ສປປ ລາວ ເຕີບໃຫຍ່ບົນເສັ້ນທາງການນຳພາຂອງພັກ


ໂດຍ: ທິດກ່ຳ
ບົນເສັ້ນທາງພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເຕີບໃຫຍ່, ໝັ້ນຄົງຍືນຍົງ ແລະ ກ້າວເດີນມາໄດ້ 44 ປີເຕັມ.
ຕະຫລອດໄລຍະ 44 ປີມານີ້, ເປັນການທົດສອບຄວາມໜັກແໜ້ນແຂງແກ່ນການນຳພາຂອງພັກ ແລະ ການບໍລິຫານປົກຄອງບ້ານເມືອງຂອງລັດຖະບານນັບແຕ່ມື້ປະເທດຊາດໄດ້ຮັບການປົດປ່ອຍລົບລ້າງລະບອບສັກດີນາທີ່ປົກຄອງປະເທດມາຫລາຍເຊັ່ນຄົນແລ້ວປະກາດສ້າງຕັ້ງປະເທດໃໝ່, ລະບອບໃໝ່ຂຶ້ນແທນຄືສາທາລະນະລັດ ປະຊາທິປະໄຕ ປະຊາຊົນຕາມອຸດົມການສັງຄົມນິຍົມອັນເປັນເສັ້ນທາງເລືອກໃໝ່ຂອງປວງຊົນລາວ ທົ່ວທັງປະເທດ.
ຍ້ອນວ່າ ຢູ່ພາຍໃຕ້ລະບອບສັກດີນາປົກຄອງບ້ານເມືອງມາຫລາຍຮ້ອຍປີປະເທດຊາດຫລົ່ມຈົມຈິບ ຫາຍ ແລະ ດ້ອຍພັດທະນາລ້າຫລັງ, ປະຊາຊົນຍັງທຸກຍາລຳບາກ, ຊ້ຳບໍ່ໜຳພາເສຍປະເທດຊາດ, ເສຍແຜ່ນດິນ, ເສຍພົນລະເມືອງ, ເສຍຊັບສິນມະຫາສານໂດຍສະເພາະໃນຍຸກ ລ້ານຊ້າງຕອນປາຍໄດ້ກາຍເປັນສາມກົກຄື: ອານາຈັກຫລວງພະບາງ, ອານາຈັກວຽງຈັນ ແລະ ຈຳປາສັກ; ສຸດທ້າຍມາສະຫຍາມກໍເຂົ້າມາບຸກລຸກຮຸກຮານ ແລະ ຢືດເອົາເປັນ ຫົວເມືອງຂຶ້ນເປັນເວລາ 100 ກວ່າປີ, ຕໍ່ມາປະເທດຊາດຍັງຖືກແບ່ງແຍກຝັ່ງຊ້າຍຕົກ ເປັນຂອງຝຣັ່ງ, ຝຣ່ັງຂວາເປັນຂອງສະຫຍາມປົກຄອງຈົນມາຮອດທຸກວັນນີ້.
ສ່ວນຝັ່ງຊ້າຍທີ່ຕົກເປັນຫົວເມືອງຂຶ້ນຂອງຝຣັ່ງກໍເປັນເວລາ 30 ກວ່າປີ, ຕໍ່ມາ ອີກກໍກາຍເປັນຫົວເມືອງຂຶ້ນແບບໃໝ່ຂອງຈັກກະພັດອາເມລິກາໃຊ້ເປັນບ່ອນຖິ້ມລະເບີດໃສ່ອິນດູຈີນໂດຍສະເພາະຢູ່ລາວເປັນເວລາ 20 ກວ່າປີ. ນີ້ຄືຄວາມເຮິຮ້າຍຂອງລະບອບ ເກົ່າສັກດີນານັບແຕ່ທ້າຍສັດຕະວັດທີ 18 ຫາ 19 ແລະ ຕົ້ນສັດຕະວັດທີ 20 ເປັນຕົ້ນມາ, ເພາະສະນັ້ນຈຶ່ງເວົ້າໄດ້ວ່າການລົບລ້າງລະບອບເກົ່າເອົາລະບອບໃໝ່ປ່ຽນແທນນັ້ນຖືເປັນສິ່ງຈຳເປັນພາວະວິໄສ.
