ອີຣານ ແຈ້ງວ່າ: ບໍ່ຢາກປະເຊີນກັບນາຍົກຄົນໃໝ່ຂອງອັງກິດ

ອີຣານ ແຈ້ງວ່າ: ບໍ່ຢາກປະເຊີນກັບນາຍົກຄົນໃໝ່ຂອງອັງກິດ - 257 - ອີຣານ ແຈ້ງວ່າ: ບໍ່ຢາກປະເຊີນກັບນາຍົກຄົນໃໝ່ຂອງອັງກິດ
ອີຣານ ແຈ້ງວ່າ: ບໍ່ຢາກປະເຊີນກັບນາຍົກຄົນໃໝ່ຂອງອັງກິດ - kitchen vibe - ອີຣານ ແຈ້ງວ່າ: ບໍ່ຢາກປະເຊີນກັບນາຍົກຄົນໃໝ່ຂອງອັງກິດ
ອີຣານ ແຈ້ງວ່າ: ບໍ່ຢາກປະເຊີນກັບນາຍົກຄົນໃໝ່ຂອງອັງກິດ - 257 - ອີຣານ ແຈ້ງວ່າ: ບໍ່ຢາກປະເຊີນກັບນາຍົກຄົນໃໝ່ຂອງອັງກິດ

ຮຽບຮຽງໂດຍ: ລູກເມືອງພວນ

ລັດຖະມົນຕີກະຊວງການ ຕ່າງປະເທດ ອີຣານ ຊົມເຊີຍ ທ່ານ ບໍຣີດຈອນສັນ ໄດ້ເປັນ ນາຍົກຂອງອັງກິດ, ພ້ອມ ດຽວກັນນີ້ ທ່ານຍັງໄດ້ ຮຽກ ຮ້ອງໃຫ້ ລອນດອນ ບໍ່ຫຍຸ້ງ ກ່ຽວກັບ “ກົນອຸບາຍ” ເປັນ ປໍລະປັກກັບ ອີຣານ.

ອີຣານ ແຈ້ງວ່າ: ບໍ່ຢາກປະເຊີນກັບນາຍົກຄົນໃໝ່ຂອງອັງກິດ - Visit Laos Visit SALANA BOUTIQUE HOTEL - ອີຣານ ແຈ້ງວ່າ: ບໍ່ຢາກປະເຊີນກັບນາຍົກຄົນໃໝ່ຂອງອັງກິດ

ລັດຖະມົນຕີກະຊວງການ ຕ່າງປະເທດຂອງ ອີຣານ Mohammad Javad  Zarif, ວັນທີ 23 ກໍລະກົດ ໄດ້ຂຽນລົງໃນ ທະວິດເຕີ, ພາຍຫຼັງອະດີດລັດຖະມົນຕີ ກະຊວງການຕ່າງປະເທດ  ອັງກິດ ທ່ານ ຈອນສັນ ໄດ້ຮັບ ເລືອກຕັ້ງໃຫ້ເປັນຜູ້ນຳຄົນ ໃໝ່ຂອງພັກຝ່າຍຄ້ານວ່າ: “ຂ້າພະເຈົ້າຂໍສະແດງ ຄວາມ ຊົມເຊີຍຄູ່ຕຳແໜ່ງເກົ່າ ບໍຣີດ ຈອນສັນ ທີ່ໄດ້ເປັນນາຍົກ ຂອງອັງກິດ” .

ທ່ານ Zarif ຂຽນຕໍ່ໄປ ວ່າ: “ອີຣານ ບໍ່ຢາກປະເຊີນ ກັບອັງກິດ, ແຕ່ພວກເຮົາມີຂອບເຂດຊາຍຝັ່ງທະເລ ຍາວກວ່າ 2.400ກມ ໃນ ອ່າວເປີເຊຍ. ອັນນັ້ນແມ່ນ ຂອບເຂດທະເລຂອງພວກເຮົາ, ພວກເຮົາຈະປົກປ້ອງ ມັນໄວ້ໃຫ້ໝັ້ນຄົງ”

ວັກໜຶ່ງຂອງວິດີໂອທີ່   ສົ່ງໄປພ້ອມກັບທະວິດເຕີນັ້ນ, ລັດຖະມົນຕີກະຊວງການຕ່າງປະເະທດຂອງ ອີຣານ ຍັງໄດ້ກ່າວເຕື່ອນອັງກິດວ່າ: ບໍ່ຄວນຫຍຸ້ງກ່ຽວກັບ “ກົນອຸບາຍຂອງກຸ່ມB”, ໝາຍເຖິງທີ່ປຶກສາຄວາມໝັ້ນຄົງຂອງສະຫະລັດອາເມລິກາ John Bolton, ນາຍົກອິດ ສະລາແອນ Benjamin Netanyahu ແລະ ເຈົ້າຊາຍ ອາຣັບຊາອຸດີ Mohammed bin Salman ຜູ້ທີ່ມີແນວທາງ ແຂງກ້າວກັບ ອີຣານ.

ວັນທີ 19 ກໍລະກົດນິ້, ອີຣານໄດ້ຢຶດ ກຳປັ່ນບັນທຸກນໍ້າມັນ Stena Impero ຂອງອັງກິດທີ່ຊ່ອງແຄບ Hormuz ໃນຂໍ້ຫາ “ບໍ່ ເຄົາລົບກົດບັດທາງທະເລ ຂອງສາກົນ”. ເຖິງຢ່າງໃດ ກໍດີ, ລອນດອນກ່າວວ່າ: ນີ້ ແມ່ນການກະທຳແກ້ແຄ້ນ ຂອງ ເຕເຮຣານ ຕໍ່ທາງການ ອັງກິດຢຶດກຳປັ່ນບັນທຸກນໍ້າ ມັນ Grace 1 ຂອງ ອີຣານ ຢູ່ນອກຊາຍຝັ່ງ Gibraltar ໃນເຂດທະເລຂອງອັງກິດ ໃນວັນທີ 4 ກໍລະກົດນີ້.

ບັນຫາດັ່ງກ່າວ ເກີດຂຶ້ນ ໃນຂະນະທີ່ສະພາບການຢູ່ ບໍລິເວນອ່າວໄທ ມີຄວາມ ເຄັ່ງຕຶງຂຶ້ນນັບແຕ່ມື້ສະຫະລັດອາເມລິກາປະກາດຖອນຕົວອອກຈາກຂໍ້ຕົກລົງວ່າ ດ້ວຍອາວຸດນິວເຄຣຍຂອງ ອີຣານ ໃນເດືອນພຶດສະພາ 2018 ແລະ ເພີ່ມການລົງ ໂທດຕໍ່ ອີຣານ. ອີຣານເວົ້າວ່າ: ການຢຶດກຳປັ່ນ Grace 1 “ສະແດງໃຫ້ເຫັນວ່າອັງກິດກຳລັງແລ່ນກັບນະໂຍ ບາຍປໍລະປັກຂອງສະຫະລັດອາເມລິກາ”.

ອີຣານ ແຈ້ງວ່າ: ບໍ່ຢາກປະເຊີນກັບນາຍົກຄົນໃໝ່ຂອງອັງກິດ - 5 - ອີຣານ ແຈ້ງວ່າ: ບໍ່ຢາກປະເຊີນກັບນາຍົກຄົນໃໝ່ຂອງອັງກິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!