ສານອາຫານຕ້ານໄທຣອຍເປັນພິດ

ສານອາຫານຕ້ານໄທຣອຍເປັນພິດ - 683 1 - ສານອາຫານຕ້ານໄທຣອຍເປັນພິດ
ສານອາຫານຕ້ານໄທຣອຍເປັນພິດ - kitchen vibe - ສານອາຫານຕ້ານໄທຣອຍເປັນພິດ

     ຕ່ອມໄທຣອຍ ເປັນຕ່ອມທີ່ຢູ່ບໍລິເວນລຳຄໍ, ທາງໜ້າລູກກະເດືອກ ແລະ ຕິດກັບຫລອດລົມ, ເຮັດໜ້າທີ່ຜະລິດຮໍໂມນໃນການເຮັດວຽກຂອງຮ່າງກາຍ, ແຕ່ບັນຫາຄື ຫາກຕ່ອມໄທຣອຍຫລັ່ງຮໍໂມນໄທຣອຍອອກມາຫລາຍເກີນໄປ ຈະເຮັດໃຫ້ເກີດຜົນກະທົບກັບຮ່າງກາຍ ຫລື ເອີ້ນວ່າ ໄທຣອຍເປັນພິດ” (ຄໍກິນເລືອດ)ເຮັດໃຫ້ລະບົບເຜົາຜານຂອງຮ່າງກາຍເຮັດວຽກຫລາຍຂຶ້ນ ເຮັດໃຫ້ນຳ້ໜັກໂຕຫລຸດລົງຢ່າງໄວວາ ໂດຍທີ່ກິນອາຫານໄດ້ຫລາຍກ່ວາປົກກະຕິ, ຖ່າຍອາຈົມ ແລະ ຍ່ຽວຫລາຍ ແລະ ອາດມີບັນຫາສະມາທິສັ້ນ.

     ໄທຣອຍເປັນພິດ ມັກພົບໃນແມ່ຍິງຫລາຍກ່ວາຜູ້ຊາຍ 5 – 10  ເທົ່າ ມີຕັ້ງແຕ່ບໍ່ສະແດງອາການໃດໆ ໄປຈົນເຖິງລະດັບຮຸນແຮງເຖິງຂັ້ນເສຍຊີວິດໄດ້ ໂດຍຜູ້ປ່ວຍມັກມີອາການຄໍພອກ (ຄໍໜຽງ) ເພາະຕ່ອມໄທຣອຍໃຫຍ່ຂຶ້ນ, ຜູ້ປ່ວຍຈະຮູ້ສຶກ ຫລື ເຫັນກ້ອນຂະໜາດໃຫຍ່ຢູ່ບໍລິເວນຄໍ ບາງຄົນມີອາການຕາສວດຮ່ວມນຳ ເອີ້ນວ່າ ພະຍາດຄໍພອກຕາສວດ ຫລື ຄໍໜຽງຕາສວດ ເຊິ່ງພົບໄດ້ຫລາຍທີ່ສຸດ ປະມານ 60 – 80% ຂອງຜູ້ປ່ວຍໄທຣອຍເປັນພິດທັງໝົດ.

ສານອາຫານຕ້ານໄທຣອຍເປັນພິດ - Visit Laos Visit SALANA BOUTIQUE HOTEL - ສານອາຫານຕ້ານໄທຣອຍເປັນພິດ

     ສຳລັບອາການໂດຍທົ່ວໄປ ຈະເມື່ອຍງ່າຍ, ອ່ອນເພຍງ່າຍ, ນອນບໍ່ຫລັບ, ໃຈສັ່ນ, ມືສັ່ນ, ມັກອອກຮ້ອນງ່າຍ, ອາດມີອາລົມປ່ຽນແປງ, ຫງຸດງິດ, ຮ່າງກາຍມີການເຜົາຜານສູງກ່ວາປົກກະຕິ, ນຳ້ໜັກຫລຸດລົງຢ່າງໄວວາ, ບາງຄົນອາດມີອາການຖ່າຍແຫລວຄ້າຍຄືຖອກທ້ອງ, ກ້າມຊີ້ນອ່ອນແຮງ ໂດຍສະເພາະກົກແຂນ ແລະ ກົກຂາ, ບາງຄົນ ເປັນຊຳ້ເຮື້ອຈົນເກີດອາການແຊກຊ້ອນ ເຊັ່ນ : ທາດການຊຽມໃນເລືອດສູງ ເຮັດໃຫ້ກະດູກອ່ອນແອ ກາຍເປັນພະຍາດກະດູກຜ່ອຍ ເພາະຮ່າງກາຍມີຮໍໂມນໄທຣອຍຫລາຍເກີນໄປ ຈົນສົ່ງຜົນຕໍ່ຄວາມສາມາດໃນການດູດຊຶມທາດການຊຽມ.

