ເມືອງໄຊທານີຍອມຮັບການແກ້ໄຂຄວາມບໍ່ເປັນລະບຽບເຮັດໄດ້ຊ້າ

ເມືອງໄຊທານີຍອມຮັບການແກ້ໄຂຄວາມບໍ່ເປັນລະບຽບເຮັດໄດ້ຊ້າ - 5030 - ເມືອງໄຊທານີຍອມຮັບການແກ້ໄຂຄວາມບໍ່ເປັນລະບຽບເຮັດໄດ້ຊ້າ
ເມືອງໄຊທານີຍອມຮັບການແກ້ໄຂຄວາມບໍ່ເປັນລະບຽບເຮັດໄດ້ຊ້າ - kitchen vibe - ເມືອງໄຊທານີຍອມຮັບການແກ້ໄຂຄວາມບໍ່ເປັນລະບຽບເຮັດໄດ້ຊ້າ

ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງໄຊທານີນະຄອນຫລວງວຽງຈັນ, ທັງເປັນຮອງຄະນະຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍຂັ້ນເມືອງໄດ້ ໃຫ້ສໍາພາດຕໍ່ສື່ມວນຊົນໃນໂອກາດລົງກວດກາ ແລະ ຊຸກຍູ້ການປະຕິບັດວຽກງານຈັດສັນຄວາມບໍ່ເປັນລະບຽບຮ້ອຍຕາມເສັ້ນທາງສາຍຫລັກພາຍໃນເມືອງຂອງຕົນວ່າ: ການຈັດຕັ້ງປະຕິບັດວຽກງານດັ່ງກ່າວແມ່ນເຮັດໄດ້ຊ້າ ແລະ ພົບຄວາມຫຍຸ້ງຍາກຫລາຍດ້ານ, ເນື່ອງຈາກປະຊາຊົນຜູ້ເປັນເຈົ້າຂອງເຮືອນ, ຕຶກອາຄານ ຫລື ເຈົ້າຂອງວັດຖຸຕ່າງໆທີ່ຕິດຕັ້ງຕາມແຄມທາງບໍ່ເປັນລະບຽບນັ້ນບໍ່ໃຫ້ການຮ່ວມມືໃນການແກ້ໄຂບັນຫາ, ເຊິ່ງສະແດງອອກຄື: ນັບແຕ່ຄະນະຈັດສັນຄວາມເປັນລະບຽບໄດ້ລົງກວດກາຕາມເສັ້ນທາງສາຍສໍາຄັນຄື: ດົງໂດກ-ຕານມີໄຊ, ຖະໜົນໄກສອນພົມວິຫານ, ຖະໜົນເລກ 13 ໃຕ້ ແລະ ຖະໜົນເລກ 10 ນັບແຕ່ຕົ້ນປີຜ່ານມາເຫັນວ່າໄດ້ເຮັດບົດບັນທຶກແກ້ໄຂຄວາມບໍ່ເປັນລະບຽບຂອງຕຶກອາຄານ, ເທີບ-ເງີບ, ຕູູບ, ຮົ້ວ-ກໍາແພງ, ໂຕະວາງຂາຍສີນຄ້າ ແລະ ປ້າຍໂຄສະນາຕ່າງໆພຽງ 156 ເປົ້າໝາຍໃນ 368 ກໍລະນີ. ມາຮອດປັດຈຸບັນສາມາດແກ້ໄຂໄດ້ພຽງແຕ່ 39 ກໍລະນີ. ໂດຍສາເຫດຕົ້ນຕໍທີ່ພາໃຫ້ການແກ້ໄຂໄດ້ໜ້ອຍ ແລະ ລ້າຊ້ານັ້ນຕົ້ນຕໍ ແມ່ນມາຈາກເຊັ່ນ: ປະຊາຊົນສ່ວນຫລາຍຍັງບໍ່ເຂົ້າໃຈແຈ້ງຕໍ່ຄວາມສໍາຄັນຂອງຄວາມເປັນລະບຽບຈົບງາມຂອງຕົວເມືອງ, ບາງຈຸດເມື່ອເວລາເຈົ້າໜ້າທີ່ລົງໄປກວດກາກໍໄດ້ຫຍັບສິ່ງກີດຂວາງ ຫລື ໂຕະວາງສີນຄ້າຕາມທາງຍ່າງເຂົ້າໄປໃນຮ້ານ ແລະ ເມື່ອເຈົ້າໜ້າທີ່ໄປແລ້ວກໍເອົາອອກມາວາງຄືເກົ່າ ແລະ ບາງເທື່ອເມື່ອເຈົ້າໜ້າທີ່ໃຊ້ມາດຕະການເຂັ້ມງວດຫລາຍ ກໍມີຫາງສຽງຕໍ່ວ່າເຮັດເກີນໜ້າທີ່ຕ່າງໆ. ດັ່ງນັ້ນ ເພື່ອແນໃສ່ເຮັດໃຫ້ຕົວເມືອງມີຄວາມເປັນລະບຽບຮຽບຮ້ອຍ ແລະ ຈົບງາມ ຈຶ່ງຂໍຮຽກຮ້ອງໃຫ້ປະຊາຊົນໃຫ້ການຮ່ວມມືຫລາຍຂຶ້ນ.

ເມືອງໄຊທານີຍອມຮັບການແກ້ໄຂຄວາມບໍ່ເປັນລະບຽບເຮັດໄດ້ຊ້າ - 4 - ເມືອງໄຊທານີຍອມຮັບການແກ້ໄຂຄວາມບໍ່ເປັນລະບຽບເຮັດໄດ້ຊ້າ
ເມືອງໄຊທານີຍອມຮັບການແກ້ໄຂຄວາມບໍ່ເປັນລະບຽບເຮັດໄດ້ຊ້າ - Visit Laos Visit SALANA BOUTIQUE HOTEL - ເມືອງໄຊທານີຍອມຮັບການແກ້ໄຂຄວາມບໍ່ເປັນລະບຽບເຮັດໄດ້ຊ້າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!