ບົດຮຽນຈາກສະຫະລັດ ໃນວຽກງານພັດທະນາເສດຖະກິດກິລາ


ລູກເມືອງພວນ
ສະຫະລັດອາເມລິການັບວ່າເປັນຊາດໜຶ່ງ ໃນປັດຈຸບັນທີ່ດຳເນີນທຸລະກິດດ້ານກິລາຫຼາຍທີ່ສຸດໃນໂລກ ນັບທັງທາງດ້ານປະລິມານ ແລະ ຄຸນະພາບ. ສະຫະລັດອາເມລິກາກຳນົດວ່າ ອຸດສາຫະກຳດ້ານກິລາ ແມ່ນໜຶ່ງໃນ 10 ຂະແໜງການໃຫຍ່ທີ່ສຸດຂອງສະຫະລັດ.
ປີ 2008 ມູນຄ່າການລົງທຶນດ້ານກິລາຂອງສະຫະລັດຢູ່ທີ່441,1 ຕື້ໂດລາສະຫະລັດ, ປີ 2012 ມີ 435 ຕື້ໂດລາ. ລາຍໄດ້ຈາກການຂາຍອຸປະກອນກິລາຢູ່ຕາມຮ້ານຄ້າຂາຍຍ່ອຍແຫ່ງຕ່າງໆມີປະມານ 41 ຕື້ໂດລາສະຫະລັດ/ປີ. ມູນຄ່າໃນທ້ອງຕະຫຼາດແຕ່ລະປີຢູ່ທີ່ 400-435 ຕື້ໂດລາສະຫະລັດ.
ຂະແໜງການທຸລະກິດ ດ້ານກິລາສາມາດ ດຶງດູດເອົາກຳລັງແຮງງານເຂົ້າມາຢູ່ໃນວົງການກິລາໄດ້ຫຼາຍສົມຄວນ. ໂດຍອີງຕາມສະຖິຕິ ທາງການດ້ານກິລາຂອງອົງກອນແຮງງານສະຫະລັດໃຫ້ຮູ້ວ່າ, ປີ 2011 ມີນັກກິລາທັງໝົດ 12. 630ຄົນ, ຄູຝຶກສອນ ແລະ ຜູ້ຊ່ວຍວຽກ 194. 810 ຄົນ, ກຳມະການຕັດສິນ ແລະພະນັກງານທົ່ວໄປ15. 630 ຄົນ, ຜູ້ທີ່ເຮັດວຽກຢູ່ຕາມສູນກິລາກາຍະກຳມີ 489. 220 ຄົນ ແລະ 39. 700 ຄົນເຮັດຢູ່ໃນຂົງເຂດກິລາແລ່ນສະເກັດນໍ້າແຂງ, 68. 300 ຄົນເຮັດຢູ່ຕາມສູນ ໂບລິ້ງ ແລະ 342. 300 ຄົນຢູ່ໃນສະໂມສອນໃນຊົນນະບົດ ແລະ ສະໂມສອນກ໊ອບ. ມີປະມານ 1,3 ລ້ານຄົນ ເຮັດວຽກຢູ່ຕາມຂົງເຂດກິລາການບັນເທີງ.
ທຸລະກິດການກິລາຢູ່ສະຫະລັດດຳເນີນໄປດ້ວຍຫຼາຍຮູບແບບ. ນອກຈາກກິລາອາຊີບແລ້ວ, ຍັງມີຫຼາຍຮູບການທຸລະກິດເຊັ່ນ: ທຸລະກິດກິລາການທ່ອງທ່ຽວ, ກິລາການບັນເທີງ ແລະ ສຸຂະພາບ, ທຸລະກິດອຸປະກອນການກິລາ, ທຸລະກິດຄ້າຂາຍນັກກິລາ, ທຸລະກິດໂທລະຄົມມະນາຄົມກິລາ, ທຸລະກິດການພະນັນ ແລະ ຫວຍກິລາ.
