ແຟນບານຫົງແດງບໍ່ພໍໃຈ ທຣຳ ຢ້ານເກີດສົງຄາມໂລກ ເຮັດໃຫ້ບໍ່ໄດ້ຮັບແຊ້ມພຣີເມຍລີກ

ແຟນບານຫົງແດງບໍ່ພໍໃຈ ທຣຳ ຢ້ານເກີດສົງຄາມໂລກ ເຮັດໃຫ້ບໍ່ໄດ້ຮັບແຊ້ມພຣີເມຍລີກ - Lpn1 - ແຟນບານຫົງແດງບໍ່ພໍໃຈ ທຣຳ ຢ້ານເກີດສົງຄາມໂລກ ເຮັດໃຫ້ບໍ່ໄດ້ຮັບແຊ້ມພຣີເມຍລີກ
ແຟນບານຫົງແດງບໍ່ພໍໃຈ ທຣຳ ຢ້ານເກີດສົງຄາມໂລກ ເຮັດໃຫ້ບໍ່ໄດ້ຮັບແຊ້ມພຣີເມຍລີກ - kitchen vibe - ແຟນບານຫົງແດງບໍ່ພໍໃຈ ທຣຳ ຢ້ານເກີດສົງຄາມໂລກ ເຮັດໃຫ້ບໍ່ໄດ້ຮັບແຊ້ມພຣີເມຍລີກ

ໜັງສືພິມ ເດລີເອັກເພດ ຂອງອັງກິດລາຍງານວ່າ: ແຟນບານຫົງແດງລີເວີ້ພລູຕ່າງສະແດງຄວາມຮູ້ສຶກບໍ່ພໍໃຈໃຫ້ປະທານນາທິບໍດີ ໂດໂນ ທຣຳ ຂອງສະຫາລັດອາເມລິກາ ຜ່ານທາງໂຊຊ້ຽວມີເດຍ ພາຍຫຼັງຈາກສະຫະລັດປະຕິບັດການທາງອາກາດສັງຫານ ພົນຕີ ຄາເຊັມ ໂຊໄລມານີ ຜູ້ບັນຊາການກອງທັບພິທັກປະຕິວັດ ຫຼື ກອງກຳລັງຂອງປະເທດອີຣ່ານ ຈົນຜູ້ນຳສູງສຸດຂອງປະເທດອີຣ່ານປະກາດທີ່ຈະແກ້ແຄ້ນ ເຮັດໃຫ້ຊາວເນັດຕິດແຮກແທ໊ກ #WWIII ເຊີ່ງສື່ເຖີງການເກີດສົງຄາມໂລກຄັ້ງທີ່ 3

    ສາເຫດທີ່ແຟນບານຫົງແດງລີເວີ້ພລູບໍ່ພໍໃຈຕໍ່ ທຣຳ ເນື່ອງຈາກວ່າຖ້າເກີດສົງຄາມຄັ້ງນີ້ແທ້ ອາດຈະເຮັດໃຫ້ຕ້ອງຍົກເລີກການແຂ່ງຂັນກີລາໃນປະເທດຕ່າງໆ ເຊີ່ງອາດລວມໄປເຖີງການແຂ່ງຂັນບານເຕະພຣີເມຍລີກອັງກິດ ຈົນເຮັດໃຫ້ສະໂມສອນ ລີເວີ້ພລູ ທີ່ກຳລັງນຳເປັນຈ່າຝູງຢູ່ໃນຕອນນີ້ ແລະ ມີແນວໂນ້ມວ່າຈະໄດ້ເປັນເເຊ້ມໃນລະດູການດັ່ງກ່າວໃນຮອບ 30 ປີ ຈະຕ້ອງຜິດຫວັງອີກຄັ້ງຖ້າຫາກເກີດກໍລະນີສົງຄາມ ເວລານີ້ ລີເວີ້ພລູ ກຳລັງເຮັດຜົນງານໄດ້ຢ່າງໂດດເດ່ັນເເຂ່ງໄປແລ້ວ 20 ນັດ ຍັງບໍ່ເສຍໃຫ້ໃຜເກັບແຕ້ມໄປເຖີງ 58 ຄະແນນ ໜີຫ່າງອັນດັບ 2 ເລດເຕີ້ຊີຕີ້ 13 ຄະແນນແລະຍັງແຂ່ງໜ້ອຍກວ່າ 1 ນັດ.

ແຟນບານຫົງແດງບໍ່ພໍໃຈ ທຣຳ ຢ້ານເກີດສົງຄາມໂລກ ເຮັດໃຫ້ບໍ່ໄດ້ຮັບແຊ້ມພຣີເມຍລີກ - Visit Laos Visit SALANA BOUTIQUE HOTEL - ແຟນບານຫົງແດງບໍ່ພໍໃຈ ທຣຳ ຢ້ານເກີດສົງຄາມໂລກ ເຮັດໃຫ້ບໍ່ໄດ້ຮັບແຊ້ມພຣີເມຍລີກ
ແຟນບານຫົງແດງບໍ່ພໍໃຈ ທຣຳ ຢ້ານເກີດສົງຄາມໂລກ ເຮັດໃຫ້ບໍ່ໄດ້ຮັບແຊ້ມພຣີເມຍລີກ - 4 - ແຟນບານຫົງແດງບໍ່ພໍໃຈ ທຣຳ ຢ້ານເກີດສົງຄາມໂລກ ເຮັດໃຫ້ບໍ່ໄດ້ຮັບແຊ້ມພຣີເມຍລີກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!