ຜູ້ນຳໂລກເຫັນພ້ອມຊຸກຍູ້ສັນຕິພາບລີບີຮອບໃໝ່


ຜູ້ນຳໂລກຮັບປາກໃນກອງປະຊຸມສຸດຍອດຢູ່ນະຄອນຫລວງເບີລິນຂອງເຢຍລະມັນໃນວັນທີ 19 ມັງກອນຕາມເວລາທ້ອງຖິ່ນວ່າ: ຈະບໍ່ໃຫ້ຕ່າງຊາດເຂົ້າໄປແຊກແຊງສົງຄາມກາງເມືອງຢູ່ລີບີອີກຕໍ່ໄປ ແລະ ຈະຍັງໃຊ້ມາດຕະການຂວ້ຳບາດທາງອາວຸດເປັນສ່ວນໜຶ່ງຂອງແຜນການຢຸດຄວາມຂັດແຍ່ງຢູ່ລີບີທີ່ດຳເນີນມາຍາວນານ.
ທ່ານ ອັນໂຕນິໂອ ກູເຕີເຣັສ ເລຂາທິການສະຫະປະຊາຊາດ ຫລື UN ກ່າວວ່າ: ຜູ້ນຳໂລກສະແດງຄວາມມຸ່ງໝັ້ນຢ່າງຈິງຈັງທີ່ຈະຢຸດຄວາມຂັດແຍ່ງຢູ່ລີບີທີ່ກຳລັງຈະບານປາຍກາຍເປັນຄວາມຂັດແຍ່ງໃນພາກພື້ນ. ນາຍົກລັດຖະມົນຕີ ອັງເກລາ ແມຣເຄິລ ຂອງເຢຍລະມັນ ໃນຖານະເຈົ້າພາບກອງປະຊຸມກ່າວວ່າ: ບໍ່ແມ່ນເລື່ອງງ່າຍທີ່ຈະຮັບປະກັນວ່າຈະມີການປະຕິບັດຕາມຂໍ້ຕົກລົງຢຸດຍິງທັນທີ, ແຕ່ຫວັງວ່າກອງປະຊຸມຄັ້ງນີ້ຈະເປີດໂອກາດໃຫ້ມີການຢຸດຍິງດົນຂຶ້ນ. ຂະນະທີ່ທ່ານ ໄມ ປອມເປໂອ ລັດຖະມົນຕີຕ່າງປະເທດອາເມລິກາ ຍອມຮັບວ່າ: ຍັງມີບັນຫາເລື່ອງຈະສັງເກດການຄຳໝັ້ນແນວໃດໃຫ້ໄດ້ຜົນດີມີປະສິດທິພາບ, ແຕ່ຄາດຫວັງໃນແງ່ດີວ່າສະຖານະການຢູ່ລີບີຈະຮຸນແຮງໜ້ອຍລົງ ແລະ ເປີດໂອກາດໃຫ້ທຸກຝ່າຍຢູ່ລີບີເປີດການເຈລະຈາຕາມທີ່ທ່ານ ກັສຊັນ ຊາລາເມ ທູດພິເສດ UN ພະຍາຍາມມາດົນ. ສ່ວນທ່ານ ເຊີເກ ລາບຣອບ ລັດຖະມົນຕີຕ່າງປະເທດຣັດເຊຍ ກ່າວວ່າ: ເຫັນໄດ້ຈະແຈ້ງວ່າກອງປະຊຸມຍັງບໍ່ສາມາດເປີດການເຈລະຈາທີ່ຈິງຈັງ ແລະ ຍືນຍົງລະຫວ່າງກຸ່ມທີ່ຂັດແຍ່ງກັນຢູ່ລີບີໄດ້.
ທັງນີ້ ຫລັງ ພົນເອກ ມູອຳມາ ກັດດາຟີ ທີ່ປົກຄອງລີບີມາ 42 ປີ ຖືກສັງຫານໃນປີ 2011 ໂດຍກອງກຳລັງຢູ່ລີບີທີ່ໄດ້ຮັບການສະໜັບສະໜູນຈາກອົງການສົນທິສັນຍາອັດລັງຕິກເໜືອ ຫລື ນາໂຕ, ລີບີກໍຕົກຢູ່ໃນສະພາບສົງຄາມກາງເມືອງ ໂດຍປັດຈຸບັນແບ່ງອອກເປັນລັດຖະບານໃນນະຄອນຫລວງຕຣີໂປລີຂອງທ່ານ ຟາຍອິດ ອັລຊາຣາ ທີ່ໄດ້ຮັບການຮັບຮອງຈາກ UN ແລະ ກອງກຳລັງທາງຝັ່ງຕາເວັນອອກຂອງ ຈອມພົນ ຄາລິຟາ ຮາບຕາ ຝ່າຍຫລັງໂຈມຕີຝ່າຍທຳອິດນັບແຕ່ເດືອນເມສາປີກ່ອນ ແລະ ຫາກໍຢຸດຍິງຊົ່ວຄາວໃນວັນທີ 12 ມັງກອນ ຕາມການຊຸກຍູ້ຂອງຣັດເຊຍ ແລະ ຕວກກີ, ຣັດເຊຍຮ່ວມກັບເອຢິບ ແລະ ສະຫະນະຄອນ ເອເມຣັດ ອາຣັບ ສະໜັບສະໜູນ ຈອມພົນ ຮາບຟາ, ສ່ວນຕວກກີຮ່ວມກັບກາຕ້າສະໜັບສະໜູນທ່ານ ຊາຣາ.