ຍ້ອນຫຍັງເສດຖະກິດຂອງລາວຈຶ່ງບໍ່ເຂັ້ມແຂງ?


ລູກເມືອງພວນ
ສະບາຍດີ ເພື່ອນຜູ້ອ່ານທີ່ຮັກແພງ, ຄຳຕອບບັນຫານີ້ກໍຈະມີຫລາຍ, ແຕ່ບົດຂຽນນີ້ຍົກບາງບັນຫາຕົ້ນຕໍວ່າ: ເສດຖະກິດຂອງລາວຂະຫຍາຍຕົວຊ້າ ບໍ່ເປັນເລື່ອງທີ່ແປກປະຫຼາດ ເພາະກ່ອນໜ້ານັ້ນລາວເປັນປະເທດນ້ອຍດ້ອຍພັດທະນາທີ່ສຸດໃນໂລກ, ຊໍ້າບໍ່ໜຳຍັງຖືກສັກດີນາສະຫຍາມປົກຄອງມາຫຼາຍກວ່າ 100 ປີ, ຫຼັງຈາກນັ້ນມາ ກໍຖືກເປັນຫົວເມືອງຂຶ້ນຂອງຝຣັ່ງ 9 ປີ ແລະ ຈັກກະພັດອາເມລິກາມາຮຸກຮານ 30 ປີ. ພົນລະເມືອງລາວໃນເວລານັ້ນມີພຽງແຕ່ 2-3 ລ້ານຄົນເທົ່ານັ້ນ ແລະ ສ່ວນໃຫ່ຍແມ່ນກືກໜັງສື. ພື້ນຖານເສດຖະກິດກໍພຽງແຕ່ເຮັດໄຮ່ທຳສວນລ້ຽງຊີບໄປວັນໆ. ອຸດສາຫະກຳເກືອບວ່າບໍ່ມີຫຍັງ. ໄດ້ຍິນຜູ້ເຖົ້າຜູ້ແກ່ເລົ່າວ່າ: ມີແຕ່ຝຣັ່ງຂຸດຄົ້ນບໍ່ຖ່ານຫີນຢູ່ໂພນຕິ້ວ ພູພຽງບໍລະເວນເທົ່ານັ້ນ ແຕ່ກໍບໍ່ແມ່ນເພື່ອເອົາມາພັດທະນາປະເທດລາວ ແຕ່ຫາກຂຸດຄົ້ນກອບໂກຍເອົາໄປໃຫ້ພວກເຂົາເອງ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ປີ 1975 ນັ້ນ, ປະຊາຊົນລາວກືກໜັງສື 95% ຂອງພົນລະເມືອງ 3 ລ້ານຄົນໃນເວລານັ້ນ.
ຈາກນັ້ນລັດຖະບານຈຶ່ງໄດ້ຟື້ນຟູຮຳບາດແຜສົງຄາມຄືນໃໝ່, ປັບປຸງອຳນາດລັດປະຊາທິປະໄຕໃຫ້ເຂັ້ມແຂງ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ. ສ້າງພື້ນຖານເສດຖະກິດແຫ່ງຊາດໃຫ້ເປັນຮູບເປັນຮ່າງຂຶ້ນ ໂດຍອີງໃສ່ທ່າແຮງທາງດ້ານກະສິກຳເປັນແປ້ນຢັນໃຫ້ແກ່ການພັດທະນາອຸດສາຫະກຳ, ແຕ່ໄລຍະນັ້ນຍັງດຳເນີນຕາມຮູບຖານເສດຖະກິດແບບເກົ່າຂອງສັງຄົມນິຍົມຢູ່. ໝາຍຄວາມວ່າ ຍັງແມ່ນຮູບຖານເສດຖະກິດລວມໝູ່ແບບເກື້ອກູນ ໂດຍປາສະຈາກເສດຖະກິດຂອງເອກະຊົນ ແລະ ນາຍທຶນ ຍ້ອນເຫດຜົນດັ່ງກ່າວເສດຖະກິດຂອງລາວຈຶ່ງບໍ່ມີການຂະຫຍາຍຕົວ. ກອງປະຊຸມໃຫ່ຍຄັ້ງທີ IV ຂອງພັກ ປີ 1986 ຈຶ່ງໄດ້ຫັນປ່ຽນແນວຄິດຈິນຕະນາການໃໝ່ ຫັນປ່ຽນຈາກພື້ນຖານເສດຖະກິດເກື້ອກູນໄປສູ່ກົນໄກເສດຖະກິດຕະຫຼາດ, ຜະລິດເປັນສິນຄ້າ. ຈາກນັ້ນມາ ລັດຖະບານລາວກໍໄດ້ວາງນະໂຍບາຍເສດຖະກິດຕາມກົນໄກເສດຖະກິດຕະຫຼາດ ແລະ ສົ່ງເສີມເສດຖະກິດຫຼາຍພາກສ່ວນ, ເປີດປະຕູູສູ່ໂລກພາຍນອກ ເສດຖະກິດຂອງລາວຈຶ່ງຄ່ອຍໆເປັນຕົນເປັນໂຕເປັນຮູບເປັນຮ່າງຂຶ້ນ. ຕະຫຼອດໄລຍະກວ່າ 40 ປີຜ່ານມາ, ເສດຖະກິດລາວຂະຫຍາຍຕົວຢູ່ລະດັບນີ້ຖືວ່າໄວທີ່ສຸດແລ້ວ ຖ້ທຽບໃສ່ປະຫວັດສາດແຫ່ງການກຳເນີດຂອງປະເທດ. ແຕ່ເຖິງຢ່າງໃດກໍຕາມ, ມາຮອດປັດຈຸບັນ ພວກເຮົາກໍຍັງຕິດຢູ່ໃນສະພາບທີ່ວ່າ:
1. ພົນລະເມືອງລາວໜ້ອຍ ບວກກັບລະດັບຄວາມຮູ້ຄວາມສາມາດບໍ່ທັນສູງ ເຮັດໃຫ້ຈຳກັດຂີດຄວາມສາມາດໃນການພັດທະນາ.
2. ຄວາມເປັນເຈົ້າການບໍ່ສູງ ບວກກັບກົນໄກຄຸ້ມຄອງອ່ອນແອບໍ່ເດັດຂາດ ອັນພາໃຫ້ເກີດປາກົດການຫຍໍ້ທໍ້ໃນສັງຄົມນັບມື້ຫຼາຍຂຶ້ນ, ການພັດທະນາປະເທດຊາດອ່ອນແອ.
3. ຂາດນັກລົງທຶນທີ່ເປັນຄົນລາວ (ລະດັບເສດຖີ) ແລະ ອາໄສແຕ່ການລົງທຶນຈາກຕ່າງປະເທດ ແລະ ການກູ້ຢືມເປັນຕົ້ນຕໍ ອັນກໍ່ໃຫ້ເກີດໜີ້ສິນຕາມມາຢ່າງມະຫາສານ ແລະ ຂາດຄວາມເປັນເອກະລາດແຫ່ງຊາດ.
4. ລະບົບການຜະລິດຍັງອ່ອນນ້ອຍ ອາໄສແຕ່ຂາຍຊັບພະຍາກອນທຳມະຊາດ ເຮັດໃຫ້ຊັບພະຍາກອນຂອງຊາດບົກແຫ້ງໄວວາ ແຕ່ບໍ່ສົມດຸນກັບການພັດທະນາ ຈຶ່ງເສຍຜົນປະໂຫຍດຢ່າງຫຼວງຫຼາຍ.
5. ການສົ່ງອອກສິນຄ້າບໍ່ທັນເຂັ້ມແຂງ ສ່ວນໃຫຍ່ອາໄສແຕ່ການນຳເຂົ້າ ເຮັດໃຫ້ຂາດດຸນການຄ້າຢ່າງມະຫາສານໃນແຕ່ລະປີ.
6. ການສໍ້ລາດບັງຫຼວງລະບາດຮ້າຍແຮງ ບວກກັບການຈັດຕັ້ງປະຕິບັດກົດໝາຍບໍ່ເຂັ້ມງວດ ກີດຂວາງການພັດທະນາຢ່າງຮ້າຍແຮງ.
ເຖິງຢ່າງໃດກໍດີ, ສິ່ງກີດຂວາງດັ່ງກ່າວນັ້ນຈະຄ່ອຍໝົດໄປເທື່ອລະໜ້ອຍ, ຕາມເປົ້າໝາຍໃໝ່ຂອງລັດຖະບານຄາດວ່າປີ 2024 ຈະໃຫ້ລາວພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ. ພວກເຮົາຕ້ອງເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ແນ່ນອນວ່າປະເທດລາວອັນແສນຮັກຂອງພວກເຮົາກໍຈະກ້າວເດີນຢ່າງເຂັ້ມແຂງໄດ້ໃນຕໍ່ໜ້າແນ່ນອນ, ເສດຖະກິດຈະເຂັ້ມແຂງ, ຊີວິດການເປັນຢູ່ຂອງປະຊາຊົນຈະດີຂຶ້ນ ຢ່າງບໍ່ຕ້ອງສົງໄສ.