ຈັບຜູ້ຄ້າຂາຍຢາເສບຕິດພ້ອມຂອງກາງຢາບ້າ 2.000 ກວ່າເມັດ


ໃນວັນທີ 25 ກັນຍາຜ່ານມາ, ເຈົ້າໜ້າທີ່ຕໍາຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງຫາດຊາຍຟອງນະຄອນຫລວງວຽງຈັນ, ໄດ້ລົງມ້າງເປົ້າໝາຍຄ້າຂາຍຢາເສບຕິດຢູ່ບ້ານດົງນາແຮ່ ສາມາດກັກຕົວຜູ້ຖືກຫາຄືນາງ ບອນ ອາຍຸ 43 ປີອາຊີບວ່າງງານ, ປັດຈຸບັນຢູ່ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ, ພ້ອມຢາບ້າຈໍານວນ 2.055 ເມັດ ຢູ່ຕູ້ແຕ່ງໜ້າ ແລະ ເງິນເກືອບ 3 ລ້ານກີບ, ເງິນບາດ 10.750 ບາດ.
ຜ່ານການສືບສວນ-ສອບສວນນາງ ບອນ ຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ຢາບ້າດັ່ງກ່າວແມ່ນຂອງຜູ້ກ່ຽວແທ້ ແລະ ຜ່ານມາຜູ້ກ່ຽວເຄີຍຖືກຄຸກມາແລ້ວ 1 ຄັ້ງໃນເດືອນຕຸລາ 2010 ຢູ່ຄຸກໂພນທັນ ແລະ ຖືກຕັດອິດສະຫລະພາບ 5 ປີ, ມາຮອດເດືອນກັນຍາ 2014 ຈິ່ງໄດ້ປ່ອຍຕົວ ແລະ ຕົກມາຮອດເດືອນເມສາ 2019 ຜູ້ກ່ຽວໄດ້ເລີ່ມຄ້າຂາຍຢາເສບຕິດອີກ, ເຊິ່ງສັ່ງຊື້ນໍາຊາຍຄົນໜຶ່ງຢູ່ບ້ານທົ່ງຕູມເມືອງຈັນທະບູລີ ເພື່ອໄປຂາຍໃຫ້ໄວລຸ້ນຢູ່ເຂດບ້ານໃກ້ຄຽງ. ຈົນມາຮອດວັນທີ 25 ກັນຍາຜ່ານມານີ້, ຈຶ່ງຖືກເຈົ້າໜ້າທີ່ເຂົ້າຈັບຕົວພ້ອມຂອງກາງ
ດັ່ງກ່າວ. ປັດຈຸບັນ, ເຈົ້າໜ້າທີ່ໄດ້ເປີດກ້ວາງຂະຫຍາຍຜົນສືບຫາກຸ່ມແກ້ງຮ່ວມຄ້າຂາຍຢາເສບຕິດມາດໍາເນີນຄະດີຕາມກົດໝາຍ.