ສະຫະລັດອາເມລິກາຂຶ້ນອັດຕາພາສີຕໍ່ສິນຄ້າຂອງ ແມັກຊິກໂກຍ້ອນຄົນເຂົ້າເມືອງຜິດກົດໝາຍ

- 43697747 - ສະຫະລັດອາເມລິກາຂຶ້ນອັດຕາພາສີຕໍ່ສິນຄ້າຂອງ ແມັກຊິກໂກຍ້ອນຄົນເຂົ້າເມືອງຜິດກົດໝາຍ
- kitchen vibe - ສະຫະລັດອາເມລິກາຂຶ້ນອັດຕາພາສີຕໍ່ສິນຄ້າຂອງ ແມັກຊິກໂກຍ້ອນຄົນເຂົ້າເມືອງຜິດກົດໝາຍ


ຮຽບຮຽງໂດຍ : ລູກເມືອງພວນ

ວໍຊິງຕັນ ຈະຂຶ້ນອັດຕາພາສີ ຕໍ່ສິນຄ້າທຸກປະເພດຂອງແມັກຊິກໂກ 5% ແລະ ຈະຂຶ້ນໄປເລື້ອຍໆ ຕາມການເວລາ ຊຶ່ງເລີ່ມແຕ່ ວັນທີ 10 ມີຖຸນານີ້.

- Visit Laos Visit SALANA BOUTIQUE HOTEL - ສະຫະລັດອາເມລິກາຂຶ້ນອັດຕາພາສີຕໍ່ສິນຄ້າຂອງ ແມັກຊິກໂກຍ້ອນຄົນເຂົ້າເມືອງຜິດກົດໝາຍ

ວັນທີ 30 ພຶດສະພານີ້, ທ່ານ ດໍໂນທຼຳ ໄດ້ຂຽນລົງໃນ ທະວິດເຕີສ່ວນຕົວວ່າ: “ ວັນທີ 10 ມີຖຸນາຈະມາເຖິງນີ້, ສະຫະລັດອາເມລິກາຈະຂຶ້ນອັດຕາພາສີຕໍ່ທຸກປະເພດສິນຄ້າຂອງແມັກຊິກໂກ 5%, ຈົນເຖິງເມື່ອໃດຫາກບໍ່ມີຄົນເຂົ້າເມືອງຜິດກົດໝາຍເຂົ້າໄປໃນປະເທດຂອງພວກເຮົາ. ອັດຕາພາສີຈະເພີ່ມຂຶ້ນເລື້ອຍໆ ຈົນເຖິງເວລາໃດບໍ່ມີຄົນເຂົ້າເມືອງຜິດກົດໝາຍໄດ້ຮັບການແກ້ໄຂ, ເວລານັ້ນ ຈຶ່ງຈະຍົກເລີກອັດຕາພາສີດັ່ງກ່າວ ”

ທຳນຽບຂາວອ້າງອີງຄຳເວົ້າຂອງ ປະທານາທິບໍດີ ທຼຳ ໃຫ້ຮູ້ວ່າ: ອັດຕາພາສີຕໍ່ ແມັກຊິກໂກ ແມ່ນເລີ່ມຕົ້ນແຕ່ 5% ຕໍເດືອນ ຈົນເຖິງ 25% ໃນວັນທີ 1 ຕຸລາຈະມາເຖິງ.

ຫົວໜ້າທຳນຽບຂາວຢືນຢັນວ່າ: “ການຮ່ວມມືກັບ ແມັກຊິກໂກ ທີ່ບໍ່ໄປບໍ່ມານັ້ນ ຈຶ່ງເຮັດໃຫ້ເກີດການເຄື່ອນຍ້າຍເຂົ້າເມືອງຊະຊາຍ, ອັນໄດ້ສ້າງການຂົ່ມຂູ່ທີ່ເປັນອັນຕະລາຍພິເສດ ແລະ ເປັນການເລັ່ງດ່ວນຕໍ່ຄວາມໝັ້ນຄົງຂອງສະຫະລັດອາເມລິກາ” , “ ແມັກຊິກໂກ ມີກົດໝາຍວ່າດ້ວຍ: ການເຂົ້າອອກເມືອງຢ່າງເຄັ່ງຄັດ ແລະ ກໍອາດຈະສາມາດສະກັດກັ້ນການເຂົ້າເມືອງຜິດກົດໝາຍໄດ້ຢ່າງງ່າຍດາຍ, ລວມທັງການສົ່ງເຂົາກັບຄືນທີ່ເດີມ ”

- 43697747 - ສະຫະລັດອາເມລິກາຂຶ້ນອັດຕາພາສີຕໍ່ສິນຄ້າຂອງ ແມັກຊິກໂກຍ້ອນຄົນເຂົ້າເມືອງຜິດກົດໝາຍ

- 5 - ສະຫະລັດອາເມລິກາຂຶ້ນອັດຕາພາສີຕໍ່ສິນຄ້າຂອງ ແມັກຊິກໂກຍ້ອນຄົນເຂົ້າເມືອງຜິດກົດໝາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!