ເຄາະຊ້ຳ ! ຈີນພົບໄຂ້ຫວັດສັດປີກ H5N6 ຢູ່ຟາມໃນເສສວນ


ທາງການຈີນກວດພົບການແຜ່ລະບາດຂອງເຊື້ອໄວຣັສໄຂ້ຫວັດສັດປີກ “H5N6” ຢູ່ຟາມໃນມົນທົນເສສວນ ພຽງອາທິດດຽວຫລັງກຳຈັດໄກ່ເພື່ອປ້ອງກັນເຊື້ອພະຍາດດຽວກັນແຕ່ຄົນລະສາຍພັນ ຢູ່ຟາມໃນມົນທົນເສສວນ.
ກະຊວງກະສິກຳຂອງຈີນອອກຖະແຫລງການໃນວັນທີ 10 ກຸມພາ ເລື່ອງການພົບການແຜ່ລະບາດຂອງເຊື້ອໄວຣັສໄຂ້ຫວັດສັດປີກສາຍພັນ H5N6 ຢູ່ຟາມແຫ່ງໜຶ່ງ ໃນມົນທົນເສສວນ ທາງຕາເວັນຕົກສຽງໃຕ້ຂອງປະເທດ ເຊິ່ງມີໄກ່ຕາຍໄປແລ້ວ 1.840 ໂຕ ຈາກຈຳນວນທັງໝົດ 2.497 ໂຕ ສົ່ງຜົນໃຫ້ເຈົ້າໜ້າທີ່ຈຳເປັນຕ້ອງກຳຈັດໄກ່ທີ່ເຫລືອ.
ເຖິງຢ່າງໃດກໍຕາມ, ກ່ອນໜ້ານັ້ນພຽງອາທິດດຽວ ມີການພົບການແຜ່ລະບາດຂອງໄຂ້ຫວັດສັດປີກສາຍພັນ H5N1 ຢູ່ຟາມແຫ່ງໜຶ່ງໃນເຂດສວງຊິ່ງ ຂອງເມືອງເສົາຢາງ ໃນມົນທົນຫູໜານ ຕັ້ງຢູ່ພາກກາງຕອນລຸ່ມຂອງຈີນ ສົ່ງຜົນໃຫ້ເຈົ້າໜ້າທີ່ຕ້ອງກຳຈັດສັດປີກໃນຟາມທີ່ເປັນຕົ້ນຕໍການແຜ່ລະບາດຂອງເຊື້ອ ແລະ ຟາມໃນພື້ນທີ່ໃກ້ຄຽງລວມກັນຢ່າງໜ້ອຍ 17.828 ໂຕ. ຂະນະທີ່ຟາມເຊິ່ງເປັນແຫລ່ງກຳເນີດເຊື້ອພະຍາດມີໄກ່ປະມານ 7.850 ໂຕ ແຕ່ຕິດເຊື້ອ ແລະ ຕາຍໄປແລ້ວປະມານ 4.500 ໂຕ.
ນອກຈາກນີ້ ມົນທົນຫູໜານມີຊາຍແດນທາງເໜືອຕິດກັບມົນທົນຫູເປີຍ ເຊິ່ງກຳລັງເປັນສູນກາງການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ທີ່ມີຜູ້ເສຍຊີວິດແລ້ວ 900 ຄົນ ແລະ ມີຜູ້ຕິດເຊື້ອຫລາຍກວ່າ 40.000 ຄົນ ທຳລາຍສະຖິຕິຜູ້ເສຍຊີວິດຈາກການແຜ່ລະບາດຂອງກຸ່ມອາການທາງເດີນຫາຍໃຈກະທັນຫັນຮຸນແຮງ ຫລື ຊາຣ໌ສ ເຊິ່ງແຜ່ລະບາດລະຫວ່າງທ້າຍປີ 2002 ຫາກາງປີ 2003 ມີຜູ້ເສຍຊີວິດ 774 ຄົນ ແລະ ຜູ້ຕິດເຊື້ອ 8.096 ຄົນ.