ຟີລິບປີນ ປະກາດເລື່ອນຈັດການແຂ່ງຂັນກີລາຄົນພິການ ອາຊ້ຽນພາລາເກມ 2020

- Lpn5 1 - ຟີລິບປີນ ປະກາດເລື່ອນຈັດການແຂ່ງຂັນກີລາຄົນພິການ ອາຊ້ຽນພາລາເກມ 2020
- kitchen vibe - ຟີລິບປີນ ປະກາດເລື່ອນຈັດການແຂ່ງຂັນກີລາຄົນພິການ ອາຊ້ຽນພາລາເກມ 2020

        ຍັງຄົງມີບັນຫາຕໍ່ເນື່ອງສຳຫຼັບຟີລິບປີນ ເຈົ້າພາບຈັດການແຂ່ງຂັນກີລາຊີເກມ ຄັ້ງທີ່ 30 ທີ່ຜ່ານມາເຊີ່ງຈະຕ້ອງສານຕໍ່ເປັນເຈົ້າພາບຈັດການແຂ່ງຂັນກີລາຄົນພິການພາລາເກມຄັ້ງທີ່ 10 ແຕ່ລ່າສຸດ ໄມເຄີລ ບາເລໂດ ປະທານຄະນະກຳມະການພາລາລິມປິກຂອງຟີລິບປີນ (PPC) ໄດ້ອອກມາປະກາດວ່າເລື່ອນການແຂ່ງຂັນອາຊ້ຽນພາລາເກມ 2020 ຈາກກຳນົດເດີມທີ່ຈະຈັດການແຂ່ງຂັນທີ່ນະຄອນຫຼວງມະນິລາ ລະຫວ່າງວັນທີ່ 18-25 ເດືອນມັງກອນ 2020 ທີ່ຈະມາເຖີງນີ້ ອອກໄປເປັນວັນທີ່ 20-28 ເດືອນມີນາ 2020 ແທນ

ເຫດຜົນການເລື່ອນຈັດການແຂ່ງຂັນໃນຄັ້ງນີ້ ໄມເຄີລ ບາເລໂດ ປະທານຄະນະກຳມະການພາລາລິມປິກຂອງຟີລິບປີນ (PPC) ໄດ້ກ່າວຖະແຫຼ່ງການວ່າ : ໃນຂະນະທີ່ເຮົາໄດ້ພະຍາຍາມທຸກວິທີທາງໃນການກຽມຈັດງານແຂ່ງຂັນໃນຊ່ວງ 1 ປີເຄີ່ງທີ່ຜ່ານມາ ສິ່ງທີ່ຢູ່ນອກເໜືອການຄວບຄຸມຂອງເຮົານັ້ນເຮັດໃຫ້ເຮົາຕ້ອງກຳໜົດການແຂ່ງຂັນໃໝ່ອິກຄັ້ງ  ເນື່ອງຈາກວ່າປະສົບກັບປັນຫາການເງີນຢ່າງໜັກ ຫຼັງຈາກຟີລີບປີນຖືກວິພາກວິຈານວ່າ ໃນການຈັດການແຂ່ງຂັນຊີເກມຄັ້ງທີ່ 30 ທີ່ຜ່ານມາວ່າເປັນຊີເກມທີ່ລົ້ມເຫຼວທີ່ສຸດຄັ້ງໜື່ງໃນປະຫວັດສາດ

- Visit Laos Visit SALANA BOUTIQUE HOTEL - ຟີລິບປີນ ປະກາດເລື່ອນຈັດການແຂ່ງຂັນກີລາຄົນພິການ ອາຊ້ຽນພາລາເກມ 2020

ລ່າສຸດກີລາຄົນພິການທີ່ຟີລິບປີນຕ້ອງສານຕໍ່ເປັນເຈົ້າພາບ ຊ້ຳເຕີມງົບປະມານໃນການຈັດການແຂ່ງຂັນຍັງບໍ່ພໍ ແລະ ກຳລັງລໍຖ້າອະນຸມັດງົບປະມານຈາກທາງພາກລັດທີ່ດູແລເລື່ອງຈັດການແຂ່ງຂັນ ໃນທີ່ສຸດ ໄມເຄີລ ບາເລໂດ ປະທານຄະນະກຳມະການພາລາລິມປິກຂອງຟີລິບປີນ (PPC) ກໍ່ປະກາດຖະເເຫຼ່ງການເລື່ອນການແຂ່ງຂັນຈາກເດີມ ລະຫວ່າງວັນທີ່ 18-25 ເດືອນມັງກອນ 2020 ທີ່ຈະມາເຖີງນີ້ ອອກໄປເປັນວັນທີ່ 20-28 ເດືອນມີນາ 2020 ແທນ

- 5 - ຟີລິບປີນ ປະກາດເລື່ອນຈັດການແຂ່ງຂັນກີລາຄົນພິການ ອາຊ້ຽນພາລາເກມ 2020
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!