ນັບແຕ່ມື້ສ້າງຕັ້ງລະບອບໃໝ່ເປັນຕົ້ນມາ, ຕະຫລອດໄລຍະ 44 ປີ ແຫ່ງການສ້າງ ສາ ແລະ ພັດທະນາປະເທດຊາດພາຍໃຕ້ການນຳພາຂອງພັກ ແລະ ການບໍລິຫານປົກຄອງຂອງລັດຖະບານໃນຍຸກໃໝ່ໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງແລ້ວວ່າ ສປປ ລາວ ຂອງພວກເຮົາພວມໄດ້ຮັບການສ້າງສາພັດທະນາ, ມີຄວາມສະຫງົບຮົ່ມເຢັນ, ຈະເລີນ ຮຸ່ງເຮືອງ ແລະ ພວມກ້າວເດີນໄປຕາມຄວາມມຸ້ງມາດປາດຖະໜາຂອງຊາດ ແລະ ປະຊາຊົນລາວບັນດາເຜົ່າ.ໃນອະນາຄົດຂ້າງໜ້າເຊື້ອແນ່ວ່າ ສປປ ລາວ ມີອາຍຸຫລາຍປີໄປເທົ່າໃດກໍຍິ່ງມີ ຄວາມຈະເລີນມັ່ງຄັ່ງ ແລະ ເຂັ້ມແຂງໄປໃນທຸກດ້ານ.
ເມື່ອຕັ້ງໂຈດກັນວ່າ, ຈາກຜົນງານ ແລະ ໄຊຊະນະຢ່າງໃຫຍ່ຫລວງຄືແນວນີ້ໄດ້ ມາຍ້ອນຫຍັງ? ມັນກໍມີຫລາຍປັດໄຈທັງພາຍໃນ ແລະ ພາຍນອກ, ເປັນຕົ້ນປັດໄຈພາຍ ໃນກໍແມ່ນຍ້ອນມີການຊີ້ນຳ-ນຳພາຂອງພັກ ແລະ ການບໍລິຫານປົກຄອງຂອງລັດຖະ ບານ ເຊິ່ງຍາມໃດກໍຢຶດໝັ້ນໃນແນວທາງປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງ ຕົນໃຫ້ຍືນຍົງຄົງຕົວ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາຢ່າງ ຊິ້ນເຊີງ.
ປັດໄຈອັນສອງມາກໍແມ່ນຍ້ອນຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນລາວບັນດາເຜົ່າພາຍໃນປະເທດໄດ້ຮ່ວມແຮງຮ່ວມໃຈກັນໃນພາລະກິດການສ້າງສາ ແລະ ພັດ ທະນາປະເທດຊາດໃຫ້ຈະເລີນເດີນໜ້າໄປເລື້ອຍໆ.
ສ່ວນວ່າປັດໄຈພາຍນອກນັ້ນ, ບັນດາເພື່ອນມິດ ແລະ ອົງການຈັດຕັ້ງສາກົນກໍໄດ້ໃຫ້ການຊ່ວຍເຫລືອສະໜັບສະໜູນທາງດ້ານວັດຖຸ ແລະ ຈິດໃຈ, ສະຫລະເງິນຄຳເພື່ອເປັນທຶນຮອນຈຳນວນບໍ່ໜ້ອຍປະກອບສ່ວນເຂົ້າໃນພາລະກິດການສ້າງສາ ແລະ ພັດທະ ນາປະເທດຊາດດ້ວຍຄວາມຈິງໃຈ ແລະ ສະເໝີຕົ້ນສະເໝີປາຍ.
ພິເສດສຸດກໍແມ່ນເພື່ອນມິດຍຸດທະສາດທີ່ມີອຸດົມການສັງຄົມນິຍົມດ້ວຍກັນ. ແຕ່ວ່າບັນດາປັດໄຈທີ່ຕັດສິນຊີ້ຂາດກວ່າໝູ່ກໍແມ່ນຍ້ອນມີການນຳພາຂອງພັກປະຊາຊົນ ປະຕິວັດລາວ ພວກເຮົາຈຶ່ງສາມາດບັນລຸສະຫະສະວັດໃນພາລະກິດຕ່າງໆ ຢ່າງໃຫຍ່ຫລວງໃນແຕ່ລະໄລຍະນັ້ນເປັນຢ່າງດີ.