ທຸລະກິດກິລາຢູ່ໃນສະຫະລັດອາເມລິກາ ພັດທະນາໄປໃນທາງລວງເລິກ ແລະ ທັງລວງກ້ວາງ ດ້ວຍຫຼາຍຮູບການຕະຫຼາດທີ່ແຕກຕ່າງກັນ.
ຢູ່ສະຫະລັດອາເມລິກາລັດຖະບານ ບໍ່ໄດ້ຮັບຜິດຊອບດ້ານກິລາ. ຄະນະກຳມະການປະທານາທິບໍດີດ້ານກິລາ ແລະ ການບໍາລຸງ(President’s Council on Fitness, Sports & Nutrition – PCFSN) ຈະເປັນທີ່ປຶກສາໃຫ້ປະທານາທິບໍດີໂດຍຜ່ານລັດຖະມົນຕີສາທາລະນະສຸກ ແລະ ການບໍລິການຊີວິດການເປັນຢູ່ ແລະ ກຳລັງກາຍ, ຄວາມງາມຂອງປະຊາຊົນ ແລະ ໂຄງການຊຸກຍູ້ຂະບວນການກິລາກາຍະກຳເພື່ອຍົກສູງຄຸນະພາບຮ່າງກາຍຂອງປະຊາຊົນຂອງສະຫະລັດ.
2. ຈີນກັບວຽກງານພັດທະນາເສດຖະກິດກິລາ
ຈີນ ເປັນອີກປະເທດໜຶ່ງທີ່ມີການພັດທະນາດ້ານກິລາ ແລະ ອຸດສາຫະກຳການກິລາຂະຫຍາຍຕົວໄວ. ປັດຈຸບັນທົ່ວໂລກມີ 95% ນຳໃຊ້ເຄື່ອງນຸ່ງ ແລະ ເກີບກິລາ made in China, ປັດຈຸບັນຖືໄດ້ວ່າ ຈີນ ເປັນປະເທດທີ່ຜະລິດອຸປະກອນກິລາລາຍໃຫຍ່ທີ່ສຸດຂອງໂລກ, ໃນນັ້ນເກີບກິລາກວມ 70% ຂອງຕະຫຼາດໂລກ, ລູກ ປິງປ໊ອງກວມ 80%, ດອກປີກໄກ່ກວມ 70-80%.
ການພັດທະນາຂະແໜງການກິລາໄວວາໄດ້ຄືແນວນັ້ນ, ກໍເນື່ອງຈາກວ່າ ຈີນ ອີງໃສ່ບາງປັດໄຈພື້ນຖານດັ່ງນີ້:
– ອີງໃສ່ກົດໝາຍ, ນະໂຍບາຍ ແລະ ກົນໄກການພັດທະນາກິລາກາຍະກຳ ແລະ ການດຳເນີນທຸລະກິດການກິລາ, ສ້າງສະພາບແວດລ້ອມໃຫ້ແກ່ການເຄື່ອນໄຫວທຸລະກິດກິລາ ບໍ່ສະເພາະແຕ່ຢູ່ພາຍໃນປະເທດ ແຕ່ຍັງໄດ້ຂະຫຍາຍອອກໄປໃນທົ່ວໂລກ.
– ການຍົກລາຍຮັບຂອງປະຊາຊົນໃຫ້ສູງຂຶ້ນ, ສ້າງຄວາມຕ້ອງການ ແລະ ກຳລັງຊື້ໃຫ້ແຂງແຮງ ໂດຍການສຳລະສະສາງຂອງຊຸມຊົນເອງ ນັ້ນຄືປັດໄຈກະຕຸ້ນໃຫ້ເອກະຊົນລົງທຶນພັດທະນາທຸລະກິດ ແລະ ການບໍລິການດ້ານກິລາກາຍະກຳຫຼາຍຂຶ້ນ.
