ກອງປະຊຸມປຶກສາຫາລືກ່ຽວກັບແຜນດຳເນີນງານແຫ່ງຊາດສຳລັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຮອດປີ 2030 ຢູ່ ສປປ ລາວ


ເຊົ້າວັນທີ 31 ພຶດສະພານີ້ ທີ່ນະຄອນຫລວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມ ປຶກສາຫາລືກ່ຽວກັບແຜນດຳເນີນງານແຫ່ງຊາດສຳລັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ ຫລື SDGs) ຮອດປີ 2030 ຢູ່ ສປປ ລາວ.
ເພື່ອປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດເປົ້າຫມາຍການພັດທະນາຢູ່ ສປປ ລາວ ໂດຍສະເພາະແມ່ນໄດ້ເນັ້ນ ການປູກຈິດສຳນຶກ ການສ້າງຄວາມຄວາມເຂົ້າໃຈ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນທີ່ກ່ຽວຂ້ອງ ລວມທັງການເຊື່ອມສານເປົ້າຫມາຍການພັດທະນາແບບຍືນຍົງ ເຂົ້າໃນແຜນພັດທະນາ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ກໍຄືການສ້າງແຜນດຳເນີນງານ ສຳລັບ ປພຍ ຮອດປີ 2030 ເພື່ອເປັນບ່ອນອີງສຳລັບການວາງແຜນ ແລະ ການລະດົມທຶນຮອນເພື່ອການພັດທະນາ ຕາມສະພາບເງື່ອນໄຂ ແລະ ທ່າແຮງຂອງປະເທດ.
ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ຮັບຟັງການສະເຫນີກ່ຽວກັບຕົວຊີ້ບອກແຫ່ງຊາດ ສຳລັບເປົ້າໝາຍການພັດທະນາແບບຍືນຍົງ ໂດຍວິທະຍາກອນຈາກກະຊວງແຜນການ ແລະ ການລົງທຶນ ແລະ ສູນສະຖິຕິແຫ່ງຊາດ, ພ້ອມທັງ ການສະເໜີແຜນດຳເນີນງານ ປພຍ ໃນຕໍ່ໜ້າ ແລະ ການສະໜອງທຶນເພື່ອການພັດທະນາ ໂດຍວິທະຍາກອນຈາກກະຊວງການຕ່າງປະເທດ ແລະ ກະຊວງການເງິນ. ຫລັງຈາກນັ້ນ, ຜູ້ເຂົ້າຮ່ວມ ກໍໄດ້ປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນໃສ່ແຜນດຳເນີນງານດັ່ງກ່າວເພື່ອໃຫ້ແທດເໝາະກັບເງື່ອນໄຂ ແລະ ສະພາບຕົວຈີງຂອງ ສປປ ລາວ, ພ້ອມທັງເນັ້ນຄວາມສຳຄັນຂອງການມີສ່ວນຮ່ວມຂອງທຸກພາກສ່ວນ ແລະ ການເຜີຍແຜ່ວຽກງານ ປພຍ ໃຫ້ທຸກຂະແໜງການ, ນັກສຶກສາ ແລະ ປະຊາຊົນທົ່ວໄປ ແຕ່ສູນກາງຮອດທ້ອງຖິ່ນ ເພື່ອໃຫ້ມີຄວາມເຂົ້າໃຈກ່ຽວກັບວຽກງານດັ່ງກ່າວຂື້ນຕື່ມ.
ໃນໄລຍະຜ່ານມາ, ລັດຖະບານ ສປປ ລາວ ໄດ້ມີຄວາມພະຍາຍາມ ໃນການເຊື່ອມສານທັງ 17 ເປົ້າໝາຍການພັດທະນາແບບຍືນຍົງ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແລະ ໄດ້ຮັບຮອງເອົາເປົ້າ ໝາຍການພັດທະນາແບບຍືນຍົງສະເພາະຂອງຕົນ ເປັນເປົ້າຫມາຍທີ່ 18: ຊີວິດທີ່ປອດໄພຈາກລູກລະເບີດທີ່ຍັງບໍ່ທັນແຕກ (Lives safe from UXO) ແນໃສ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ, ນຳພາປະເທດຊາດຫລຸດພົ້ນອອກຈາກສະຖານະດ້ອຍພັດທະນາ ແລະ ກາຍເປັນປະເທດທີ່ມີລາຍຮັບປານກາງພາຍໃນປີ 2030. ເພື່ອໃຫ້ບັນລຸໄດ້ຕາມເປົ້າໝາຍດັ່ງກ່າວ ທຸກໆພາກສ່ວນທັງພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນຕ່າງໆ ແລະ ຄູ່ຮ່ວມມືເພື່ອການພັດທະນາ ຕ້ອງໄດ້ເພີ້ມທະວີຄວາມພະຍາຍາມ ແລະ ສົ່ງເສີມການຮ່ວມມືເພື່ອການພັດທະນາ ໂດຍການນຳໃຊ້ທ່າແຮງ ແລະ ຊັບພະຍາກອນທີ່ມີຢູ່ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ເພື່ອຮັບປະກັນວ່າປະຊາຊົນລາວທຸກໆຄົນໄດ້ຮັບໂອກາດໃນການພັດທະນາ ແລະ ມີຊີວິດການເປັນຢູ່ທີ່ດີຂື້ນເທື່ອລະກ້າວ.