ຕົ້ນເດືອນມັງກອນອາກາດຈະເຢັນລົງ1-3 ອົງສາຢູ່ທົ່ວທຸກພາກຂອງປະເທດເຮົາ


ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ໃນຕົ້ນເດືອນມັງກອນນີ້ ນັບແຕ່ວັນທີ 2-5 ສະພາບອາກາດຢູ່ທົ່ວທຸກພາກຂອງປະເທດເຮົາຈະຫລຸດລົງ 1-3 ອົງສາ ເຊິ່ງຈະເຮັດໃຫ້ບາງທ້ອງຖິ່ນມີສະພາບອາກາດໜາວເຢັນ ໂດຍສະເພາະຢູ່ບັນດາແຂວງພາກເໜືອ ເນື່ອງຈາກມວນອາກາດເຢັນຈາກປະເທດຈີນຈະເພີ່ມກຳລັງແຮງຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດເຮົາດ້ວຍກຳລັງປານກາງຫາແຮງ.
ສຳລັບສະພາບອາກາດແຕ່ລະພາກມີດັ່ງນີ້: ພາກເໜືອດ້ານຕາເວັນອອກ ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ອາກາດຈະໜາວຫາໜາວເຢັນ ແລະ ມີຝົນຕົກກະຈາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມແຕ່ 7-23 ອົງສາ. ພາກເໜືອດ້ານຕາເວັນຕົກ ແຂວງຫລວງນ້ຳທາ, ອຸດົມໄຊ ອາກາດຈະເຢັນລົງ 1-2 ອົງສາ ເຊິ່ງຈະມີໝອກໜາໃນຕອນເຊົ້າ ອຸນຫະພູມແຕ່ 7-25 ອົງສາ. ພາກກາງ ແຂວງວຽງຈັນ, ນະຄອນຫລວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ ອາກາດຍັງຈະເຢັນ ແລະ ມີລົມພັດແຮງເປັນບາງໂອກາດ ອຸນຫະພູມແຕ່ 14-32 ອົງສາ. ສະເພາະແຂວງໄຊສົມບູນ, ເຂດຫລັກ 20, ເມືອງວຽງທອງ ແລະ ເມືອງນາກາຍ ອາກາດຈະເຢັນ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ອຸນຫະພູມແຕ່ 7-23 ອົງສາ. ພາກໃຕ້ ສາລະວັນ, ຈຳປາສັກ, ເຊກອງ, ອັດຕະປື ອາກາດຈະເຢັນໃນຕອນກາງຄືນຫາຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ອຸນຫະພູມແຕ່ 16-32 ອົງສາ. ຕໍ່ສະພາບອາກາດຄືດັ່ງກ່າວ ຈຶ່ງຂໍເຕືອນໃຫ້ປະຊາຊົນບັນດາເຜົ່າ ໂດຍສະເພາະຜູ້ໃຊ້ລົດໃຊ້ຖະໜົນສັນຈອນໄປມາທາງເຂດພາກເໜືອໃຫ້ມີສະຕິໃນການຂັບຂີ່ ເນື່ອງຈາກຈະມີໝອກປົກຫຸ້ມເປັນສ່ວນຫລາຍໃນຕອນເຊົ້າ ແລະ ໃຫ້ເບິ່ງແຍງຮັກສາສຸຂະພາບໃຫ້ດີ ໂດຍສະເພາະຜູ້ເຖົ້າ ແລະ ເດັກນ້ອຍ ຕ້ອງນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນສະເໝີ, ພ້ອມທັງໃຫ້ຕິດຕາມຂ່າວພະຍາກອນອາກາດຈາກອຸຕຸນິຍົມຢ່າງໃກ້ຊິດ.