ເປັນຫຍັງ ຢາເສບຕິດ ຈຶ່ງຄວບຄຸມຍາກກະດໍ້

- advert banner 728 90 728x90 - ເປັນຫຍັງ ຢາເສບຕິດ ຈຶ່ງຄວບຄຸມຍາກກະດໍ້

ໂດຍ: ມຶກບໍ່ແຫ້ງ

- new3 - ເປັນຫຍັງ ຢາເສບຕິດ ຈຶ່ງຄວບຄຸມຍາກກະດໍ້

ເມື່ອຕັ້ງຄຳຖາມວ່າ ໃນໂລກນີ້ມີປະເທດໃດແດ່ທີ່ປອດຢາເສບຕິດ? ຫຼາຍຄົນຄົງອົດຫົວບໍ່ໄດ້ກ່ອນຈະຕອບວ່າ “ຫາຍາກ”, ເມື່ອເປັນເຊັ່ນນັ້ນ ມັນມີເຫດຜົນແນວໃດທີ່ທຸກປະເທດໃນໂລກ ລ້ວນແລ້ວແຕ່ພົບພໍ້ກັບບັນຫາ ຢາເສບຕິດ?

ສປປ ລາວ ກໍເປັນປະເທດໜຶ່ງທີ່ພົບພໍ້ກັບບັນຫານີ້ ເຊິ່ງເຈົ້າໜ້າ ທີ່ກໍໄດ້ພະຍາຍາມປາບປາມ ແລະຄວບຄຸມຢ່າງເຂັ້ມຂຸ້ນເລື້ອຍມາ ແຕ່ປານນັ້ນຜູ້ຄ້າ ແລະ ຜູ້ນໍາໃຊ້ຢາທີ່ຜິດກົດໝາຍກໍບໍ່ໝົດສ້ຽງຈັກເທື່ອ ເຊິ່ງບໍ່ຕ່າງຫຍັງກັບຫຼາຍປະເທດໃນໂລກ, ກໍພົບພໍ້ບັນຫານີ້ເຊັ່ນດຽວກັນ, ພວກເຮົາມາເບິ່ງ ບາງທັດສະນະ ທີ່ຕິດພັນກັບບັນຫານີ້ວ່າ ເປັນຫຍັງກັນແທ້ ບັນຫາຢາເສບ ຕິດຈຶ່ງບໍ່ໝົດສິ້ນຈັກເທື່ອ ?.

ເມື່ອຫວນຄືນປີ 2012 ທ່ານ ຟີລິບເປ ກາລເດີຣອນ (Filipe Calderon) ອະດີດປະທານາທິບໍດີ ເມັກຊິກໂກ (2006-2012) ຜູ້ທີ່ມັກມ່ວນ ໃຫ້ສຳພາດຕໍ່ສຳນັກຂ່າວ ເດີ ເອໂຄໂນມິສທ໌ ວ່າ: “ການຢຸດຕິການບໍລິໂພກ ແລະການຄ້າຢາເສບຕິດທີ່ຜິດກົດໝາຍນັ້ນ ແມ່ນ ເປັນໄປບໍ່ໄດ້” ເລີຍ ເພາະຄວາມເປັນຈິງປາກົດໃຫ້ເຫັນວ່າ ການຢຸດຢັ້ງ ຄວາມຕ້ອງການ ແລະການຄ້າຂາຍຢາເສບຕິດ ມາຮອດປັດຈຸບັນຍັງບໍ່ມີ ຫຼັກຖານອັນໃດມາພິສູດໃຫ້ເຫັນ”.

ບາງທີກໍອາດຄືຄວາມອະດີດຜູ້ນຳທ່ານນີ້ເວົ້າກໍເປັນໄດ້ ເມື່ອກັບໄປ ໄລຍະປີ 1998 ທີ່ແຜນງານຄວບຄຸມ ຢາເສບຕິດ ອົງການສະຫະປະຊາຊາດ ກ່ອນຈະປ່ຽນຊື່ມາເປັນອົງການຕ້ານອາຊະຍາກຳ ແລະຢາເສບຕິດ ຂອງອົງການສະຫະປະຊາຊາດ (UNODC) ໄດ້ມີກອງປະຊຸມກ່ຽວກັບ ບັນຫາຢາເສບຕິດ ໂດຍໃສ່ຫົວຂໍ້ວ່າ: “ໂລກທີ່ປາສະຈາກຢາເສບຕິດ: ພວກເຮົາສາມາດເຮັດໄດ້”, ຕັ້ງແຕ່ນັ້ນມາ ເບິ່ງຄືວ່າ ມັນຍິ່ງເປັນການເຈັບ ປວດເຂົ້າກະດອງໃຈ ເພາະວ່າ ມາຮອດປັດຈຸບັນ ພວກເຮົາຍັງບໍ່ສາມາດ ເຮັດໄດ້, ຮ້າຍແຮງໄປກວ່ານັ້ນ ກໍຄືຕັ້ງແຕ່ປີ 1998 ເປັນຕົ້ນມາ ການບໍລິ ໂພກກັນຊາ ແລະໂຄເຄນ ເພີ່ມຂຶ້ນປະມານ 50%, ການບໍລິໂພກຢາຝິ່ນ ກໍເພີ່ມຂຶ້ນເປັນ 3 ເທົ່າຕົວ (ຂໍ້ມູນຈາກ ອົງການ UNODC, ປີ 2009).

