ການຜະລິດໄຟຟ້າເພີ່ມຂຶ້ນຜູ້ຊົມໃຊ້ຍັງເປັນທຸກ


ໂດຍ: ທ່ຽງທຳ
ສະບາຍດີ ເພື່ອນຜູ້ອ່ານທີ່ຮັກແພງ, ເມື່ອຟັງເບິ່ງການ ລາຍງານຕົວເລກຍອດມູນ ຄ່າການຜະລິດຂອງຂະແໜງ ພະລັງງານບໍ່ແຮ່ໃຜໆ ກໍໜ້າຈະພາກພູມໃຈວ່າປະເທດເຮົາມີລາຍຮັບຢ່າງມະຫາສານ ຈາກຂະແໜງການດັ່ງກ່າວ ຄືປີ 2018 ຜ່ານມາບັນລຸໄດ້ 28.247 ຕື້ກີບ, ທຽບໃສ່ປີ 2017 ເພີ່ມຂຶ້ນ 11% ແລະ ໄດ້ປະກອບສ່ວນເຂົ້າGDP ແຫ່ງຊາດກວມ 16,8%, ໃນນັ້ນຂະແໜງພະລັງງານເພ່ີມຂຶ້ນ 13,5% ແລະ ບໍ່ແຮ່ເພີ່ມ ຂຶ້ນ 7,5%.
ແຕ່ໃນຄະນະດຽວກັນການດຳລົງຊີວິດຂອງປະຊາຊົນເຮົາສ່ວນຫລາຍກໍຍັງເປັນ ທຸກນຳຄ່າກະແສໄຟຟ້າ, ເພາະ ປັດຈຸບັນຄ່າກະແສໄຟຟ້າຢູ່ ປະເທດເຮົາຂ້ອນຂ້າງຍັງສູງ ເມື່ອທຽບໃສ່ລາຍຮັບຕົວຈິງຂອງພົນລະເມືອງເນື່ອງ ຈາກວ່າລາຄາໄຟຟ້າແມ່ນຈະອີງໃສ່ຜົນຄູນຂອງຈຳນວນກະ ແສງໄຟຟ້າທີ່ຖືກນຳໃຊ້ຕົວຈິງ, ຖ້າໃຊ້ຫລາຍຕົວຄູນດັ່ງກ່າວກໍຈະເພີ່ມທະວີຂຶ້ນຕາມ 6 ລະດັບຄື:
– 0-25 Kwh ລາຄາ 348 ກີບ/Kwh
– 26-150 Kwh ລາຄາ 414 ກີບ/Kwh
– 151-300 Kwh ລາຄາ 799 ກີບ/Kwh
– 301-400 Kwh ລາຄາ 880 ກີບ/Kwh
-401-500 Kwh ລາຄາ 965 ກີບ/Kwh
– 501- ຂຶ້ນໄປແມ່ນ 999 ກີບ/Kwh.
ໃນຂະນະທີ່ປັດຈຸບັນທົ່ວປະເທດມີແຫລ່ງຜະລິດໄຟຟ້າ ຫລາຍເຖິງ 63 ແຫ່ງ, ລວມ ມີກຳລັງຕິດຕັ້ງທັງໝົດ 7.213 ເມກາວັດ, ແຕ່ລະປີສາມາດຜະລິດກະແສໄຟຟ້າ ໄດ້ປະມານ 37.000 ລ້ານ ກວ່າກິໂລວັດໂມງ, ພ້ອມນີ້ ກໍຍັງມີແຫລງຜະລິດໄຟຟ້າ ທີ່ກຳລັງກໍ່ສ້າງຢູ່ 37 ແຫ່ງ ເຊິ່ງຄາດວ່າຮອດປີ 2020-2021, ຈະມີແຫລ່ງຜະລິດ ໄຟຟ້າຫລາຍເຖິງ 100 ແຫ່ງລວມມີກຳລັງຕິດຕັ້ງປະມານ 13.000 ກວ່າ ເມກາວັດ ແລະ ບໍ່ຮູ້ວ່າ ເມ່ືອຮອດເວລາ ນັ້ນປະຊາຊົນ ເຮົາຍັງຈະເປັນ ທຸກນຳຄ່າກະແສໄຟຟ້າອີກບໍ່?
ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ຢືນຢັນຢູ່ ໃນກອງປະຊຸມປະຈຳປີຂອງ ຕົນໃນວັນທີ 3-4 ມິຖຸນານີ້ ວ່າ: ການພັດທະນາອຸດສາ ຫະກຳພະລັງງານແມ່ນທ່າແຮງທີ່ຖືກຕ້ອງ ແລະ ສອດຄ່ອງກັບເງື່ອນໄຂ ແລະ ເປັນ ທ່າແຮງໃຫ້ແກ່ການພັດທະນາເສດຖະກິດຂອງຊາດ ແລະ ແກ້ໄຂຄວາມທຸກຍາກຂອງ ປະຊາຊົນໄດ້ຢ່າງຕັ້ງໜ້າ./.

