ ພາຍໃນ ທຫລ ໃນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງເງິນຕາຕ່າງປະເທດ ຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ເລກທີ 15/ສພຊ, ລົງວັນທີ 7 ກໍລະກົດ 2022 ແລະ ຂໍ້ຕົກລົງວ່າດ້ວຍການບໍລິການແລກປ່ຽນເງິນຕາ ເລກທີ 1026/ທຫລ, ລົງວັນທີ 28 ທັນວາ 2022.
ພ້ອມນີ້, ກໍຍັງໄດ້ຮັບຟັງການລາຍງານກ່ຽວກັບສະພາບການຄຸ້ມຄອງເງິນຕາ ແລະ ການບໍລິການແລກປ່ຽນເງິນຕາ, ກະແສເງິນທີ່ຕິດພັນກັບການຄ້າການລົງທຶນໃນໄລຍະຜ່ານມາ; ກົນໄກການຄຸ້ມຄອງເງິນຕາ ແລະ ການບໍລິການແລກປ່ຽນເງິນຕາ ໂດຍ ທ່ານ ວັດທະນາ ຊານຸບານ, ຮອງຫົວໜ້າກົມນະໂຍບາຍເງິນຕາ ທຫລ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດເຫັນ ຕໍ່ວຽກງານການຄຸ້ມຄອງເງິນຕາຕ່າງປະເທດໃນແຕ່ລະບັນຫາຢ່າງເລິກເຊິ່ງ ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິດທິພາບ ແລະ ເຂັ້ມແຂງຂຶ້ນກວ່າເກົ່າ.
ຂໍ້ມູນ: ທະນາຄານແຫ່ງ ສປປ ລາວ