ການປູກໝາກແໜ່ງ


ໝາກແໜ່ງເປັນຜົນຜະລິດທາງດ້ານເສດຖະກິດທີ່ມີຕະຫລາດຮອງຮັບ ໂດຍສະເພາະແມ່ນຕະຫລາດຈີນ. ມີພໍ່ຄ້າຄົນຈີນເຂົ້າມາເກັບຊື້ໝາກແໜ່ງພັນກວາງຕຸ້ງນຳໄປຂາຍໃຫ້ໂຮງງານ ເພື່ອຜະລິດເປັນຢາສະໝຸນໄພ, ເຄື່ອງສຳອາງ ເຊິ່ງຕະຫລາດຈີນມີຄວາມຕ້ອງການຫລາຍ, ການຜະລິດແມ່ນຍັງບໍ່ທັນພຽງພໍ ເມື່ອທຽບໃສ່ຄວາມຕ້ອງການຂອງຕະຫລາດ. ສະນັ້ນ ຈຶ່ງເປັນເງື່ອນໄຂ ແລະ ໂອກາດອັນດີໃຫ້ແກ່ປະຊາຊົນລາວເຮົາປູກ ເພື່ອສົ່ງອອກຕະຫລາດ ສປ ຈີນ ໂດຍສະເພາະແມ່ນບັນດາແຂວງທີ່ມີຊາຍແດນຕິດກັບ ສປ ຈີນ ເຊັ່ນ: ແຂວງຜົ້ງສາລີ ແລະ ອຸດົມໄຊ.


ຄວາມສຳຄັນຂອງໝາກແໜ່ງ: ເປັນສິນຄ້າທີ່ມີຄວາມສະຖຽນລະພາບ, ສ້າງລາຍຮັບໃຫ້ແກ່ຊາວຊົນນະບົດ, ເປັນຢາປົວພະຍາດ, ເຄື່ອງສຳອາງ…, ການປູກແມ່ນບໍ່ທໍາລາຍຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
ວິທີການປູກ:
ການເລືອກສະຖານທີ່: ບໍລິເວນແຄມນ້ຳ, ເປັນດິນທີ່ອົມນ້ຳ, ມີອາກາດຖ່າຍເທໄດ້ດີ ແລະ ອຸດົມສົມບູນໄປດ້ວຍແຮ່ທາດຕ່າງໆ. ມີຊັ້ນດິນປູກຝັງເລິກ ແລະ ຜຸຜຸ່ຍດີ, ມີຄວາມຊຸ່ມຕະຫລອດປີ ແລະ ມີຄວາມຄ້ອຍຊັນ 10-15 ອົງສາ, ຕ້ອງມີຕົ້ນໄມ້ປົກຄຸມ ເພາະວ່າຕົ້ນໝາກແໜ່ງຕ້ອງການແສງສະຫວ່າງບໍ່ຫລາຍ.


ການຄັດເລືອກ ແລະ ການຂະຫຍາຍພັນ: ແນວພັນໝາກແໜ່ງແຕ່ລະແນວພັນມີລັກສະນະແຕກຕ່າງກັນ ແລະ ລາຄາຂາຍກໍແຕກຕ່າງກັນ. ສະນັ້ນ ກ່ອນຈະນຳໄປປູກຕ້ອງເລືອກ ເພື່ອບໍ່ໃຫ້ມີພັນອື່ນປົນໄປນຳ. ການສັງເກດໝາກແໜ່ງປົນແມ່ນສັງເກດເວລາມັນອອກດອກຈະເຫັນສີຂອງດອກແຕກຕ່າງກັນ ແລະ ຂະໜາດແຕກຕ່າງກັນ, ສີຂອງໝາກແໜ່ງກໍແຕກຕ່າງກັນເຊັ່ນວ່າ: ມີສີແດງ, ຂຽວ, ໝາກນ້ອຍ, ໝາກໃຫຍ່ ຖ້າເປັນໝາກແໜ່ງນ້ອຍ ສ່ວນຫລາຍຈະ ເປັນໝາກແໜ່ງປ່າ, ສ່ວນໝາກໃຫຍ່ຈະແມ່ນໝາກແໜ່ງພັນປັບປຸງ ເປັນຕົ້ນ ແມ່ນໝາກແໜ່ງກວາງຕຸ້ງ.
ການຂະຫຍາຍພັນ ແມ່ນຂະຫຍາຍດ້ວຍໜໍ່ ຫລື ແໜງທີ່ປົ່ງອອກມາດ້ານຂ້າງ ເຊິ່ງແໜງດັ່ງກ່າວຈະປົ່ງອອກມາທຸກໆປີ. ຈຸດດີຂອງການຂະຫຍາຍພັນດ້ວຍແໜງແມ່ນຈະບໍ່ມີການກາຍພັນ ຫລື ໂອກາດກາຍພັນແມ່ນມີໜ້ອຍ ເຊິ່ງເຮັດໃຫ້ເຮົາສາມາດຮັກສາແນວພັນໄວ້ໄດ້ ເພື່ອການປູກໃນພື້ນທີ່ໃໝ່ ເປັນການປະຢັດຕົ້ນທຶນອີກດ້ວຍ.
ລະດູການປູກ: ລະດູທີ່ເໝາະສົມໃນການປູກໝາກແໜ່ງແມ່ນຢູ່ໃນຕົ້ນລະ ດູຝົນ ເພາະຈະເຮັດໃຫ້ໝາກແໜ່ງສາມາດຈະເລີນເຕີບໃຫຍ່ໄວ ຂະຫຍາຍພັນໄດ້.
ວິທີປູກ: ຕ້ອງກຽມດິນໄວ້ກ່ອນທີ່ຈະປູກ ໂດຍການຖາງຫຍ້າຕັດງ່າໄມ້ບາງສ່ວນອອກ ເພື່ອໃຫ້ແສງແດດລອດຜ່ານໄດ້.
ໄລຍະປູກ: ລະຫວ່າງຕົ້ນແມ່ນ 1×1 ແມັດ, ລະຫວ່າງແຖວຕໍ່ແຖວແມ່ນ 3×3 ແມັດ, ປູກເປັນແຖວລົງຕາມຄ້ອຍຊັນຂອງສະຖານທີ່ ເວລາເອົາໄປປູກແມ່ນເອົາໄປທັງເຫງົ້າທີ່ມີໜໍ່ອ່ອນ ຫລື ເອົາໜໍ່ທີ່ມີອາຍຸ 1 ປີກໍໄດ້, ກ່ອນຈະປູກຕ້ອງຕັດລຳທາງປາຍອອກ ຈົ່ງໄວ້ 30-40 ຊັງຕີແມັດ ບໍ່ຄວນປູກເລິກເກີນໄປ ຄວາມເລິກໃຫ້ຢູ່ໃນ 5-10 ຊັງຕີແມັດ.
ການບົວລະບັດຮັກສາ: ຫລັງຈາກປູກແລ້ວຕ້ອງເອົາໃຈໃສ່ໃນການເສຍຫຍ້າຈົນກວ່າຕົ້ນໝາກແໜ່ງຈະຂະຫຍາຍຕົວໄປຈົນຮອດສອງສາມປີ ຫລັງຈາກນັ້ນຈະບໍ່ໄດ້ຖາງຫຍ້າອີກ ແຕ່ຕ້ອງລະວັງບໍ່ໃຫ້ສັດເຂົ້າໄປທຳລາຍ.
ການອອກດອກ ແລະ ເປັນໝາກ: ຕົ້ນໝາກແໜ່ງຈະອອກດອກຢູ່ເທິງໜ້າດິນໃກ້ກັບຕົ້ນ, ຈະອອກດອກລະຫວ່າງເດືອນເມສາ-ມິຖຸນາ, ແມງໄມ້ເປັນພາຫະນະທີ່ສຳຄັນໃນການປະສົມເກສອນ. ເພື່ອໃຫ້ຕົ້ນໝາກແໜ່ງຜະລິດໝາກແໜ່ງໄດ້ດີ ພວກເຮົາຄວນສ້າງໂກນເຜິ້ງໃນຂອບເຂດສວນໝາກແໜ່ງ.
ການເກັບກ່ຽວ: ໝາກແໜ່ງສາມາດເກັບກ່ຽວຜົນຜະລິດແຕ່ທ້າຍເດືອນສິງຫາເປັນຕົ້ນໄປ. ໄລຍະແກ່ຕົວຂອງເມັດຈະຢູ່ລະຫວ່າງ 15-20 ວັນ. ການເກັບແມ່ນແຍກເກັບ 2-3 ເທື່ອຕໍ່ລະດູ ເລືອກເກັບສະເພາະໝາກທີ່ແກ່ເທົ່ານັ້ນ ທັງນີ້ກໍເພື່ອຄຸນນະພາບດີ ແລະ ລາຄາສູງ ເປັນທີ່ຕ້ອງການຂອງຕະຫລາດ.
ການຮັກສາຫລັງການເກັບກ່ຽວ: ຫລັງຈາກເກັບກ່ຽວມາແລ້ວ ກໍຕ້ອງອົບໃຫ້ແຫ້ງ ເພື່ອເປັນການເກັບຮັກສາໄວ້ໄດ້ດົນ ທັງປ້ອງກັນການເກີດເຊື້ອລາ ເປັນການເພີ່ມມູນຄ່າໄດ້ອີກ.