ລາວ ແລະ ຄູ່ຮ່ວມຫາລືຄວາມສໍາຄັນຂອງດີຈີຕອນຕໍ່ການເຕີບໂຕທາງ ເສດຖະກິດ

- 2311 - ລາວ ແລະ ຄູ່ຮ່ວມຫາລືຄວາມສໍາຄັນຂອງດີຈີຕອນຕໍ່ການເຕີບໂຕທາງ ເສດຖະກິດ
- kitchen vibe - ລາວ ແລະ ຄູ່ຮ່ວມຫາລືຄວາມສໍາຄັນຂອງດີຈີຕອນຕໍ່ການເຕີບໂຕທາງ ເສດຖະກິດ

ໃນວັນທີ 28 ພະຈິກນີ້, ກະຊວງແຜນການ ແລະ ການລົງທຶນ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ຜູ້ຊ່ຽວຊານດ້ານໄອທີຂອງສາກົນ ໄດ້ຮ່ວມປຶກສາຫາລືກ່ຽວກັບຄວາມສໍາຄັນຂອງດີຈີຕອນຕໍ່ການເຕີບໂຕທາງເສດຖະກິດເພື່ອຮັບປະກັນໃຫ້ປະຊາຊົນໃນປະເທດສາມາດຮັບຜົນປະໂຫຍດຈາກການພັດທະນາດ້ານນີ້ຫຼາຍຂຶ້ນ ໃນຫົວຂໍ້“ ໂອກາດດີຈີຕອນ ເພື່ອເພີ່ມການແຂ່ງຂັນໃນອະນາຄົດ” ເພື່ອເລັ່ງການຫັນປ່ຽນທາງດີຈີຕອນໃນ ສປປ ລາວ ໃຫ້ມີປະສິດທິຜົນດີຂຶ້ນ.

    ໂອກາດນີ້, ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກ່າວວ່າ: ເຕັກໂນໂລຊີ-ດີຈີຕອນ ແມ່ນປັດໄຈສໍາຄັນ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ສ້າງທ່າແຮງ ແລະ ໂອກາດໃໝ່ໆ ໃຫ້ກັບຫລາຍໆປະເທດໃນທົ່ວໂລກ ແລະ ສປປ ລາວ. ໃນປັດຈຸບັນ ແມ່ນມີສິ່ງທ້າທາຍຫລາຍຢ່າງ ທີ່ເຮັດໃຫ້ພວກເຮົາຍັງບໍ່ສາມາດນຳໃຊ້ໄດ້ຢ່າງເຕັມສ່ວນຂອງນະວັດຕະກຳໃໝ່ໆທາງດີຈີຕອນເພື່ອໃຫ້ເກີດຜົນປະໂຫຍດສູງສຸດ ເປັນຕົ້ນແມ່ນ ບັນຫາການເຂົ້າເຖິງຄຸນນະພາບ ແລະ ລາຄາທີ່ເໝາະສົມຂອງການບໍລິການອິນເຕີເນັດ. ພວກເຮົາຕ້ອງໄດ້ປັບປຸງ, ສ້າງສະພາບແວດລ້ອມ ແລະ ລະບຽບການທີ່ເອື້ອອຳນວຍ ເພື່ອໃຫ້ທຸກຄົນໄດ້ຮັບຜົນປະໂຫຍດຈາກການນຳໃຊ້ເຕັກໂນໂລຊີ.

- Visit Laos Visit SALANA BOUTIQUE HOTEL - ລາວ ແລະ ຄູ່ຮ່ວມຫາລືຄວາມສໍາຄັນຂອງດີຈີຕອນຕໍ່ການເຕີບໂຕທາງ ເສດຖະກິດ

