ສປປ ລາວ ໄດ້ໃບຢັ້ງຢືນສີມືແຮງງານດີເລີດ ສາຂາຕັດຫຍິບ ໃນການແຂ່ງຂັນສີມືແຮງງານສາກົນໜຶ່ງແລວ ໜຶ່ງເສັ້ນທາງ ທີ່ ສປ ຈີນ


ຕາມການລາຍງານ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມໃຫ້ ຮູ້ວ່າ: ສປປ ລາວ ສົ່ງນັກ ແຂ່ງຂັນ 2 ສາຂາວິຊາຊີບຄື: ຊ່າງປຸງແຕ່ງອາຫານ ແລະ ຊ່າງຕັດຫຍິບ ເຂົ້າຮ່ວມແຂ່ງ ຂັນສີມືແຮງງານສາກົນໜຶ່ງ ແລວໜຶ່ງເສັ້ນທາງ (The Belt and Road International Skills Competition) ທີ່ຈັດຂື້ນໃນລະຫວ່າງ ວັນທີ 25-31 ພຶດສະພາ 2019 ທີ່ນະຄອນໂສງສິ້ງ ສປຈີນ, ເຊິ່ງມີຕົວແທນຈາກ 44 ປະເທດທົ່ວໂລກ. ໃນນັ້ນ ສະມາຊິກອາ ຊຽນມີ 6 ປະ ເທດຄື: ກໍາປູ ເຈຍ, ມາເລເຊຍ, ມຽນມ້າ, ສິງກະໂປ, ໄທ ແລະ ສປປ ລາວ ເຂົ້າຮ່ວມ.


ການແຂ່ງຂັນປະກອບ ມີ 18 ສາຂາວິຊາຊ່າງ ແລະ ມີນັກແຂ່ງຂັນສີມືແຮງງານທັງໝົດ 700 ຄົນ, ສຳລັບ ສປປ ລາວ ສົ່ງນັກແຂ່ງຂັນ 2 ຄົນພ້ອມຄູຝຶກ 2 ທ່ານ ໃນ 2 ສາຂາວິຊາຊີບຄື: ຊ່າງ ປຸງແຕ່ງອາຫານ ແລະ ຕັດ ຫຍິບ ແລະ ຜ່ານການແຂ່ງ ຂັນຜົນປະກົດວ່າ: ສາຂາ ວິຊາຊ່າງຕັດຫຍິບເຄື່ອງນຸ່ງ ແມ່ນນາງ ທອງດີ ອິນທະວົງ ມາຈາກສູນພັດທະນາສີ ມືຕັດຫຍິບ, ສາມາດຍາດ ມາໄດ້ໃບຢັ້ງຢືນສີມືແຮງ ງານດີເລີດໄດ້ 700 ຄະແນນ ຕາມມາດຕະຖານ, ຈັດຢູ່ໃນ ອັນດັບທີ 7 ຈາກນັກແຂ່ງ ຂັນທັງໝົດ 13 ຄົນຈາກ 13 ປະເທດ. ສໍາລັບສາຂາວິຊາ ປຸງແຕ່ງອາຫານ, ມີນັກແຂ່ງ ຂັນທັງໝົດ 17 ຄົນມາຈາກ 17 ປະເທດ ໂດຍໃຊ້ເວລາ ໃນການແຂ່ງຂັນ 6 ຊົ່ວໂມງ, ເຊິ່ງທ້າວ ວັນເພັງ ຈັນທະວົງ ມາຈາກສະຖາບັນການໂຮງແຮມ ແລະ ການທອງທ່ຽວ ແຫ່ງຊາດສາມາດສ້າງ ຜົນ ງານໄດ້ເປັນທີ່ໝ້າເພິ່ງພໍໃຈ ໄດ້ 699,1 ຄະແນນ ໄດ້ຮັບ ໃບຢັ້ງຢືນການເຂົ້າຮ່ວມ ແຂ່ງຂັນ.


ການແຂ່ງຂັນ ສີມືແຮງ ງານຄັ້ງນີ້ ເພື່ອຜັນຂະຫຍາຍ ແນວຄິດລິເລີ່ມໃນການສົ່ງ ເສີມການຮ່ວມມືກັບສາກົນ ຂອງທ່ານ ສີ ຈີ້ນພິງ ປະທານ ປະເທດແຫ່ງ ສປ ຈີນ ເພື່ອ ເພີ່ມທະວີຄວາມສາມັກຄີມິດຕະພາບຕາມນະໂຍບາຍ ໜຶ່ງ ແລວ ໜຶ່ງເສັ້ນທາງ ກໍຄືການ ຮ່ວມມືຍົກລະດັບຂີດຄວາມສາມາດດ້ານທັກສະສີມື ແຮງງານໃນບັນດາປະເທດ ໃນໂລກ ແລະ ອັນສໍາຄັນແມ່ນ ໄດ້ມີສ່ວນສໍາຄັນໃນການ ຍົກລະດັບສີມືແຮງງານ ລາວໃຫ້ນັບມື້ດີຂື້ນທຽບ ທັນກັບສາກົນ.



