ຕ້ານພະຍາດຫລັງນ້ຳຖ້ວມສາທາຕ້ອງມາກ່ອນ


ໂດຍ: ທ່ຽງທຳ
ສະບາຍດີ, ເພື່ອນຜູ້ອ່ານທີ່ຮັກແພງ, ເບິ່ງຄືວ່າ ປັດຈຸບັນນີ້ສະພາບໄພທຳ ມະຊາດຢູ່ປະເທດເຮົາກໍຄືຫລາຍປະເທດອື່ນໆ ໃນໂລກ, ນັບມື້ຍິ່ງຮ້າຍແຮງ, ນອກຈາກພາຍຸ, ຝົນຕົກ, ນ້ຳຖ້ວມແລ້ວ, ກໍມີຮອດແຜນດິນໄຫວ, ຄື້ນສຶນາມິ, ໄພແຫ້ງແລ້ງ, ໂລກລະບາດຕ່າງໆ ອັນໄດ້ຂ້າຊີວິດ ຂອງຄົນເຮົາໄປຈົນນັບບໍ່ຖ້ວນ, ສົ່ງຜົນໃຫ້ຊັບສິນ, ເຮືອນຊານບ້ານຊ່ອງເພພັງເສຍຫາຍເປັນຈຳນວນຫລວງຫລາຍ, ພື້ນຖານໂຄງລ່າງຖະໜົນຫົນທາງເປ່ເພເຮັດໃຫ້ການສັນຈອນ, ຄົມມະນາຄົມຂົນສົ່ງພົບຄວາມຫຍຸ້ງຍາກ, ການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງປະເທດດຳເນີນໄປຝຶດເຄືອງ, ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນຖົດຖອຍ.
ກໍດັ່ງຢູ່ປະເທດ ເຮົາໃນປີນີ້, ເຊິ່ງເລີ່ມມາແຕ່ພາກ ເໜືອໄປຈົນສຸດພາກກາງ ແລະ ພາກໃຕ້, ຫລາຍເມືອງ ຫລາຍແຂວງໄດ້ປະສົບກັບໄພນ້ຳຖ້ວມຢ່າງຮ້າຍແຮງ, ດັ່ງສະພາບເປັນຢູ່ໃນປັດຈຸບັນກໍແມ່ນ 6 ແຂວງພາກກາງ ແລະ ພາກໃຕ້ຄື: ຄຳມວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ແຂວງອັດຕະປືມີເຖິງ 43 ເມືອງ, 1.466 ບ້ານ, 175.400 ກວ່າຄອບຄົວ ແລະ ມີພົນລະ ເມືອງຫລາຍກວ່າ 377.700 ຄົນໄດ້ຮັບຜົນກະທົບ, ພ້ອມມີຜູ້ເສຍຊີວິດ 13 ຄົນສູນຫາຍ 1 ຄົນຢູ່ ແຂວງຈຳປາສັກ ແລະ ຕ້ອງໄດ້ຍົກຍ້າຍຜູ້ປະສົບໄພນັບເປັນແສນຄົນອອກໄປຢູ່ ບ່ອນພັກຊົ່ວຄາວ ແລະ ມາຮອດດຽວນີ້ສະພາບໄພນ້ຳຖ້ວມຢູ່ຫລາຍເຂດ, ຫລາຍເມືອງກໍຄ່ອຍໆບົກແຫ້ງລົງແລ້ວແຕ່ບັນຫາເປັນຫວ່ງທີ່ສຸດນອກຈາກຄວາມພະຍາຍາມຕອບສະໜອງ ເຂົ້າປາອາຫານເຄື່ອງໃຊ້ ຂອງສອຍອັນຈຳເປັນໃຫ້ແກ່ຜູ້ປະສົບໄພແລ້ວ, ກໍແມ່ນ ເລື່ອງຕ້ານ ແລະ ສະກັດກັ້ນ ການລະບາດຂອງພະຍາດຕ່າງໆ ທີ່ອາດມີຄວາມສ່ຽງ ເກີດຂຶ້ນສູງແມ່ນພະຍາດຕາແດງ, ຖອກທ້ອງ, ອະຫິວາ, ຕຸ່ມເປືອຍ, ຕີນຫໍ ແລະ ໄຂ້ຍຸງລາຍ ເຊິ່ງປັດຈຸບັນຢູ່ຫລາຍ ແຂວງ ກໍມີການລະບາດຮ້າຍແຮງຢູ່ແລ້ວ ແລະ ມີຜູ້ເສຍຊີວິດຈາກພະຍາດນີ້ນັບເປັນ 50- 60 ຄົນແລ້ວ ແລະ ເຮົາຈະສະກັດກັ້ນມັນແນວໃດ, ໃນເມື່ອຫລາຍພື້ນທີ່ຍັງມີ ນ້ຳອັ່ງຂັງຢູ່ຕາມກະໂປະກະ ປ໋ອງອັນເປັນບ່ອນແພ່ພັນ ຂອງຍຸງລາຍຫລັງນ້ຳຖ້ວມ, ຍັງກຳຈັດໄດ້ຍາກ ແລະ ຄຽງຄູ່ກັນນັ້ນກໍແມ່ນຄວາມຮັບ ຮູ້ເຂົ້າໃຈຂອງປະຊາຊົນໃນ ການຕ້ານພະຍາດດັ່ງກ່າວ, ໂດຍສະເພາະແມ່ນວຽກງານສຸຂະອະນາໄມ ຫລື ເວົ້າ ຢ່າງໜຶ່ງກໍແມ່ນຫລັກການ ອະນາໄມ 3 ສະອາດຄື: ກິນ ສະອາດ, ດື່ມສະອາດ ແລະ ຢູ່ສະອາດ ເຊິ່ງວຽກສຳຄັນ ນີ້ກໍຕ້ອງແມ່ນຄວາມເປັນ ເຈົ້າການຂອງຂະແໜງສາທາລະນາສຸກ, ໃນການລົງໄປເຂດປະສົບໄພແນະນຳ, ຊ່ວຍເຫລືອປະຊາຊົນເຮັດ ອະນາໄມສິ່ງແວດລ້ອມ, ການຈັດຫານ້ຳ ແລະ ຫວິດຖ່າຍ ທີ່ສະອາດ, ການກຳຈັດແຫລ່ງແຜ່ພັນຂອງຍຸງລາຍ, ຕະຫລອດໄປຈົນຮອດການຕອບສະໜອງວຽກງານປິ່ນ ປົວຮັກສາສຸຂະພາບໃຫ້ປະຊາຊົນ, ຕອບສະໜອງຢາປົວພະຍາດອັນຈຳເປັນໃຫ້ພຽງພໍ, ດັ່ງນ້ຳຢາຢອດຕາ, ນ້ຳລ້າງຕຸ່ມເປື່ອຍ, ຕີນຫໍ ແລະ ອື່ນໆ ຕາມຫລັກວິຊາການຂອງແພດໝໍໃຫ້ມີຄຸນນະພາບ, ຖ້າພວກເຮົາເປັນ ເຈົ້າການເຮັດແຕ່ຫົວທີກໍອາດສາມາດສະກັດກັ້ນການລະລາດຂອງພະຍາດຕ່າງໆ ນັ້ນລົງໄດ້./.

