ລາວ-ຈີນກຽມອອກລາຍການຂ່າວເປັນພາສາຈີນຜ່ານໂທລະພາບໃນປີໜ້ານີ້


ຂປລ. ຄະນະຜູ້ແທນຈາກໂທລະພາບແຫ່ງຊາດລາວເປີດເຜີຍອາທິດຜ່ານມານີ້ວ່າ: ການຮ່ວມມືດ້ານວຽກງານສື່ມວນຊົນລະຫວ່າງ ສປປ ລາວແລະ ສປ ຈີນ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງ, ໂດຍຜ່ານການສະໜັບສະໜູນທຶນຮອນຈາກລັດຖະບານຈີນໃນການສ້າງພື້ນຖານໂຄງລ່າງໃຫ້ໂທລະ
ພາບແຫ່ງຊາດ, ຊ່ວຍກໍ່ສ້າງ-ຝຶກອົບຮົມພະນັກງານນັກຂ່າວໃນໄລຍະສັ້ນ-ຍາວ, ຊ່ວຍເຫລືອດ້ານເຕັກນິກວິຊາການແລະພັດທະນາວຽກງານສື່ອື່ນໆພິເສດແມ່ນພາຍໃນປີ 2020 ສປປ ລາວ-ສປ ຈີນ ຈະອອກອາກາດລາຍການຂ່າວທາງໂທລະພາບເປັນພາສາຈີນ.
ກອງປະຊຸມໂຕະມົນສື່ມວນຊົນອາຊຽນຄັ້ງທີ 2 ພາຍໃຕ້ຫົວຂໍ້ (ການພັດ
ທະນາຮ່ວມກັນ ແລະ ແບ່ງປັນອະນາຄົດຮ່ວມກັນ) ໄດ້ຈັດຂຶ້ນວັນທີ 1 ພະຈິກນີ້ທີ່ນະຄອນຫລວງປັກກິ່ງ ສປ ຈີນ ໂດຍມີ 63 ອົງການສື່ມວນຊົນພາຍໃນ-ຕ່າງປະເທດ (ທະວີບອາຟຣິກາ, ອາຊີ, ເອີຣົບ,ອາເມລິກາແລະຣັດເຊຍ) ລວມທັງ ສປປ ລາວ ເຂົ້າຮ່ວມ ພາຍໃຕ້ການເປັນເຈົ້າພາບຮ່ວມລະຫວ່າງສໍານັກຂ່າວສື່ວີດີໂອ (ຊີຊີທີວີ) ຂອງ ສປ ຈີນ ແລະ ໂທລະພາບປະຊາຊົນຂອງປະເທດຟີລິບປິນ.
ຜູ້ເຂົ້າຮ່ວມໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະ, ຄວາມຄິດເຫັນ, ປະສົບການ, ນະວັດຕະກໍາໃໝ່ໆ, ເຕັກນິກ-ວິຊາການນໍາສະເໜີຂ່າວຜ່ານການຂຽນ-ການອອກລາຍການໂທລະພາບ, ໂດຍເນັ້ນໃຫ້ຄົນມີຄວາມສົນໃຈ, ມີເນື້ອໃນ, ມີລັກສະນະຍືນຍົງໂດຍຍົກເອົາຕົວຢ່າງການພັດທະນາສື່ແບບດັ້ງເດີມ (ສື່ສິ່ງພິມ ແລະ ສື່ອອນໄລ) ເນື່ອງຈາກວ່າປັດຈຸບັນຜູ້ບໍລິໂພກຂໍ້ມູນຂ່າວສານມີລັກສະນະປ່ຽນພຶດຕິກໍາວ່ອງໄວ ອັນສືບເນື່ອງມາຈາກຫລາຍປັດໃຈເຊັ່ນ:ຄົນເຂົ້າເຖິງຂໍ້ມູນຂ່າວສານງ່າຍຂຶ້ນຜ່ານທາງໂທລະສັບມືຖື ຫລືເຄື່ອງເອເລັກໂຕຣນິກ, ຄົນບໍ່ມີເວລາຫລາຍຈະນັ່ງອ່ານສື່ສິ່ງພິມຍ້ອນເວລາສ່ວນໃຫຍ່ເນັ້ນໃສ່ບັນຫາປາກທ້ອງ ແລະ ທຸລະກິດ, ຄົນຈໍານວນຫລາຍພວມສະແຫວງຫາຂໍ້ມູນຂ່າວທີ່ເປັນປະໂຫຍດທີ່ມີລັກສະນະສັ້ນກະທັດຫັດ ແລະປະຢັດເວລາສາມາດເຮັດໃຫ້ຜູ້ຊົມມີຄວາມສຸກມີຄວາມບັນເທີງ ແລະ ບໍ່ມຸ່ງເນັ້ນບັນຫາການເມືອງຫລາຍເກີນໄປ. ນອກຈາກນັ້ນຍັງມີການຫາລືການສ້າງຊ່ອງທາງສື່ເອເລັກໂຕຣນິກທັນສະໄໝຮ່ວມກັນໂດຍເນັ້ນການນໍາສະເໜີຂໍ້ມູນຂ່າວສານທີ່ຫລາກຫລາຍກ່ຽວຂ້ອງກັບການແລກປ່ຽນວັດທະນະທໍາ, ສ່ອງແສງໃຫ້ເຫັນຄວາມອຸດົມສົມບູນຂອງອະລິຍະທໍາເຊິ່ງກັນ ແລະ ກັນ, ເຕັກໂນໂລຊີ, ການຄ້າ, ການລົງທຶນ, ການຄົມມະນາຄົມ, ການໄປມາຫາສູ່ກັນ ແລະ ອື່ນໆ, ໂດຍຕິດພັນກັບຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ.
ທ່ານ ຊຽນຈູນ ຮອງປະທານສື່ກະຈາຍສຽງຊານຊີ ໄດ້ກ່າວວ່າ: ການນໍາສະເໜີຂໍ້ມູນຂ່າວສານ ແລະ ການພັດທະນາຮ່ວມມືກ່ຽວກັບໜຶ່ງແລວໜຶ່ງເສັ້ນທາງເນັ້ນບໍ່ໄດ້ໝາຍວ່າພວກເຮົາຈະເບິ່ງແຕ່ດ້ານການພັດທະນາເສດຖະກິດ ແລະ ພື້ນຖານໂຄງລ່າງເທົ່ານັ້ນ, ແຕ່ຫາກຍັງຕ້ອງກວມລວມເອົາບັນຫາອະລິຍະທໍາ, ວິຖີຊີວິດ, ຮີດຄອງປະເພນີອັນດີງາມ, ການໄປມາຫາສູ່ກັນ, ວັດທະນະທໍາ ແລະ ທ່ອງທ່ຽວອື່ນໆ ເພື່ອເຮັດໃຫ້ມວນມະນຸດ ແລະ ຄົນຮຸ່ນໃໝ່ເກີດມີຄວາມຮັກມີຄວາມເຂົ້າໃຈ, ມີຄວາມສາມັກຄີກັນ, ມີມິດຕະພາບ ແລະ ສາຍພົວພັນຢ່າງໃກ້ຊິດ.
ທ່ານ ວີລຽມ ສຸວັນນາ ຮອງອໍານວຍການໂທລະພາບແຫ່ງຊາດລາວໄດ້ໃຫ້ສໍາພາດນັກຂ່າວສໍານັກຂ່າວສານປະເທດລາວລະຫວ່າງກອງປະຊຸມຄັ້ງນີ້ວ່າ: ໂທລະພາບແຫ່ງຊາດລາວໄດ້ວາງແຜນໄວ້ວ່າຈະອອກອາກາດລາຍການຂ່າວເປັນພາສາຈີນຄ້າຍຄືກັບພາສາອັງກິດ, ຝຣັ່ງ, ຫວຽດນາມ ແລະ ອື່ນໆທີ່ເຄີຍປະຕິບັດມາໂດຍກໍານົດເອົາປະມານ 10-15 ນາທີ, ເຊິ່ງໂຄງການດັ່ງກ່າວພາຍໃຕ້ການຮ່ວມມືສອງຝ່າຍ ສປປ ລາວ ແລະ ສປ ຈີນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຜູ້ຊົມທີ່ເປັນຊາວຈີນ, ນັກທຸລະ
ກິດ, ນັກທ່ອງທ່ຽວ, ນັກຮຽນຮູ້-ປັນຍາຊົນ ແລະ ອື່ນໆ ທີ່ສົນໃຈນອກຈາກນັ້ນ ຍັງເປັນການເນັ້ນເຖິງຂອບການຮ່ວມມືຂອງສອງພັກ, ສອງລັດລາວ-ຈີນໂດຍສະເພາະໂຄງການເສັ້ນທາງລົດໄຟລາວ-ຈີນພາຍໃຕ້ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ, ເຊິ່ງໂຄງການດັ່ງກ່າວຈະສໍາເລັດ ແລະ ໃຫ້ບໍລິການພາຍໃນປີ 2021 ນີ້.
ໃນໄລຍະກອງປະຊຸມຄັ້ງນີ້, ໂທລະພາບແຫ່ງຊາດລາວ ແລະ ສໍານັກຂ່າວສື່ວີດີໂອ (ຊີຊີທີວີ) ຂອງ ສປ ຈີນ ຍັງໄດ້ເຊັນສັນຍາຮ່ວມມືກັນໃນການແລກປ່ຽນຂໍ້ມູນຂ່າວສານ, ດ້ານວິຊາການ ແລະ ພັດທະນາຮ່ວມມືກັນ.