ໄຂ້ຍຸງລາຍຍັງສືບຕໍ່ລະບາດໜັກຢູ່ຫລາຍທ້ອງຖິ່ນມີຜູ້ເສຍຊີວິດເພີ່ມເປັນ 61 ຄົນແລ້ວ


ສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ປັດຈຸບັນສະພາບການລະບາດຂອງໄຂ້ຍຸງລາຍຍັງສືບຕໍ່ເພີ່ມຂຶ້ນສູງ, ເຊິ່ງມາຮອດຕົ້ນເດືອນກັນຍານີ້, ທົ່ວປະເທດມີຜູ້ຕິດເຊື້ອເກືອບ 29 ພັນຄົນ, ສົ່ງຜົນໃຫ້ມີຜູ້ເສຍຊີວິດເພີ່ມເປັນ 61 ຄົນແລ້ວ. ໃນນັ້ນຮ້າຍແຮງກວ່າໝູ່ແມ່ນຢູ່ນະຄອນຫລວງວຽງຈັນມີຜູ້ຕິດເຊື້ອຫລາຍເຖິງ 6.898 ຄົນ, ເສຍຊີວິດແລ້ວ 17 ຄົນ, ສະຫວັນນະເຂດມີ 5.236 ຄົນ, ເສຍຊີວິດ 20 ຄົນ, ສາລະວັນມີ 3.279 ຄົນ, ເສຍຊີວິດ 4 ຄົນ, ຈໍາປາສັກມີ 3.090 ຄົນ, ເສຍຊີວິດ 6 ຄົນ ແລະ ແຂວງອື່ນໆອີກ.


ນອກນີ້, ຢູ່ບັນດາປະເທດອາຊີກໍມີພະຍາດໄຂ້ຍຸງລາຍລະບາດໜັກເຊັ່ນກັນ ອີງຕາມຂໍ້ມູນໃນວັນທີ 20 ສິງຫາຜ່ານມານີ້, ກະຊວງສາທາລະນະສຸກຟິລິປິນໃຫ້ຮູ້ວ່າ: ມີຜູ້ຕິດເຊື້ອສູງເຖິງ 188.560 ກວ່າຄົນ, ເສຍຊີວິດແລ້ວ 800 ກວ່າຄົນ. ປະເທດໄທ ມີຜູ້ຕິດເຊື້ອ 73.320 ກວ່າຄົນ, ເສຍຊີວິດແລ້ວ 77 ຄົນ ແລະ ຢູ່ປະເທດມາເລເຊຍກໍມີຜູ້ຕິດເຊື້ອເກືອບ 80.000 ຄົນ, ເສຍຊີວິດແລ້ວ 113 ຄົນ.




ໃນສະພາບຮ້າຍແຮງນີ້, ກະຊວງສາທາລະນະສຸກຈຶ່ງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນເປັນເຈົ້າການຊ່ວຍກັນກໍາຈັດ ແລະ ທໍາລາຍແຫລ່ງເພາະພັນຍຸງລາຍທີ່ເປັນພະຫະນະນໍາເຊື້ອ ໂດຍໃຫ້ເອົາໃຈໃສ່ປະຕິບັດຫລັກການ 5 ປ ຢ່າງເຂັ້ມງວດຄື: 1). ປິດຝາພາຊະນະເກັບນໍ້າໃຫ້ດີ ເພື່ອບໍ່ໃຫ້ຍຸງລາຍມາ ໄຂ່ໃສ່; 2). ປ່ຽນນໍ້າ ແລະ ຜັດຖູພະຊະນະເຊັ່ນ: ເຕົ້າດອກໄມ້, ນໍ້າຮອງຕີນຕູ້, ຖານຮອງຈອກນໍ້າ ແລະ ອື່ນໆ; 3). ປ່ອຍປາຫາງນົກຍຸງ ເພື່ອກິນໜອນນໍ້າ; 4). ປັບປຸງບໍ່ໃຫ້ມີນໍ້າຄ້າງຂັງກະໂປະ, ກະປ່ອງ, ຮາງລິນ, ຢາງຕີນລົດເກົ່າ ແລະ ອື່ນໆ; 5). ປະຕິບັດເປັນປະຈໍາທຸກໆອາທິດ, ເພື່ອແນໃສ່ເຮັດໃຫ້ການລະບາດ ຂອງໄຂ້ຍຸງລາຍຫລຸດຜ່ອນລົງ.