- lattana 1 - ເປັນຫຍັງ ຢາເສບຕິດ ຈຶ່ງຄວບຄຸມຍາກກະດໍ້

ເວົ້າກັນວ່າ ຄົນເຮົາ (ສ່ວນໜຶ່ງ) ມັກຢາ, ເມື່ອເຮັດສິ່ງໃດໜຶ່ງ ຖືກກົດໝາຍ ຫຼືຜິດກົດໝາຍນັ້ນກໍບໍ່ສາມາດປ່ຽນແປງຄວາມຈິງທີ່ເປັນພື້ນ ຖານດັ່ງກ່າວ ທີ່ເກີດຂຶ້ນມາແຕ່ສະໄໝກ່ອນປະຫວັດສາດນັ້ນໄດ້. ຢາທີ່ເອີ້ນວ່າ “ຜິດກົດໝາຍ” ນັ້ນ ເປັນການຍາກທີ່ຈະຄວບຄຸມດ້ວຍ ກົດໝາຍໄດ້ຢ່າງເຕັມ 100% ເພາະຈາກບົດຮຽນການປາບປາມຢາເສບຕິດ ຫຼື “ສົງຄາມຕ້ານຢາເສບຕິດ” ຈາກບັນດາປະເທດທີ່ຢູ່ອາເມລິກາກາງ ແລະໃຕ້ນັ້ນ ສະແດງໃຫ້ເຫັນວ່າ ເມື່ອເຮົາບີບບັງຄັບໃຫ້ຖືກກົດໝາຍຫຼາຍ ເທົ່າໃດ ກໍຍິ່ງພາໃຫ້ເກີດຕະຫຼາດມືດຫຼາຍຂຶ້ນເທົ່ານັ້ນ.

ເມື່ອໃດທີ່ຄົນຍັງຕ້ອງການຢາຄືວ່າ, ການຈັບກຸມ ຫຼືໃສ່ໂທດ ກໍມີ ຄວາມໝາຍສອງຢ່າງຄື: 1. ມັນຍັງບໍ່ທັນ ພຽງພໍທີ່ຈະຢຸດຢັ້ງການຄ້າ ຂາຍຢາເສບຕິດ ຫຼື 2. ການຈັບກຸມນັ້ນ ສາມາດຢຸດຢັ້ງພຽງແຕ່ຄົນບາງກຸ່ມ, ສ່ວນຄົນ ທີ່ເຫຼືອພັດເພີດເພີນກັບກອງເງິນກອງຄຳ ທີ່ໄດ້ມາປານເສກສັນປັ້ນ ແຕ່ງເອົາ ແລະຄົນກຸ່ມນີ້ ກໍຍັງມີແຮງຈູງໃຈສູງ ທີ່ຈະສືບຕໍ່ຄ້າຂາຍຢາເສບ ຕິດ ແລ້ວຜົນສຸດທ້າຍ ການຈັບກຸມນັ້ນກໍບໍ່ສາມາດປ່ຽນແປງຫຍັງໄດ້ເລີຍ.

ຖ້າເປັນເຊັ່ນນັ້ນ ກໍຄືກັນກັບຄຳເຫັນຂອງຊ່ຽວຊານຫຼາຍທ່ານທີ່ວ່າ ການຄ້າຂາຍຢາເສບຕິດ ແມ່ນມີສ່ວນ ກ່ຽວຂ້ອງກັບການເມືອງ, ການສໍ້ລາດບັງຫຼວງ ສາມາດຊ່ວຍໃຫ້ທຸລະກິດການຄ້າຢາເສບຕິດຢູ່ໄດ້ ແລະສິ່ງນີ້ເອງ ທີ່ເປັນຮາກເຫງົ້າວ່າ ເປັນຫຍັງ ການແກ້ໄຂຢາເສບຕິດ ຈຶ່ງຍາກພິລຶກຫຶກຫືນ ແລະນໍ້າຍິ່ງຈະຂຸ່ນຂຶ້ນໄປອີກ ຫາກ ເອົາກົດໝາຍ ມາຕໍ່ສູ້ກັບສິ່ງດັ່ງກ່າວ, ທາງທີ່ດີແທ້ ແມ່ນຕັດໄຟຕັ້ງແຕ່ຕົ້ນລົມເລີຍ.

ເມື່ອສະຖານະການເປັນເຊັ່ນນີ້, ທ່ານ ຟີລິບເປ ກາລເດີຣອນ ຈຶ່ງແນະນຳດ້ວຍຮອຍຍິ້ມທີ່ຈິງໃຈວ່າ: ມັນເຖິງເວລາແລ້ວ ທີ່ຈະສຸມໃສ່ເຮັດ ໃຫ້ການບໍລິໂພກຢາເສບຕິດນັ້ນ ມີຄວາມຮ້າຍແຮງໜ້ອຍລົງ, ວິທີຄິດແບບນີ້ ກໍເກີດຂຶ້ນມາດົນແລ້ວ ຈາກຜູ້ທີ່ຕ້ອງການມັນ (ຢາທີ່ “ຜິດກົດໝາຍ”) ເຊິ່ງມັນກໍເກີດຂຶ້ນຢູ່ຫຼາຍປະເທດທີ່ຮັ່ງມີ, ຂັ້ນຕອນຕໍ່ໄປ ຈຶ່ງຫາວິທີວ່າ ເຮັດແນວໃດໃຫ້ຖືກກົດໝາຍ ໃນການຄວບຄຸມເບື້ອງການສະໜອງດັ່ງເຊັ່ນ ວິທີຂອງປະເທດ ໂຮນລັງ ແລະອູຣູກວາຍ ເຮັດໃຫ້ກັນຊາຖືກກົດໝາຍ ແຕ່ເຂົາເຈົ້າກໍມີວິທີຄຸ້ມຄອງກັນຢ່າງເປັນລະບົບ.

error: Content is protected !!