ເຖິງຢ່າງໃດກໍດີ, ຈາກຜົນງານ ແລະ ໄຊຊະນະທີ່ພວກເຮົາຍາດມາໄດ້ນັ້ນ, ຖ້າສົມ ທຽບໃສ່ຄວາມຮຽກຮ້ອງຕ້ອງການໃນປັດຈຸບັນ ແລະ ຕໍ່ໜ້າຍາວນານແມ່ນຍັງມີຫລາຍ ດ້ານ ແລະ ຫລາຍປັດໄຈທີ່ຈະຕ້ອງໄດ້ສູ້ຊົນຜ່ານຜ່າ ແລະ ມີຄວາມຕັດສິນໃຈສູງເປັນຕົ້ນ ບັນຫາກົກກໍແມ່ນຕ້ອງນຳພາປະເທດຊາດອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາກ້າວໄປເຖິງຄວາມມັ່ງຄັ່ງເຂັ້ມແຂງຮັ່ງມີໃນອະນາຄົດ.
ແຕ່ເພື່ອບັນລຸເປົ້າໝາຍດັ່ງກ່າວຕ້ອງໄດ້ເຮັດຫລາຍວຽກ, ຊຶ່ງກ່ອນອື່ນໝົດຕ້ອງແກ້ໄຂຂອດພະນັກງານລັດໃຫ້ມີຄຸນນະພາບ, ແກ້ໄຂການສໍ້ລາດບັງຫລວງໃນຖັນແຖວພະນັກງານລັດບໍລິຫານ, ແກ້ໄຂບັນຫາຢາເສບຕິດທີ່ຍັງລາມພະລາມຈົວ, ແກ້ໄຂການເກັບລາຍຮັບບໍ່ໄດ້ຕາມເປົ້າໃຫ້ບັນລຸຕາມເປົ້າ, ແກ້ໄຂການເວົ້າໜ້ອຍເຮັດໃຫ້ຫລາຍໆ, ແກ້ໄຂວຽກກວດສອບເຫັນແລ້ວຕ້ອງເກັບເອົາຄືນມາໃຫ້ໝົດ, ແກ້ເລື່ອງພະນັກງານລັດ ມີຄວາມຜິດຕ້ອງລົງໂທດ, ແກ້ເລື່ອງເງິນກີບຕົກຕ່ຳໃຫ້ມີຄຸນຄ່າສູງຂຶ້ນ, ແກ້ເລື່ອງໂຈນງັດແງະ, ປຸ້ນເອົາລົດຈັກ, ລັກເອົາລົດໃຫຍ່, ໂຈນດຶງກະເປົາຕາມສາຍທາງ ແລະ ແກ້ ເລື່ອງການຜະລິດຂະໜາດນ້ອຍ, ຂະໜາດກາງໃຫ້ເຂັ້ມແຂງຂະຫຍາຍຕົວໃນທຸກຂົງ ເຂດໃຫ້ສາມາດເຕີບໂຕກຸ້ມຕົນເອງ ແລະ ສົ່ງອອກຂາຍຕ່າງປະເທດ, ຖ້າເຮັດໄດ້ດັ່ງວ່ານີ້ໄທວຽງຈັນຈຶ່ງຈະຫລຸດຜ່ອນໂຫ່ໄປໜອງຄາຍ, ອຸດອນ, ຂອນແກ່ນ, ບົດບາດຂອງພັກ, ຄວາມເຊື່ອໝັ່ນຕໍ່ລັດຖະບານກໍຍິ່ງຈະຖືກຍົກຍ້ອງຈາກປວງຊົນລາວ ແລະ ຕ່າງຊາດສູງຂຶ້ນເລື້ອຍໆ.
ພວກລາວນອກທີ່ຍັງມີອະຄະຕິປ່ອຍເສິກນ້ຳລາຍຢູ່ຫ່າງໄກແສນໂຍດໃນແຕ່ລະວັນ ກໍຈະຕາຍທັງຢືນບໍ່ໄວກໍຊ້າ..ເສົາວ່າ…!./.