ການຈັດເກັບລາຍຮັບຂອງຂະແໜງການຕ່າງໆທັງຂັ້ນສູນກາງ ແລະ ທ້ອງຖິ່ນ ບໍ່ສອດຄ່ອງກັບກົດໝາຍ ແລະ ນິຕິກໍາ


ປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ໄດ້ລາຍງານຜົນການຕິດຕາມກວດກາ ກ່ຽວກັບການຈັດຕັ້ງປະຕິບັດກົດ ໝາຍ ແລະ ນິຕິກໍາໃຕ້ກົດໝາຍ ທີ່ຕິດພັນກັບການເກັບລາຍຮັບ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII, ໃນວັນທີ 19 ພະຈິກນີ້ ວ່າ: ການຈັດເກັບລາຍຮັບຂອງຂະແໜງການຕ່າງໆແຕ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຍັງບໍ່ສອດຄ່ອງກັບກົດໝາຍ ແລະ ນິຕິກໍາ ເປັນຕົ້ນ ການຈັດເກັບລາຍຮັບງັບປະມານບໍ່ລວມສູນ, ຍັງມີປະກົດການເຊື່ອງອໍາລາຍຮັບ, ບໍ່ມອບເຂົ້າງົບປະມານ, ຫົວໜ່ວຍງົບປະມານຈໍານວນໜຶ່ງຍັງເອົາລາຍຮັບຂອງຕົນໄປຝາກໄວ້ທະນາຄານທຸລະກິດ, ການຈົດຮັບ-ຈົດຈ່າຍ ຂອງບາງກອງທຶນຍັງບໍ່ທັນມີລະບຽບຄຸ້ມຄອງທີ່ຮັດກຸມ ແລະ ການຈັດຕັ້ງປະຕິບັດບາງມາດຕາຂອງກົດໝາຍທີ່ຕິດພັນກັບການຈັດເກັບລາຍຮັບບໍ່ທັນເຂັ້ມງວດ ແລະ ມີຜົນສັກສິດເທົ່າທີ່ຄວນ.
ທ່ານ ວິລະວົງ ບຸດດາຄໍາ ປະທານກໍາມາທິການດັ່ງກ່າວ ໃຫ້ຮູ້ອີກວ່າ: ຜ່ານການຕິດຕາມກວດກາຂອງຄະນະປະຈໍາສະພາແຫ່ງຊາດເຫັນວ່າ: ການຈັດເກັບລາຍຮັບໃນໄລຍະ 3 ປີຜ່ານມາ, ມີທ່າອ່ຽງຫຼຸດລົງ ທຽບໃສ່ລວມຍອດຜະລິດຕະພັນພາຍໃນຄື: ປີ 2017 ບັນລຸໄດ້ພຽງ16,55%, ປີ 2018 ບັນລຸ 15,18% ແລະ ຄາດຄະເນການຈັດເກັບລາຍຮັບໃນປີ 2019 ຈະບັນລຸ 14,64% ຂອງ GDP ແລະ ແຜນປີ 2020 ຈະໃຫ້ບັນລຸໄດ້ 16,3% ຂອງລວມຍອດຜະລິດຕະພັນ.