ພາກສ່ວນກ່ຽວຂ້ອງເບິ່ງຕື່ມຄ່າຝາກລົດໃນງານບຸນຕ່າງໆ

- 335 - ພາກສ່ວນກ່ຽວຂ້ອງເບິ່ງຕື່ມຄ່າຝາກລົດໃນງານບຸນຕ່າງໆ
- kitchen vibe - ພາກສ່ວນກ່ຽວຂ້ອງເບິ່ງຕື່ມຄ່າຝາກລົດໃນງານບຸນຕ່າງໆ

ໂດຍ:ທ່ຽງທຳ

ສະບາຍດີ, ເພື່ອນຜູ້ອ່ານທີ່ຮັກແພງ, ທ່ຽງທຳກໍເຫັນດີນຳເພື່ອນຜູ້ອ່ານມີຄຳເຫັນມາວ່າ:  ບໍ່ຮູ້ວ່າອັນອື່ນຈະເປັນແນວໃດ? ເລື່ອງການແກ້ໄຂ ແລະ ຄວບຄຸມຝາກລົດຢູ່ໃນງານບຸນຕ່າງໆຄືວ່າຝາກແທ້, ແຕ່ລະປີ ແຕ່ລະງານກໍລ້ວນແລ້ວແຕ່ພົບເຫັນຜູ້ສວຍໂອກາດຂຶ້ນລາຄາຄ່າຝາກລົດສູງເກີນຂອບເຂດຈາກ 5 ມາເປັນສິບເປັນຊາວ.

- Visit Laos Visit SALANA BOUTIQUE HOTEL - ພາກສ່ວນກ່ຽວຂ້ອງເບິ່ງຕື່ມຄ່າຝາກລົດໃນງານບຸນຕ່າງໆ

ເວົ້າໄປກໍບໍ່ມີຄວາມໝາຍໃນເມື່ອຜູ້ປະກອບການຮັບຝາກລົດດັ່ງກ່າວຊ້ຳພັດອ້າງວ່າຄ່າເຊົ່າສະຖານທີ່ແພງກໍຕ້ອງໄດ້ເກັບຄ່າຝາກລົດເພີ່ມຂຶ້ນແລ້ວຜູ້ຮັບເຄາະກໍແມ່ນຊາວລາວເຮົາ, ເງິນເດືອນລາຍຮັບໜ້ອຍຢູ່ແລ້ວພັດມາບວກໃສ່ຄ່າຄ່ອງຊີບ, ຄ່າບໍລິການຕ່າງໆສູງຂຶ້ນແບບນີ້ຈະຢູ່ຈະກິນກັນແນວໃດ, ໂດຍສະເພາະພະນັກງານ, ທະຫານຕຳຫລວດເຮົາ, ດັ່ງນັ້ນຕ້ອງຫຍິບປາກຖົງໂສ້ງ, ຖົງເສື້ອປີ້ນຂຶ້ນເທິງແດ່, ຈິ່ງຈະມີເງິນຝາກລົດໃນງານບຸນແດ່.

ໂອຍເວົ້າມາກໍໜ້າເບື່ອໃນເລື່ອງເລັກໆນ້ອຍໆແບບນີ້ແຕ່ເບື້ອງອຳນາດການປົກຄອງເຮົາກໍຍັງບໍ່ສາມາດຄວບຄຸມໄດ້, ຖ້າອັນໃຫຍ່ກວ່ານີ້ຈະເປັນແນວໃດ? ດັ່ງນັ້ນຈິ່ງຂໍສົ່ງຂ່າວໃຫ້ຂະແໜງກ່ຽວຂ້ອງຈົ່ງມີມາດຕະການ ແລະ ລະບຽບການເຂັ້ມງວດກວດຂັນຕື່ມໃນການເກັບຄ່າບໍລິການຕ່າງໆ, ໂດຍສະເພາະຄ່າຝາກລົດແພງຍ້ອນເຊົ່າສະຖານທີ່ນຳຜູ້ຮັບເໝົາແພງ, ໃນຈຸດນີ້ໄດ້ຮີບຮ້ອນແກ້ໄຂ,ໃນເມື່ອປະເທດຊາດເຮົາຍັງທຸກຍາກຂາດເຂີນ ແລະ ປະສົບບັນຫາຫຍຸ້ງຍາກຕ່າງໆ ຈາກໄພທຳມະຊາດ, ແຕ່ແລ້ວພັດມາປະສົບກັບການເອົາລັດເອົາປຽບກັນໃນງານບຸນຂອງຊຸມຊົນເຮົາແບບນີ້./.

- 4 - ພາກສ່ວນກ່ຽວຂ້ອງເບິ່ງຕື່ມຄ່າຝາກລົດໃນງານບຸນຕ່າງໆ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!