ຍຸດທະສາດ ແລະ ນະໂຍບາຍພັດທະນາການກິລາກາຍະກຳ ຢູ່ຈີນ ຖືກກຳນົດໄປຕາມ 2 ທິດທາງພື້ນຖານຊຶ່ງຊຸກຍູ້ຊຶ່ງກັນ ແລະ ກັນ ນັ້ນຄື: ກິລາເພື່ອມວນຊົນ ແລະ ກິລາອາຊີບ, ເຊື່ອມໂຍງກັບສາກົນ ຊຶ່ງເປັນຄາດໝາຍກ້າວໄປສູ່ມາດຕະຖານອາຊີບສາກົນ. ນັ້ນຄືທຸລະກິດກິລາຢູຈີນ.
3. ບົດຮຽນ
ຜ່ານການພັດທະນາທຸລະກິດການກິລາ ຢູ່ຫຼາຍປະເທດໃນໂລກ ສາມາດຖອດໄດ້ບົດຮຽນດັ່ງນີ້:
*ດ້ານຄວາມຮັບຮູ້: ຄວນຮັບຮູ້ວ່າ ກິລາກໍແມ່ນຂະແໜງການທຸລະກິດທີ່ສຳຄັນອັນໜຶ່ງໃນເສດຖະກິດແຫ່ງຊາດ. ເຫດການກິລາທີ່ສຳຄັນໆ, ການບໍລິການ ແລະ ວຽກງານອື່ນໆຂອງກິລາ ໃຫ້ຖືວ່າເປັນໂອກາດທຸລະກິດດ້ານສິນຄ້າອັນໜຶ່ງ.
ຄວາມຮັບຮູ້ທີ່ຖືກຕ້ອງກ່ຽວກັບທຸລະກິດກິລາ ຕ້ອງໄປຄຽງຄູ່ກັບການສ້າງພື້ນຖານດ້ານກົດໝາຍ ໃຫ້ແກ່ການພັດທະນາທຸລະກິດກິລາ
ຕ້ອງກຳນົດພາລະບົດບາດຂອງລັດໃນການພັດທະນາທຸລະກິດກິລາ, ແຕ່ລັດບໍ່ດຳເນີນທຸລະກິດໂດຍກົງ ແຕ່ມີບົດບາດໃນການສ້າງສະພາບແວດລ້ອມທີ່ອຳນວຍຄວາມສະດວກໃຫ້ແກ່ການທຸລະກິດດ້ານກິລາ, ຄຸ້ມຄອງ, ຕິດຕາມ ແລະ ດັດສົມການເຄື່ອນໄຫວທຸລະກິດ, ກຳນົດທິດທາງໃນການຊ່ວຍເຫຼືອ ໃນເວລາມີບັນຫາໃນການດຳເນີນການທຸລະກິດ.
– ສ້າງພື້ນຖານ ແລະ ປັດໄຈໃຫ້ແກ່ທຸລະກິດກິລາ: ເຕົ້າໂຮມບັນດາການຈັດຕັ້ງ ແລະ ສ່ວນບຸກຄົນເຂົ້າຫາກັນ ເພື່ອຈັດໃຫ້ເປັນລະບົບການຜະລິດ, ທຸລະກິດສິນຄ້າກິລາ ແລະ ບໍລິການດ້ານກິລາ, ຮ່ວມມືກັບທຸລະກິດກິລາໃນຂົງເຂດພາກພື້ນ ແລະ ສາກົນ.
– ສ້າງ ແລະ ພັດທະນາການຕະຫຼາດກິລາ
*ການຈັດຕັ້ງຄຸ້ມຄອງ: ຈຳເປັນຕ້ອງມີອົງການຈັດຕັ້ງຂອງລັດຖະບານຮັບຜິດຊອບໃນການພັດທະນາກິລາສະເພາະ ແລະ ດຳເນີນທຸລະກິດດ້ານກິລາ, ອາດຈະເປັນກະຊວງ ຫຼື ຄະນະກຳມະການຂອງລັດຖະບານຮັບຜິດຊອບໂດຍສະເພາະ, ອັນທີ່ສຳຄັນຄວນມີລະບົບຄຸ້ມຄອງຂອງລັດຖະບານທັງໃນລະດັບທ້ອງຖິ່ນ ແລະ ຂັ້ນສູນກາງ.
——————————–