3 ເລື່ອງຕ້ອງເຮັດເພື່ອສ້າງພະລັງໃຈກ່ອນເລີ່ມຕົ້ນເຊົ້າມື້ນີ້


ເວົ້າກັນວ່າຄົນເຮົາສາມາດເລີ່ມຕົ້ນຊີວິດໃໝ່ໄດ້ທຸກໆມື້ ຕາບໃດທີ່ຍັງບໍ່ທໍ້ ແລະ ໝົດແຮງລົງໄປສາກ່ອນ ເພາະສະນັ້ນ ຫລັງຈາກມືນຕາຕື່ນຂຶ້ນມາໃນເຊົ້າມື້ໃໝ່ ນັ້ນໝາຍຄວາມວ່າເຮົາກຳລັງມີໂອກາດທີ່ຈະປ່ຽນແປງໂຕເອງ ສ້າງພະລັງໃຈ ແລະ ລົງມືເຮັດເລື່ອງດີໆໃຫ້ເກີດຂຶ້ນໄດ້ອີກຄັ້ງນັ້ນເອງ.
1. ບໍ່ເອົາເລື່ອງບໍ່ດີຈາກມື້ວານນີ້ມາໂທດໂຕເອງ : “ສູ້ຕໍ່ໄປ”ຫລາຍໆຄົນອາດເຄີຍໄດ້ຍິນຄຳນີ້ເວລາທີ່ບໍ່ສົມຫວັງກັບຄວາມຮັກ ຫລື ລົ້ມເຫລວຈາກການເຮັດສິ່ງໃດສິ່ງໜຶ່ງ ເຊິ່ງໃນຊີວິດຈິງຄຳວ່າສູ້ຕໍ່ໄປສາມາດໃຊ້ໄດ້ກັບທຸກສະຖານະການ ໂດຍສະເພາະການຫລີກໜີຈາກເລື່ອງບໍ່ດີຂອງມື້ວານ, ບໍ່ປ່ອຍໃຫ້ເລື່ອງຕ່າງໆເຂົ້າມາກວນໃຈຈົນ ບໍ່ເປັນອັນຈະເຮັດຫຍັງ ຈົ່ງຢ່າລືມພັດທະນາ ແລະ ກ້າວໄປຂ້າງໜ້າ ໂດຍໃຊ້ເລື່ອງຂອງມື້ວານເປັນບົດຮຽນດີກ່ວາ ແທນການເມົາແຕ່ນັ່ງໂທດໂຕເອງ.
2. ຄິດດີ, ເບິ່ງທຸກຢ່າງໃນທາງທີ່ດີ : ອີກໜຶ່ງວິທີໃຊ້ຊີວິດໃຫ້ມີຄວາມສຸກ ແລະ ສ້າງພະລັງໃຈໄດ້ງ່າຍໆ ອາດມາຈາກການເບິ່ງທຸກຢ່າງໃຫ້ມີຄວາມເປັນໄປໄດ້, ເບິ່ງວ່າເຮົາມີຄວາມສາມາດທີ່ຈະເຮັດສິ່ງໆນີ້ໄດ້, ເບິ່ງວ່າທຸກຢ່າງຕ້ອງມີທາງອອກ ແລະ ທາງແກ້ໄຂ ເຊິ່ງບໍ່ບັ່ນທອນກຳລັງໃຈໂຕເອງໄປສາກ່ອນ ພຽງເທົ່ານີ້ກໍເປັນພະລັງບວກດີໆຊ່ວຍໃຫ້ເຮົາມີແຮງຮຶດສູ້, ເຮັດເປົ້າໝາຍໃນແຕ່ລະມື້ໃຫ້ສຳເລັດໄດ້ແລ້ວ.
3. ເຊົາຄິດຫລາຍໄປກ່ອນລ່ວງໜ້າ : ນິໄສທີ່ມັກຄິດໄປເອງ ຫລື ຄິດໄປກ່ອນລ່ວງໜ້າ ມັກເຮັດໃຫ້ຊີວິດປະຈຸບັນຂອງເຮົາບໍ່ມີຄວາມສຸກຫລາຍເທົ່າທີ່ຄວນ ເພາະສະນັ້ນ ຖ້າຫາກຍັງຢາກເປັນຄົນທີ່ໂລກສົດໃສ ແລະ ຮູ້ສຶກໄດ້ໃຊ້ເວລາທຸກນາທີຢ່າງກຸ້ມຄ່າ ລອງຫັນມາປັບປຸງພຶດຕິກຳຂອງໂຕເອງ ໂດຍການຫົດຢືດຄວາມຄິດ ຫລື ຢູ່ກັບສິ່ງຕໍ່ໜ້າທີ່ກຳລັງເກີດຂຶ້ນແດ່, ບໍ່ແນ່ວ່າທ່ານອາດຮູ້ສຶກດີ ທັງຕໍ່ໂຕເອງ ແລະ ສິ່ງອ້ອມຂ້າງຫລາຍຂຶ້ນກໍເປັນໄດ້.