    ທ່ານ ທອງໃສ ຊານໄຊຍະ ຮອງລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ກ່າວວ່າ: ປັດຈຸບັນ ການຫັນເປັນດິຈີຕອນເຫັນວ່າມີບັນຍາກາດຟົດຟື້ນ, ເຕັກໂນໂລຊີການສື່ສານແບບ 5G ແລະ ການເຊື່ອມຕໍ່ກັບລະບົບຄອມພິວເຕີ ແມ່ນຖືກນຳໃຊ້ໂດຍຜູ້ໃຫ້ບໍລິການແອັບ ພລີເຄຊັນ, ອົງການຂະໜາດນ້ອຍ-ໃຫຍ່ ທັງພາກລັດ ແລະ ເອກະຊົນ ເນື່ອງຈາກປະຢັດ ແລະ ສະດວກໃນການບໍລິຫານຈັດການ ແລະ ໄປຍັງການນຳໃຊ້ຂໍ້ມູນໃນນະວັດຕະກຳອື່ນໆເຊັ່ນ: ລະບົບຂໍ້ມູນໃຫຍ່ (Big Data), ແລະ ປັນຍາປະດິດ ຫລື AI ອີກດ້ວຍ. ແນວໃດກໍຕາມການຈະເຮັດໃຫ້ດີຈີຕອນສາມາດຈັດຫາກາລະໂອກາດໃຫ້ແກ່ການເສີມຂະຫຍາຍຄວາມອາດສາມາດຂອງການແຂ່ງຂັນທຸກຂະແໜງການຂອງສັງຄົມໄດ້, ພວກເຮົາຕ້ອງໄດ້ຈັດຫາກາລະໂອກາດໃຫ້ມີຄວາມສາມາດຂອງການແຂ່ງຂັນທາງດ້ານດິຈີຕອນຢູ່ ສປປ ລາວ, ເຊິ່ງເຫັນໄດ້ຈາກການເປີດກວ້າງຕະຫລາດ, ການສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ, ການຊຸກຍູ້ການກຳເນີດ ແລະ ຂະຫຍາຍຕົວຂອງຜູ້ປະກອບການພາຍໃນປະເທດ ໂດຍສະເພາະສະຕາດອັບ. ພ້ອມນັ້ນ, ກໍພະຍາຍາມປັບປຸງສະພາບແວດລ້ອມ ຂອງການແຂ່ງຂັນບົນພື້ນຖານຄວາມສະ ເໝີພາບ ແລະ ເປັນທຳຮັບປະກັນຜົນປະໂຫຍດຂອງປະເທດຊາດ ແລະ ປົກປ້ອງສິດຂອງຜູ້ຊົມໃຊ້.

ທ່ານ ນາງ ວຽງສະໄໝ ສຣິດທິຣາດ ຮັກສາການຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ກ່າວວ່າ: 90% ຂອງຄົນລາວ ມີການເຊື່ອມຕໍ່ທາງດີຈີຕອນຜ່ານໂທລະສັບມືຖື ແຕ່ວ່າພາກທຸລະກິດ ແລະ ພາກລັດຖະບານ ຍັງມີໂອກາດປັບປຸງວິທີການຕ່າງໆ ທີ່ໃຊ້ລະບົບດີຈີຕອນເພື່ອເພີ່ມປະສິດທິຜົນຂອງການບໍລິການຂອງພາກລັດ ແລະ ເອກະຊົນ. ພວກເຮົາຈະສະໜັບສະໜູນລັດຖະບານ  ລາວ ເພື່ອເຮັດໃຫ້ການນຳໃຊ້ເຕັກໂນໂລຊີທາງດີຈີຕອນ ມີປະສິດທິຜົນສູງຂຶ້ນ ເພື່ອເລັ່ງການເຕີບໂຕທາງເສດຖະກິດ ແລະ ການແຂ່ງຂັນ, ເພື່ອປັບປຸງຄຸນນະພາບຊີວິດ ແລະ ຮັບປະກັນຜົນປະໂຫຍດຂອງປະຊາຊົນລາວ.

    ໃນກອງປະຊຸມ, ຜູ້ເຂົ້າຮ່ວມກໍໄດ້ສົນທະນາ ກ່ຽວກັບສິ່ງທ້າທາຍສຳຄັນຕ່າງໆ ດ້ານດີຈີຕອນພາຍໃນປະເທດ ເປັນຕົ້ນແມ່ນ ປະເດັນການຊົມໃຊ້ອິນເຕີເນັດທີ່ຍັງຊ້າຢູ່, ຄວາມໄວສູງທີ່ຍັງບໍ່ທັນຄົງທີ່ ແລະ ບັນຫາກ່ຽວກັບຄວາມສາມາດໃນການຈ່າຍຄ່າບໍລິການ. ພ້ອມທັງສະເໜີໃຫ້ມີການປັບປຸງການເຊື່ອມຕໍ່ອິນເຕີເນັດ, ຮູບແບບການບໍລິການເພື່ອໃຫ້ປະຊາຊົນສາມາດຈ່າຍໄດ້ ແລະ ເຮັດໃຫ້ການບໍລິການເປັນທີ່ໄວ້ວາງໃຈໄດ້ ແລະ ຊອກຫາວິທີການເພື່ອໃຫ້ປະຊາຊົນ, ພາກສ່ວນທຸລະກິດ ແລະ ພາກລັດຖະບານ ສາມາດຊົມໃຊ້ອິນເຕີເນັດຄວາມໄວສູງຫລາຍຂຶ້ນ.

- 4 - ລາວ ແລະ ຄູ່ຮ່ວມຫາລືຄວາມສໍາຄັນຂອງດີຈີຕອນຕໍ່ການເຕີບໂຕທາງ ເສດຖະກິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!