     ສ່ວນອາການທີ່ໄທຣອຍເປັນພິດຂັ້ນວິກິດ ຜູ້ປ່ວຍຈະມີອາການຫົວໃຈເຕັ້ນໄວຫລາຍຜິດປົກກະຕິ, ມີໄຂ້ສູງເກີນ 38 ອົງສາ, ຮາກ, ຖອກທ້ອງ, ໂຕ ແລະ ຕາຈະເຫລືອງ, ສັບສົນມຶນງົງຢ່າງຮຸນແຮງ, ມີອາການຂາດນຳ້ ແລະ ອາດຊັອກ ຫລື ອາດມີອາການກ້າມຊີ້ນຫົວໃຈຂາດເລືອດ, ຫົວໃຈວາຍ.

     ສະນັ້ນ, ພະຍາດໄທຣອຍເປັນພິດ ຈຶ່ງເປັນເລື່ອງທີ່ຕ້ອງໃຫ້ຄວາມສົນໃຈ ຫາກມີອາການຄວນຮີບໄປພົບແພດ ເພື່ອຮັບການປິ່ນປົວໃຫ້ທັນເວລາ ຫາກປິ່ນປົວຊ້າອາດເຮັດໃຫ້ເປັນອັນຕະລາຍເຖິງຊີວິດໄດ້.

     ພະຍາດໄທຣອຍ ຍັງກ່ຽວຂ້ອງກັບອາຫານການກິນນຳ ໂດຍອາຫານທີ່ຊ່ວຍປ້ອງກັນມີ 6 ກຸ່ມ ຄື :

     1. ໄອໂອດີນ : ໃນປາ, ຫອຍ, ກຸ້ງ, ຫອຍນາງລົມ, ໄຂ່, ຜັກທຽມ.

     2. ວິຕາມິນ B :ໃນໄຂ່ແດງ, ເຄື່ອງໃນສັດ, ປາ, ຖົ່ວລັນເຕົາ, ທັນຍາພືດຕ່າງໆ, ນົມ, ເຫັດ, ຖົ່ວອາວມັອນ.

     3. ແຮ່ທາດຊີລີນຽມ : ໃນປາທູນ່າ, ເຫັດ, ເຄື່ອງໃນສັດ, ຖົ່ວເຫລືອງ.

     4. ແຮ່ທາດສັງກະສີ : ໃນແກ່ນດອກຕາເວັນ, ຊີ້ນແກະ, ທັນຍາພືດຕ່າງໆ, ຫອຍນາງລົມ, ປາຊາດີນ, ຖົ່ວຊະນິດຕ່າງໆ ແລະອື່ນໆ.

     5. ທອງແດງ : ຖົ່ວເຫລືອງ, ເຫັດຊິຕາເກະ, ຂ້າວເບລ, ໝາກເລັ່ນໃຫຍ່ ແລະ ຊັອກໂກແລັດດຳ.

     6. ສານຕ້ານອະນຸມູນອິດສະລະ: ໃນຫົວກະຫລົດ, ຜັກຫົມ, ຖົ່ວລັນເຕົາ, ຖົ່ວເຫລືອງ, ຖົ່ວຂາວ, ເຄື່ອງໃນສັດ ເປັນຕົ້ນ.

     ແນວໃດກໍຕາມ, ການກິນອາຫານຕ້ອງກິນໃຫ້ຫລາກຫລາຍຊະນິດ ເພື່ອບໍ່ໃຫ້ຮ່າງກາຍໄດ້ຮັບສານອາຫານບາງຢ່າງຫລາຍເກີນໄປ ຫລື ຂາດສານອາຫານບາງປະເພດຫລາຍເກີນໄປ ເຊິ່ງລ້ວນແຕ່ມີຜົນກະທົບຕໍ່ຮ່າງກາຍທັງໝົດ.

ສານອາຫານຕ້ານໄທຣອຍເປັນພິດ - 3 - ສານອາຫານຕ້ານໄທຣອຍເປັນພິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!