ມາລະຍາດຂ່ີລົດໂດຍສານ


ຍັງອີກບໍ່ດົນສົງການປີ ໃໝ່ລາວ ພສ 2562 ກໍຈະ ໝູນວຽນມາບັນຈົບຄົບຮອບ ອີກວາລະໜຶ່ງ, ດັ່ງນັ້ນການ ໄປຫາກາສູ່ຢ້ຽມຢາມຄອບ ຄົວ-ພໍ່ແມ່, ບ້ານ ເກີດເມືອງ ນອນ ກໍຈະເພີ່ມທະວີຂຶ້ນ, ເຊິ່ງອາດຈະເປັນທາງຍົນ, ທາງລົດ, ເຮືອກໍຖືວ່າເປັນຂອງ ໂດຍສານ, ໂດຍສະເພາະຜູ້ໃຊ້ລົດເມສາທາລະນະ ເຖິງຈະໄປທາງໃກ້ທາງໄກກໍລ້ວນ ຈະນັ່ງຮ່ວມເດີນທາງນໍາຜູ້ ອື່ນໆທຸກຊັ້ນຄົນ, ດັ່ງນັ້ນ ເລື່ອງມາລະຍາດຂອງຜູ້ໂດຍສານຈຶ່ງມີຄວາມສໍາຄັນຍິ່ງ, ເຊິ່ງອາດມີຫລາຍຄົນ ທີ່ຍັງ ບໍ່ທັນຄໍານຶງເຖິງ ແລະ ມັນມີ ຫຍັງແດ່? ອັນທໍາອິດທີ່ຄວນ ເຂັ້ມງວດກໍແມ່ນບໍ່ຄວນສູບ ຢາໃນເວລາຢູ່ໃນລົດ, ບໍ່ນັ່ງຢຽດຂາຂວາງທາງຄົນອື່ນ, ບໍ່ເວົ້າເລື່ອງສ່ວນຕົວ, ບໍ່ໃຊ້ ສຽງດັງເກີນເຫດ, ບໍ່ເວົ້າວິ ພາກວິຈານຄົນອື່ນ, ບໍ່ແນມ ເບິ່ງໜ້າຜູ້ໂດຍສານຄົນອື່ນ, ຕໍ່ມາກໍບໍ່ຄວນນໍາເອົາສັດ ລ້ຽງຂຶ້ນລົດໂດຍສານໄປນໍາ, ຮູ້ເສຍສະຫລະບ່ອນນັ່ງໃຫ້ ເດັກນ້ອຍ, ແມ່ມານ ແລະ ຜູ້ ເຖົ້າແກ່ອາວຸໂສ ແລະ ຮູ້ຊ່ວຍ ເຫລືອຈັບເຄື່ອງຂອງຊ່ວຍຄົນອື່ນຕາມຄວາມເໝາະສົມ, ຄວນລຽນແຖວໃນເວລາຈະຂຶ້ນລົດ ແລະ ກະກຽມເຄື່ອງ ຂອງໃຫ້ຮຽບຮ້ອຍເມື່ອເວລາຈະກົດກະດິງລົງລົດ, ບໍ່ຄວນຢືນກີດຂວາງທາງ ປະຕູລົດ ຫລື ບໍ່ຄວນເວົ້າຈາ ເຢາະເຢີ້ຍຜູ້ຍິງ ແລະ ຄວນກະກຽມເງິນໃຫ້ຄົບຕາມ ຈໍານວນທີ່ຕ້ອງຈ່າຍທຸກຄັ້ງ ແກ່ເຈົ້າຂອງລົດໂດຍສານສະເໝີ. ເຊິ່ງທັງໝົດເຫລົ່າ ນີ້ຜູ້ໂດຍສານຈະຕ້ອງຈົດ ຈໍາໄວ້ໃຫ້ດີເພື່ອຈະກາຍເປັນ ຄົນມີມາລະຍາດໃນເວລາຮ່ວມຂີ່ລົດໂດຍສານ.

