ພັກຂອງ ປູຕີນ ເສຍທີ່ນັ່ງໃນສະພາ ມົສກູ ເກືອບເຄິ່ງໜຶ່ງ


ຮຽບຮຽງໂດຍ: ລູກເມືອງພວນ
ພັກປະເທດຊາດລັດເຊຍ ເອກະພາບໄດ້ທີ່ນັ່ງພຽງແຕ່ 26 ທີ່ນັ່ງໃນຈຳນວນທັງໝົດ 45 ທີ່ນັ່ງໃນສະພາ ມົສກູ ໃນການປ່ອນບັດວັນທີ 8 ກັນຍານີ້.
ຖ້າທຽບໃສ່ທີ່ນັ່ງເດີມປີກາຍ ພັກປະເທດຊາດລັດເຊຍເອກະພາບຂອງ ປູຕີນ ມີ 40 ທີ່ນັ່ງ, ຫຼຸດລົງ 14 ທີ່ນັ່ງໃນໃນສະພາ ດູມາ ມົສກູ.
ການປ່ອນບັດເລືອກຕັ້ງລະດັບທ້ອງຖິ່ນ ແລະ ເຂດຕ່າງໆໄດ້ເກີດຂຶ້ນທົ່ວທັງປະເທດ ໃນວັນທີ 8 ກັນຍານີ້, ພາຍຫຼັງສອງເດືອນເກີດການປະທ້ວງຄັ້ງໃຫ່ຍຢູ່ ມົສກູ ຕໍ່ຕ້ານລັດຖະບານ ກັນຫ້າມບໍ່ໃຫ້ຜູ້ຮັບສະໝັກເລືອກຕັ້ງຂອງຝ່າຍກົງກັນຂ້າມລົງຮັບສະໝັກເລືອກຕັ້ງ ດ້ວຍເຫດຜົນທີ່ວ່າ: ບໍ່ໄດ້ຮັບສຽງສະໜັບສະໜູນທີ່ພຽງພໍ.
ສະພາ ດູມາ ມົສກູ ແມ່ນສະພາຂັ້ນທ້ອງຖິ່ນຂອງລັດເຊຍ, ເພາະ ມົສກູ ເປັນໜຶ່ງໃນສາມນະຄອນຂອງສະຫະພັນລັດເຊຍ. ບັນດາກົດໝາຍຂອງສະພາ ດູມາ ມົສກູ ຈະຖືກປະຕິເສດໄດ້ໂດຍເຈົ້າຄອງນະຄອນ ຫຼື ລັດຖະບານທ້ອງຖິ່ນ(ລັດ)ເທົ່ານັ້ນ.ລາຍຊື່ຜູ້ຮັບສະໝັກເລືອກຕັ້ງຂອງສະພາ ດູມາມົສກູ ມີ 233 ຄົນ, ໃນນັ້ນ 171 ຄົນ ແມ່ນສະມາຊິກທີ່ມາຈາກພັກຕ່າງໆ ແຕ່ສ່ວນຫຼາຍແມ່ນມາຈາກພັກປະເທດຊາດລັດເຊຍເອກະພາບ ແລະ 63 ຄົນແມ່ນຜູ້ຮັບສະໝັກເອກະລາດ.
ໃນເມື່ອຜົນຂອງການເລືອກຕັ້ງອອກມາບໍ່ໄດ້ຕາມຈຸດປະສົງ, ເລຂາພັກປະເທດຊາດລັດເຊຍເອກະພາບ Andrei Metelsky ຖືກລາອອກຈາກໜ້າທີ່.
ການເລືອກຕັ້ງລະດັບທ້ອງຖິ່ນອອກມາແບບນີ້, ອາດຈະສົ່ງຜົນກະທົບເຖິງບັ້ນເລືອກຕັ້ງສະພາແຫ່ງຊາດລັດເຊຍໃນປີ 2021 ແລະ ມີຄວາມເປັນໄປໄດ້ທີ່ຈະສົ່ງຜົນສະທ້ອນເຖິງອິດທິພົນທບົດບາດ ແລະ ອຳນາດຂອງປະທານາທິບໍດີປູຕີນ.

