ຍີ່ປຸ່ນ ເອົາສ.ເກົາຫລີ ອອກຈາກບັນຊີລາຍຊື່ຄູ່ຮ່ວມມືທີ່ໄວ້ວາງໃຈກັນ


ຮຽບຮຽງໂດຍ: ລູກເມືອງພວນ


ອີງຕາມແຫລ່ງຂ່າວ Vn Express ຂອງຫວຽດນາມ ໃຫ້ຮູ້ວ່າ: ໃນວັນທີ 7 ສິງຫາ ຍີ່ປຸ່ນຈະເອົາ ສ. ເກົາຫຼີ ອອກ ຈາກບັນຊີລາຍຊື່ຄູ່ຮ່ວມມື ທີ່ໄວ້ວາງໃຈກັນ, ໄດ້ສ້າງຄວາມແຕກແຍກອັນເລິກເຊິ່ງລະຫວ່າງສອງປະເທດ.
ສ. ເກົາຫຼີ ໄດ້ຄັດຄ້ານ ຢ່າງແຂງແຮງຕໍ່ການກະທຳ ດັ່ງກ່າວຂອງ ຍີ່ປຸ່ນ. ສ່ວນຍີ່ປຸ່ນພັດເວົ້າວ່າ: ພວກເຮົາ ກະທຳເຊັ່ນນັ້ນກໍເພາະວ່າມີ ຄວາມເປັນຫ່ວງຕໍ່ຄວາມໝັ້ນ ຄົງແຫ່ງຊາດຂອງຕົນ.
ການຕັດສິນໃຈເອົາ ສ. ເກົາຫຼີ ອອກຈາກອັນທີ່ເອີ້ນວ່າ “ບັນຊີຂາວ” ນັ້ນກໍເພື່ອ ຈຳກັດການພົວພັນກັບ ສ. ເກົາ ຫຼີ ລົງ.
ກ່ອນໜ້ານີ້, ເຊອູນ ໄດ້ກ່າວເຕືອນ ຍີ່ປຸ່ນວ່າ: ການກະທຳດັ່ງກ່າວຈະສົ່ງຜົນກະທົບ ຮ້າຍແຮງຕໍ່ສາຍພົວພັນລະຫ່ວາງສອງປະເທດໃນອາຊີ ດ້ວຍກັນ.
ການກ່າວເຕືອນດັ່ງກ່າວ ມີຂຶ້ນພາຍຫຼັງຍີ່ປຸ່ນວາງມາດຕະການທີ່ເຄັ່ງຄັດກວ່າ ເກົ່າຕໍ່ການສົ່ງອອກວັດຖຸດິບເພື່ອປ້ອນໃຫ້ໂຮງງານຜະລິດເທັກໂນໂລຢີຂອງ ສ. ເກົາຫຼີ.
ການຈຳກັດສົ່ງວັດຖຸດິບ ເພື່ອຜະລິດອຸປະກອນທີ່ ຈຳເປັນເຊັ່ນການຜະລິດຈໍ ສະແດງຜົນ ແລະ ຊີບໜ່ວຍຄວາມຈຳ ຂອງຍີ່ປຸ່ນຕໍ່ ເຊອູນ ນັ້ນອາດຈະສົ່ງຜົນກະທົບ ເຮັດໃຫ້ເສດຖະກິດຂອງ ສ. ເກົາຫຼີ ຖົດຖອຍລົງ.
ຍີ່ປຸ່ນໃຫ້ຮູ້ວ່າ: ການເອົາ ສ. ເກົາຫຼີ ອອກຈາກບັນຊີ ລາຍຊື່ຄູ່ຮ່ວມມືທີ່ໄວ້ວາງໃຈ ກັນນັ້ນ ແມ່ນບົນພື້ນຖານ ຄວາມໝັ້ນຄົງແຫ່ງຊາດ. ດ້ວຍເຫດຜົນທີ່ວ່າການຄວບຄຸມການສົ່ງອອກນັ້ນບໍ່ ທັນພຽງພໍຕໍ່ການລົງໂທດ ຕໍ່ ສ. ເກົາຫຼີ – ຂ່າວຈາກ ຣອຍເຕີ.
ການຕັດສິນໃຈເອົາເຊ ອູນອອກຈາກ “ບັນຊີຂາວ “ນັ້ນ ຄາດວ່າຈະຖືກ ຈັດຕັ້ງ ປະຕິບັດຢ່າງເປັນທາງການ ໃນທ້າຍເດືອນນີ້.
ຄວາມເຄັ່ງຕຶງທາງການຄ້າລະຫວ່າງ ໂຕກຽວ ແລະ ເຊອູນ ນັ້ນແມ່ນເນື່ອງມາຈາກ ການຮຽກຮ້ອງຂອງຝ່າຍ ສ. ເກົາຫຼີ ໃຫ້ຍີ່ປຸ່ນ ໃຊ້ແທນ ຕໍ່ຊາວເກົາຫຼີ ທີ່ຖືກບັງຄັບ ໃຫ້ອອກແຮງງານໃນປາງ ສົງຄາມ.
ປີກາຍນີ້, ສານຂອງ ສ. ເກົາຫຼີ ໄດ້ຮຽກຮ້ອງ ໃຫ້ບັນ ດາບໍລິສັດຂອງຍີ່ປຸ່ນຊົດເຊີຍໃຫ້ຄົນ ສ. ເກົາຫຼີ ທີ່ຖືກບັງຄັບໃຫ້ອອກແຮງງານໃນ ປາງສົງຄາມອັນໄດ້ສ້າງ ຄວາມເຄັ່ງຕຶງຈົນເຖິງທຸກວັນນີ້ກໍ່ບໍ່ທັນແກ້ໄດ້.
ການເອົາບໍລິສັດຂອງ ສ. ເກົາຫຼີ ອອກຈາກບັນຊີລາຍ ຊື່ຄູ່ຮ່ວມມືທີ່ໄວ້ວາງໃຈນັ້ນ ມັນເປັນການຈຳກັດວັດຖຸ ດິບສາມຢ່າງທີ່ຈະປ້ອນ ໃຫ້ເທັກໂນໂລຢີສູງຂອງ ສ. ເກົາຫຼີເຊິ່ງລວມມີີ: fluorinated polyimide, ສານ ເຮືອງແສງ ແລະ hydrogen fluoride ເທົ່ານັ້ນ.
ເຈົ້າຂອງບໍລິສັດຍັກໃຫຍ່ Samsung Electronics ແລະ SK Hynix ຂອງ ສ. ເກົາຫຼີ ຜະລິດໄດ້ປະມານ 60% ຂອງອຸປະກອນ ທັງໝົດ ໃນທົ່ວໂລກໃນປີກາຍນີ້.
/.