ປກສ ກຸ່ມໂພນຕ້ອງ ມ້າງແຫລ່ງມົ້ວສຸມຢາເສບຕິດຢູ່ຮ້ານເກມອອນລາຍ


ແຫລ່ງຂ່າວ ປກສ ລາຍງານວ່າ: ໃນວັນທີ 17 ທັນວານີ້, ກຳລັງ ປກສ ກຸ່ມໂພນຕ້ອງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ລົງມ້າງແຫລ່ງມົ້ວ ສຸມຢາເສບຕິດແຫ່ງໜຶ່ງຢູ່ເຂດບ້ານໂພນຕ້ອງສະຫວາດ ແລະ ສາມາດຈັບຜູ້ຄ້າຂາຍຢາເສບຕິດ 2 ຄົນຄື: ທ້າວ ມິຖຸນາ (ກີ້) ອາຍຸ 35 ປີ ຢູ່ບ້ານສີວິໄລ ເມືອງໄຊທານີ ແລະ ທ້າວ ສັນຕິສຸກ (ເປດ) ອາຍຸ 27 ປີ ຢູ່ບ້ານໂພນສະຫວ່າງ ເມືອງຈັນທະບູລີ ພ້ອມຂອງກາງຢາບ້າ 129 ເມັດ ຈຶ່ງໄດ້ຢຶດໄວ້ເປັນຫລັກຖານ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ. ນອກນີ້ ຍັງໄດ້ກັກຕົວຜູ້ທີ່ເຂົ້າມາເສບຢາເສບຕິດຢູ່ຮ້ານດັ່ງກ່າວໄດ້ອີກ 9 ຄົນ ແລະ ໄດ້ເອົາຕົວມາສຶກສາອົບຮົມກ່າວເຕືອນ ພ້ອມເຮັດບົດບັນທຶກກັບອຳນາດການປົກຄອງບ້ານ ກ່ອນມອບໃຫ້ຜູ້ປົກຄອງເອົາຕົວໄປສຶກສາອົບຮົມຕໍ່ໄປ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ກ່ອນໜ້ານີ້ ໄດ້ມີປະຊາຊົນແຈ້ງວ່າ ຮ້ານເກມແຫ່ງນີ້ມີໄວໜຸ່ມຈຳນວນຫລາຍເຂົ້າອອກເປັນປະຈຳ ເພື່ອມົ້ວສຸມຢາເສບຕິດ ອັນໄດ້ສ້າງຄວາມຫວາດກົວຕໍ່ປະຊາຊົນ ແລະ ສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ.