ວິທີລ້ຽງປາເຂັງໃສ່ອ່າງດິນ


- ການກຽມອ່າງ
ຂະໜາດອ່າງທີ່ໃຊ້ລ້ຽງປາເຂັງບໍ່ຕ້ອງໃຫຍ່ຫລາຍ ປະມານ 1-3 ອ່າງ ຫລື ບາງແຫ່ງນິຍົມລ້ຽງຢູ່ອ່າງຂະໜາດ 3-4 ໄລ່ ຄວາມເລິກປະມານ 1,5 – 2,0 ແມັດ ອ່າງເກົ່າຕ້ອງສູບນ້ຳໃຫ້ແຫ້ງ ກຳຈັດສັດຕູພືດ ໂດຍສະເພາະປາກິນຊິ້ນ, ຫຍ້າ ແລະ ຫວ່ານປູນຂາວປະມານ 150-200 ກິໂລຕໍ່ໄລ່ ຕາກອ່າງໃຫ້ແຫ້ງເປັນເວລາ 2-3 ອາທິດ ເພື່ອເປັນການຂ້າເຊື້ອໂຣກ ແລະ ສັດຕູ.
ກໍລະນີອ່າງໃໝ່ ຫວ່ານປູນຂາວປະມານ 100 ກິໂລຕໍ່ໄລ່ ຢ່າງໃດກໍຕາມ ປາເຂັງມັກນ້ຳທີ່ເປັນດ່າງ ຫລື ກະດ້າງສູງ ຫລື ມີ pH ເຊິ່ງ pH ຂອງນ້ຳຄວນຢູ່ໃນໄລຍະ 6,5-8,5 ໃຊ້ຕາໜ່າງສີຟ້າອ້ອມຮອບອ່າງໃຫ້ສູງປະມານ 90 ຊັງຕີແມັດ ເພື່ອປ້ອງກັນປາຫລົບໜີ. ສູບນ້ຳລົງອ່າງກ່ອນປ່ອຍລູກປາປະມານ 60 -100 ຊັງຕີແມັດ ຕອງນ້ຳດ້ວຍມຸ້ງຕາຖີ່ ຫລື ອາດຂ້າເຊື້ອຢູ່ນ້ຳດ້ວຍຄໍລິນຝຸ່ນ 3 ສ່ວນ ຕໍ່ນ້ຳ 1 ພັນລິດ ແລະ ເຮັດສີນ້ຳສ້າງຫວ່ງໂຊ່ອາຫານທຳມະຊາດປ່ອຍລູກປາ ຈາກນັ້ນຄ່ອຍໆ ຕື່ມນ້ຳເຂົ້າອ່າງລະດັບນ້ຳ 1,5 ແມັດ ແລະ ຄວບຄຸມລະດັບນີ້ຕະຫລອດໄປ.




- ການເລືອກລູກພັນປາ.
ຂະໜາດລູກປາເຂັງທີ່ເໝາະສົມໃນການປ່ອຍລ້ຽງອ່າງດິນມີ 2 ຂະໜາດຄື: ລູກປາຂະໜາດ 2-3 ຊັງຕີແມັດ ຫລື ເອີ້ນວ່າ “ໃບມະຂາມ” ເຊ່ິງມີອາຍຸ 25-30 ມື້ ແລະ ຂະໜາດ 2-3 ນິ້ວ ເຊິ່ງເປັນລູກປາອາຍຸ 60-75 ມື້ ກະສິກອນທີ່ບໍ່ມີຄວາມຊຳນານອາດເລືອກລູກປາຂະໜາດ 2-3 ນິ້ວ.




- ປ່ອຍລູກປາລົງລ້ຽງ
ໂດຍທົ່ວໄປ ກະສິກອນນິຍົມລູກປາຂະໜາດ 2-3 ຊັງຕີແມັດ ອັດຕາປ່ອຍ 30-50 ໂຕຕໍ່ຕາແມັດ ຫລື 50.000 – 80.000 ໂຕຕໍ່ໄລ່ ຫາກຈະປ່ອຍພໍ່ແມ່ພັນປາໃຫ້ປະສົມພັນວາງໄຂ່ ອະນຸບານ ແລະ ລ້ຽງຢູ່ອ່າງດຽວກັນ ໂດຍໃຊ້ອັດຕາພໍ່ແມ່ພັນປາ 40-60 ຄູ່ຕໍ່ໄລ່ ຈະໄດ້ລູກປາຂະໜາດໃບມະຂາມປະມານ 80.00-150.000 ໂຕຕໍ່ໄລ່ ທັງນີ້ຄວາມໜາແໜ້ນໃນການລ້ຽງນີ້ຂຶ້ນຢູ່ກັບສະຖານະການຈັດການຟາມ ແລະ ງົບປະມານເງິນທຶນໝູນວຽນໃນການບໍລິຫານຈັດການຟາມຂອງກະສິກອນແຕ່ລະລາຍເປັນສຳຄັນ. ຢ່າງໃດກໍຕາມ ຫາກມີເປົ້າໝາຍຕ້ອງການປາຂະໜາດໃຫຍ່ຕ້ອງປ່ອຍລູກປາໃນຄວາມໜາແໜ້ນຕ່ຳລົງມາປະມານ 20 ໂຕຕໍ່ຕາແມັດ ຫລື 32.000 ໂຕຕໍ່ໄລ່, ໄລຍະເວລາທີ່ເໝາະສົມໃນການປ່ອຍພັນລູກປາຄືເວລາເຊົ້າ ຫລື ແລງ ແລະ ຄວນປັບອຸນນະພູມຂອງນ້ຳໃນຖົງໃຫ້ໃກ້ຄຽງກັນກັບນ້ຳໃນອ່າງກ່ອນ ໂດຍນຳຖົງລູກປາແຊ່ນ້ຳໃນອ່າງເປັນເວລາປະມານ 10-15 ນາທີ ເພື່ອປ້ອງກັນລູກປາຊ໊ອກ ແລ້ວເປີດປາກຖົງຄ່ອຍໆ ເອົານ້ຳຢູ່ອ່າງໃສ່ຖົງເພື່ອໃຫ້ລູກປາປັບໂຕໃຫ້ເຂົ້າກັບນ້ຳໃໝ່ໄດ້.
- ອາຫານ ແລະ ການໃຫ້ອາຫານ
ການລ້ຽງປາເຂັງແບບກຸ້ມຢູ່ກຸ້ມກິນ ຫລື ແບບຫົວໄລ່ປາຍນາອ່າງປາຫລັງບ້ານ, ຫ້ອງສວນ, ຄັນຄູຄັນນາ ນອກຈາກອາຫານຕາມທຳມະຊາດແລ້ວ ກະສິກອນນິຍົມໃຫ້ອາຫານສົມທົບຈຳພວກເສດອາຫານຈາກຄົວເຮືອນ, ຮຳລະອຽດ, ປາສົດພັກໃຫ້ມຸ່ນ, ປວກ ແລະ ການໃຕ້ໄຟຖ້າແມ່ນກາງຄືນ ຕະຫລອດຈົນອາຫານສຳເລັດຮູບບາງສ່ວນ. ການລ້ຽງປາເຂັງແບບທຸລະກິດ, ການປ່ອຍລ້ຽງແບບໜາແໜ້ນສູງຫລາຍ, ປາເຂັງນັ້ນເປັນປາກິນຊິ້ນໃນໄລຍະທຳອິດຈາກລູກປາຂະໜາດໃບມະຂາມເປັນປາຮຸ້ນ (ອາຍຸ1-2 ເດືອນ) ຕ້ອງການອາຫານທີ່ເປັນໂປຣຕີນສູງ ຫລັງຈາກນັ້ນເມື່ອອາຍຸ 2-3 ເດືອນ ຕ້ອງການອາຫານລະດັບໂປຣຕີນ ເຊິ່ງການໃຫ້ຕ້ອງຍ່າງຫວ່ານອາຫານໃຫ້ອ້ອມອ່າງ.
ໄລຍະເວລາລ້ຽງ ແລະ ວິທີການຈັບປາຈຳໜ່າຍ
ໄລຍະເວລາລ້ຽງຂຶ້ນຢູ່ກັບຂະໜາດປາທີ່ຕະຫລາດຕ້ອງການ ສະພາບສິ່ງແວດລ້ອມພາຍໃນອ່າງ ແລະ ສຸຂະພາບປາທົ່ວໄປໃຊ້ເວລາລ້ຽງປະມານ 90-120 ມື້ ກໍສາມາດຈຳໜ່າຍໄດ້ແລ້ວ.


ແປໂດຍ: ຂັນ