ເບລ ຟ້ອງຫ້າມ ຣີລ ມາດຣິດ ເປີດເຜີຍປະຫວັດບາດເຈັບ


ແກເຣດ ເບລ ກຽມຟ້ອງ ສານບໍ່ໃຫ້ ຣີລ ມາດຣິດ ເປີດ ເຜີຍປະຫວັດບາດເຈັບຕໍ່ສາ ທາລະນະຊົນ ຊີ້ເປັນຂໍ້ມູນ ສ່ວນຕົວ ເຊິ່ງໄດ້ຮັບການຄຸ້ມ ຄອງຕາມກົດໝາຍສະເປນ.
ແກເຣດ ເບລ ດາວເຕະ ຣີລ ມາດຣິດ ຍັກໃຫຍ່ແຫ່ງ ລາ ລີກາ ສະເປນ ກຽມດຳ ເນີນການທາງກົດໝາຍ ເພື່ອ ຂໍໃຫ້ສານສັ່ງຫ້າມບໍ່ໃຫ້ຕົ້ນ ສັງກັດເປີດເຜີຍປະຫວັດການ ປິ່ນປົວອາການບາດເຈັບ ຂອງລາວຕໍ່ສາທາລະນະຊົນ ຕາມກົດໝາຍຄຸ້ມຄອງເລື່ອງ ການເປີດເຜີຍຂໍ້ມູນສ່ວນຕົວ ຂອງສະເປນ ຫລັງຈາກກ່ອນ ໜ້ານີ້ ລາວມັກຈະຖືກວິພາກ ວິຈານເລື່ອງອາການບາດ ເຈັບທີ່ເກີດຂຶ້ນມາໂດຍຕະ ຫລອດ.
ກ່ອນໜ້ານີ້ ຣີລ ມາດຣິດ ເຄີຍອອກມາເປີດເຜີຍເລື່ອງ ອາການບາດເຈັບຂອງ ເບລ ໃນເດືອນກັນຍາ 2017 ລວມ ທັງເທື່ອຫລ້າສຸດໃນເດືອນມັງ ກອນຜ່ານມາ ໂດຍມີແຫລ່ງ ຂ່າວພາຍໃນຖິ່ນຊານຕິອາໂກ ເບຣນາເບວ ທີ່ອ້າງວ່າສະໂມ ສອນເລີ່ມບໍ່ພໍໃຈທີ່ດາວເຕະ ທີມຊາດເວລບາດເຈັບຫລາຍ ເກີນໄປຈົນລົງສະໜາມຊ່ວຍ ທີມໄດ້ບໍ່ເຕັມເມັດເຕັມໜ່ວຍ ເທົ່າທີ່ຄວນ. ເຖິງຢ່າງໃດກໍ ຕາມ ໂຈນາທານ ບາຣເນັດ ນາຍໜ້າສ່ວນຕົວຂອງດາວ ເຕະເວລ ເປີດເຜີຍກັບ ອີເອສ ພີເອັນ ສື່ກິລາຊື່ດັງວ່າພວກ ເຂົາກຽມດຳເນີນການທາງ ກົດໝາຍ ເພື່ອບໍ່ໃຫ້ມີການ ເປີດເຜີຍລາຍລະອຽດເລື່ອງ ອາການບາດເຈັບ ເຊິ່ງຖືເປັນ ຂໍ້ມູນສ່ວນຕົວ ໂດຍລະບຸວ່າ: ປະຫວັດການປິ່ນປົວຖືເປັນ ເລື່ອງສ່ວນຕົວ ຖ້າປະຫວັດ ການປິ່ນປົວຂອງປະຊາກອນ ທຸກຄົນຖືເປັນເລື່ອງສ່ວນຕົວ ແລ້ວເປັນຫຍັງຕ້ອງເອົາປະ ຫວັດຂອງ ແກເຣດ ໄປເປີດ ເຜີຍຕໍ່ສາທາລະນະຊົນ ?.