ບາເໂຊໂລນາ ຄວ້າແຊ໊ມ ໂຄປາເດລເຣ ເປັນສະໄໝທີ 29 ພ້ອມອຳລາ ເອັນຣິເກ

- Untitled 8 copy - ບາເໂຊໂລນາ ຄວ້າແຊ໊ມ ໂຄປາເດລເຣ ເປັນສະໄໝທີ 29 ພ້ອມອຳລາ ເອັນຣິເກ
- kitchen vibe - ບາເໂຊໂລນາ ຄວ້າແຊ໊ມ ໂຄປາເດລເຣ ເປັນສະໄໝທີ 29 ພ້ອມອຳລາ ເອັນຣິເກ

- Untitled 8 copy 300x197 - ບາເໂຊໂລນາ ຄວ້າແຊ໊ມ ໂຄປາເດລເຣ ເປັນສະໄໝທີ 29 ພ້ອມອຳລາ ເອັນຣິເກ
ການແຂ່ງຂັນບານເຕະຂັນ ໂຄປາເດລເຣ ສະເປນ ລະດູການ 2016-17 ຮອບຊີງຊະນະເລີດ ທີ່ສະໜາມບິເຊນເຕີ ກັລເດຣອນ ໃນນະຄອນມາດຣິດ ໃນວັນເສົາ ທີ 27 ພຶດສະພາຜ່ານນີ້ ບາເຊ ໂລນາ ລົງເຕະນັດສັ່ງລາ ຫຼຸຍ ເອັນຣີເກ ຜູ້ຈັດການຂອງທີມທີ່ຈະ ໂບກມືລາຖິ່ນຄຳນູ ຫຼັງຈົບລະດູ ການນີ້ ຜົນປາກົດວ່າສາມາດເອົາ ຊະນະ ເດປໍຕິໂບ ອະລາເບສ 3ໄປໄດ້ 3-1.

ໂດຍ ບາເຊໂລນາ ໄດ້ປະຕູ ຈາກ ລິໂອເນລ ເມສຊີ ໃນນາທີ 30, ເນມາ ນາທີ 45 ແລະ ປາໂກ ອັລກາເຊ ໃນໄລຍະຕໍ່ເວລາຂອງ ເຄິ່ງເວລາທຳອິດ. ສ່ວນທາງ ອະ ລາເບສ ໄດ້ປະຕູຕີໄຂ່ແຕກຈາກ ທິໂອ ເທີນານເດ ໃນນາທີ 33.

ໄຊະນະນັດນີ້ ເຮັດໃຫ້ ບາເຊ ໂລນາ ຄວ້າແຊ໊ມໂຄປາເດລເຣ ໄປຄອງເປັນສະໄໝທີ 29 ຫຼາຍທີ່ ສຸດໃນປະຫວັດສາດບານເຕະ ສະ ເປນ (1909-10, 1911-12, 1912-13, 1919-20, 1921 -22, 1924-25, 1925-26, 1927-28, 1941-42, 1950 -51, 1951-52, 1952-53, 1958-59, 1962-63, 1967 -68, 1970-71, 1977-78, 1980-81, 1982-83, 1987 -88, 1989-90, 1996-97, 1997-98, 2008-09, 2011 -12, 2014-2015, 2015-16, 2016-17).

ສຳລັບ ເອັນຣິເກ ນີ້ຄືນັດສຸດ ທ້າຍຂອງລາວໃນການເຮັດໜ້າທີ່ຜູ້ຈັດການທີມ ບາເຊໂລນາ  ແລະ ໃນວັນຈັນທີ 29 ພຶດສະພາ ທາງ ບາເຊໂລນາ ຈະປະກາດ ລາຍຊື່ຜູ້ຈັດການທີມຄົນໃໝ່ໃຫ້ ກອງເຊຍທົ່ວໂລກໄດ້ຮັບຮູ້ ໂດຍ ຄາດວ່າຈະເປັນ ເອເນສໂຕ ບັລ ເບເດ ທີ່ຫາກໍປະກາດອຳລາຕຳ ແໜ່ງຜູ້ຈັດການທີມ ແອັດເລຕິໂກ ບິລເບົາ ໃນກາງອາທິດຜ່ານມາ.

- 5 - ບາເໂຊໂລນາ ຄວ້າແຊ໊ມ ໂຄປາເດລເຣ ເປັນສະໄໝທີ 29 ພ້ອມອຳລາ ເອັນຣິເກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!