ສະຫະລັດສະເໜີສ້າງສະຖານທີ່ທ່ອງທ່ຽວໃຫ້ ສປປ ເກົາຫລີ


ຮຽບຮຽງໂດຍ: ລູກເມືອງພວນ
ໜັງສືພິມ Hankook Ilbo ຂອງ ສ ເກົາຫຼີ ໃຫ້ຮູ້ວ່າ: ໃນຂະນະທີ່ສອງຝ່າຍພົບປະກັນຢູ່ທີ່ສະຕົກໂຄມໃນວັນທີ 5 ຕຸລາຜ່ານມາ ນັກເຈລະຈາຂອງສະຫະລັດ ໄດ້ສະເໜີ ລົງທຶນສ້າງແຫຼ່ງທ່ອງທ່ຽວ ແລະ ພັກຜ່ອນໃຫ້ ສປປ ເກົາຫຼີ ຢູ່ທີ່ Kalma, ຢູ່ເທິງຝັ່ງທະເລ ທາງທິດຕາເວັນອອກຂອງ ສປປ ເກົາຫຼີ ກົງກັນຂ້າມ ກັບທະເລຂອງຍີ່ປຸ່ນ. Kalma ເປັນເຂດໜຶ່ງ ທີ່ຜູ້ ນຳ ສປປ ເກົາຫຼີ ກີມຈອງອູນ ມີຄວາມຫວັງຈະເປັນເຂດເກັບລາຍໄດ້ດີທີ່ສຸດ.
ໂຄງການກໍ່ສ້າງດັ່ງກ່າວຄາດວ່າຈະສຳເລັດໃນ ເດືອນເມສາປີໜ້າ, ເຊິ່ງຈະປະກອບໄປດ້ວຍໂຮງແຮມຫຼາຍຫຼັງ, ສູນການຄ້າ ແລະ ສວນສາທາລະນະຄົບວົງຈອນ.
ອາດເວົ້າໄດ້ວ່າ ສປປ ເກົາຫຼີ ກຳລັງທຸ່ມ ເທກຳລັງແຮງກຳລັງຊັບ ເພື່ອກໍ່ສ້າງ Kalma ໃຫ້ກາຍເປັນແຫຼ່ງທ່ອງທ່ຽວທີ່ໜ້າຈັບໃຈ. ໜັງສືພິມ Hankook Ilbo ໃຫ້ຮູ້ອີກວ່າ: ການສະເໜີ ຂອງສະຫະລັດ ແມ່ນເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ການເຈລະຈາຂໍ້ຕົກລົງວ່າດ້ວຍອາວຸດນິວເຄຣຍ ຂອງ ສປປ ເກົາຫຼີ ໃຫ້ປະສົບຜົນ.
ການພັດທະນາເຂດ Kalma ເຄີຍໄດ້ຮັບການ ປຶກສາຫາລືກັນລະຫວ່າງ ທຣຳ ແລະ ກີມຈອງອູນໃນຂະນະທີ່ພົບກັນຄັ້ງທຳອິດ ຢູ່ສິງກະໂປໃນເດືອນ ມີຖຸນາ 2018 ຜ່ານມາ./.

