ຣອນນີ້ ມື 1 ຂອງໂລກເສຍໃຫ້ມືສະໝັກຫລິ້ນ ຕົກຮອບທຳອິດ ສະນຸກເກີຊີງແຊ້ມໂລກ 2019


ການແຂ່ງຂັນສະນຸກເກີຊີງແຊ້ມໂລກ ປະຈຳປີ 2019 ທີ່ເຊັຟຟີວ ປະເທດອັງກິດ ໃນວັນທີ 20 ເມສາ – 6 ພຶດສະພານີ້ ຊີງເງິນລາງວັນລວມ 2.231.000 ປອນ.
ຜົນຮອບທີ 1 ຣອນນີ້ ໂອຊຸນລີແວນ ມື 1 ຂອງໂລກ ອະດີດແຊ້ມໂລກ 5 ສະໄໝ ຈາກເຈົ້າພາບອັງກິດ ພາດທ່າເສຍໃຫ້ ເຈມສ໌ ເຄຮິວ ນັກສະນຸກເກີມືສະໝັກຫລິ້ນລຸ້ນຫລານ ໄວ 23 ປີ ຈາກຊາດດຽວກັນ 8-10 ເຟຣມ, ຣອນນີ້ ຕີຜິດພາດເອງຫລາຍຈັງຫວະ ສົ່ງຜົນໃຫ້ຕົກຮອບທຳອິດແບບໜ້າເສຍດາຍ. ຂະນະທີ່ ເຈມສ໌ ເຄຮິວ ເຂົ້າສູ່ຮອບທີ 2 ໄປພົບກັບ ສະຕີເຟັ້ນ ແມັກໄກວ ມື 15 ຂອງໂລກຈາກສະກັອດແລນ ທີ່ຜ່ານ ທ່ຽນ ເຜິງເຟ່ຍ ມື 81 ຂອງໂລກຈາກຈີນ 10-9 ເຟຣມ. ການຊີງແຊ້ມໂລກປີນີ້ ເຈມສ໌ ເຄຮິວ ກາຍເປັນນັກສະນຸກເກີມືສະໝັກຫລິ້ນຄົນທຳອິດຜ່ານຮອບຄັດເລືອກສູ່ຮອບທີ 1.
ຜົນຄູ່ອື່ນທີ່ໜ້າສົນໃຈ: ມາກ ເຊວບີ້ ມື 2 ຂອງໂລກ ແຊ້ມໂລກ 3 ສະໄໝ ຈາກອັງກິດ ເອົາຊະນະ ຈ້າວ ຊິນຖົງ ມື 61 ຂອງໂລກ ຈາກຈີນ 10-7 ຮອບສອງພົບກັບ ແກຣີ ວິວສັນ ມື 32 ຂອງໂລກເພື່ອນຮ່ວມຊາດ ທີ່ເອົາຊະນະ ລູກ້າ ເບຣເຊລ ມື 14 ຂອງໂລກ ຈາກເບວຢ້ຽມ 10-9 ເຟຣມ.
ຂະນະທີ່ ມາກ ວິນລ້ຽມ ແຊ້ມເກົ່າຈາກເວວ, ນຽວ ໂຣເບີດສັນ ມື 4 ຂອງໂລກ ຈາກອົດສະຕຣາລີ, ຈ໋ອນ ຮິກກິ້ນ ມື 5 ຂອງໂລກ ຈາກສະກັອດແລນ, ຕິງຈູນຮຸຍ ມື 10 ຂອງໂລກ ຈາກຈີນ, ສະຈ໊ວດ ບິງແຮມ ມື 12 ຂອງໂລກ ຈາກອັງກິດ ແລະ ຊ໋ອນ ເມີຟີ້ ມື 13 ຂອງໂລກ ຈາກອັງກິດ ຜ່ານໄດ້ໝົດ.